ຄຳນະມັດສະການພຮະຮັດຕະນະໄຕ
ອະຣະຫັງ ສຳມາສຳພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ກາບ)
ສະວາກຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ (ກາບ)
ສຸປະຕິປັນໂນ ພະຄະວະໂຕ ສາວະກະ ສັງໂຂ ນະມາມິ (ກາບ)
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ພຸດທັງ ສະຣະນັງ ຄັດສາມິ
ທຳມັງ ສະຣະນັງ ຄັດສາມິ
ສັງຄັງ ສະຣະນັງ ຄັດສາມິ
ທຸຕິຍຳປິ ພຸດທັງ ສະຣະນັງ ຄັດສາມິ
ທຸຕິຍຳປິ ທຳມັງ ສະຣະນັງ ຄັດສາມິ
ທຸຕິຍຳປິ ສັງຄັງ ສະຣະນັງ ຄັດສາມິ
ຕະຕິຍຳປິ ພຸດທັງ ສະຣະນັງ ຄັດສາມິ
ຕະຕິຍຳປິ ທຳມັງ ສະຣະນັງ ຄັດສາມິ
ຕະຕິຍຳປິ ສັງຄັງ ສະຣະນັງ ຄັດສາມິ
ບົດນະມັດສະການ ພຮະພຸດທະຄຸນ ພຮະທຳມະຄຸນ ພຮະສັງຂະຄຸນ
ສີເລນະ ສຸຕະຕິງ ຍັນຕິ ສີເລນະ ໂພຄະສັມປະທາ ສີເລນະ ນິບພຸຕິງ ຍັນຕິ ຕັດສະມາສີລັງ ວິໂສທະເຍອິຕິປິ ໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ ວິຊາຈະຣະນະສຳປັນໂນ ສຸຂະໂຕ ໂລກະວິທູ ອະນຸດຕະໂຣ ປຸຣິສະທຳມຜສາຣະຖິ ສັດຖາ ເທວະມະນຸດສານັງ ພຸດໂທ ພະຄະວະຕິ
ສະວາກຂາໂຕ ພະຄະວະຕາ ທຳໂມ ສັນທິດທິໂກ ອະກາລິໂກ ເອຫິປັດສິໂກ ໂອປະນະຍິໂກ ປັດຈັດຕັງ ເວທິຕັບໂພ ວິນຍູຫິຕິ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສາມີຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍະທິທັງ ຈັດຕາຣິ ປຸຣິສະຍຸຄານິ ອັກຄະ ປຸຮິສະປຸຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ ອັນຊະລີ ກະຮະນີໂຍ ອະນຸດຕະຮັງ ປຸນນັກເຂດຕັງ ໂລກັດສາຕິ
ບົດສູດມົນ, ຄາຖາ ແລະ ການອຸທິດບຸນກຸສົນຕ່າງໆ
[ ບົດສູດ ຍອດພຣະກັນໄຕຣປິດົກ
(1) ອິຕິປິໂສ ພະຄະວາ ອະຣະຫັງ ວັດຈະໂສ ພະຄະວາ ອິຕິປິ ໂສ ພະຄະວາ ສັມມາສັມພຸດໂທ ວັດຈະໂສ ພະຄະວາ ອິຕິປິ ໂສ ພະຄະວາ ວິຊຊາຈະຣະນະສັມປັນໂນ ວັດຈະໂສ ພະຄະວາ ອິຕິປິ ໂສ ພະຄະວາ ສຸຄະໂຕ ວັດຈະໂສ ພະຄະວາ ອິຕິປິ ໂສ ພະຄະວາ ໂລກະວິທຸ ວັຈຈະໂສ ພະຄະວາ.
(2) ອະຣະຫັນຕັງ ສະຣະນັງ ຄັດສາມິ ອະຣະຫັນຕັງ ສິຣະສາ ນະມາມິ ສັມມາສັມພຸດທັງ ສະຣະນັງ ຄັດສາມິ ສັມມາສັມພຸດທັງ ສິຣະສາ ນະມາມິ ວິຊຊາຈະຣະນະສັມປັນນັງ ສະຣະນັງ ຄັດສາມິ ວິຊຊາຈະຣະນະສັມປັນນັງ ສິຣະສາ ນະມາມິ ສຸຄະຕັງ ສະຣະນັງ ຄັດສາມິ ສຸຄະຕັງ ສິຣະສາ ນະມາມິ ໂລກະວິທັງ ສະຣະນັງຄັດສາມິ ໂລກະວິທັງ ສິຣະສາ ນະມາມິ .
(3) ອິຕິປິໂສ ພະຄະວາ ອະນຸດຕະໂຣ ວັດຈະໂສ ພະຄະວາ ອິຕິປິ ໂສພະຄະວາ ປຸຣິສະທັມມະສາຣະຖີ ວັດຈະໂສ ພະຄະວາ ອິຕິປິ ໂສ ພະຄະວາ ພຸດໂທ ວັດຈະໂສ ພະຄະວາ.
(4) ອະນຸດຕະຣັງ ສະຣະນັງ ຄັດສາມິ ອະນຸດຕະຣັງ ສິຣະສາ ນະມາມິ ປຸຣິສະທັມມະສາຣະຖີ ສະຣະນັງ ຄັດສາມິ ປຸຣິສະທັມມະສາຣະຖີ ສິຣະສາ ນະມາມິ ສັດຖາ ເທວະມະນຸສສານັງ ສະຣະນັງຄັດສາມິ ສັດຖາ ເທວະມະນຸສສານັງ ສິຣະສານະມາມິພຸດທັງສະຣະນັງຄັດສາມິພຸດທັງສິຣະສານະມາມິ.
(5) ອິຕິປິໂສ ພະຄະວາ ຣູປະຂັນໂທ ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິ ໂສ ພະຄະວາ / ອິຕິປິ ໂສ ພະຄະວາ ເວດທະນາຂັນໂທ ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິ ໂສ ພະຄະວາ /ອິຕິປິ ໂສ ພະຄະວາ ສັນຍາຂັນໂທ ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິ ໂສ ພະຄະວາ / ອິຕິປິ ໂສ ພະຄະວາ ສັງຂາຣະຂັນໂທ ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິ ໂສ ພະຄະວາ / ອິຕິປິໂສ ພະຄະວາ ວິນຍານະຂັນໂທ ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິ ໂສ ພະຄະວາ.
(6) ອິຕິປິໂສ ພະຄະວາ ປະຖະວີຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ເຕໂຊ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ວາໂຍ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ອາໂປ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ອາກາສະ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ອາກາສະຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ.
(7) ອິຕິປິ ໂສ ພາຄະວາ ຍາມາທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ຕຸສິຕາ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ ນິມມານະ ຣະຕິ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາກາມາ ວະຈະຣະ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ຣຸປາ ວະຈະຣະ ທາຕຸ ສັມມາທິຍານະ ສັມປັນໂນ.
(8) ອິຕິປິ ໂສ ພະຄະວາ ປະຖະມະຍານະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ທຸຕິຍະ ຍານະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ຕະຕິຍະ ຍານະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ຈະຕຸດຖະ ຍານະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ປັນຈະມະຍານະທາຕຸ ສັມມາທິຍານະ ສັມປັນໂນ.
(9) ອິຕິປິ ໂສ ພະຄະວາ ອາກາສານັນຈາ ຍະຕະນະ ເນວະ ສັນຍານາສັນຍາ ຍະຕະນະ ອະຣູປາ ວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ວິນຍານັນຈາ ຍະຕະນະ ເນວະ ສັນຍານາສັນຍາຍະຕະນະ ອະຣູປາວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສພະຄະວາ ອາກິນຈັນຍາ ຍະຕະນະ ເນວະ ສັນຍານາສັນຍາ ຍະຕະນະ ອະຣູປະວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ.
(10) ອິຕິປິ ໂສ ພະຄະວາ ໂສຕາ ປັດຕິມັກຄະ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ສະກິທາຄາ ປັດຕິມັກຄະ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ ອະນາຄາ ປະຕິມັກຄະ ທາຕຸ ສັມມາທິຍານະສັມປັນໂນ ອິຕິປິ ໂສ ພະຄະວາ ອະຣະຫັດຕະປັດຕິມັກຄະທາຕຸ ສັມມາທິຍານະ ສັມປັນໂນ.
(11) ອິຕິປິ ໂສ ພະຄະວາ ໂສຕາ ອະຣະຫັດຕະ ປັດຕິຜະລະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ສະກິທາຄາ ອະຣະຫັດຕະ ປັດຕິຜະລະ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ ພະຄະວາ ອະນາຄາ ອະຣະຫັດຕະ ປັດຕິຜະລະ ທາຕຸ ສັມມາທິຍານະ ສັມປັນໂນ.
(12) ກຸສະລາ ທັມມາ ອິຕິປິໂສພະຄະວາ ອະອາຍາວະຊີວັງ ພຸດທັງ ສະຣະນັງ ຄັດສາມິ ຊົມພູທິປັນຈະ ອິສສະໂຣ ກຸສະລາ ທັມມາ ນະໂມ ພຸດທາຍະນະໂມ ທັມມາຍະ ນະໂມ ສັງຄາຍະ ປັນຈະ ພຸດທາ ນະມາມິຫັງ ອາ ປາ ມະ ຈຸປະ ທິ ມະ ສັງອັງຂຸສັງ ວິທາປຸກະຍະ ປະອຸປະສະຊະ ສຸເຫປາ ຜາ ຍະ ໂສ ໂສ ເສເສ ອະອະອະ ອະ ນິ ເຕ ຊະ ສຸ ເນ ມະ ພູ ຈະ ນາ ວິ ເວ ອະ ສັງ ວິ ສຸ ໂລ ປຸ ສະ ພຸ ພະ ອິ ສະ ວາ ສຸ ສຸ ສະ ວາ ອິ ກຸສະລາ ທັມມາ ຈິດຕິ ວິອັດຕິ .
(13) ອິຕິປິ ໂສ ພະຄະວາ ອະຣະຫັງ ອະ ອາ ຍາວະ ຊີວັງ ພຸດທັງ ສະຣະນັງ ຄັດສາມິ ສາ ໂພທິ ປັນຈະ ອິສສະໂຣ ທັມມາ.
(14) ກຸສະລາ ທັມມາ ນັນທະວິວັງໂກ ອິຕິ ສັມມາສັມພຸດໂທ ສຸຄະລາໂນ ຍາວະຊີວັງ ພຸດທັງ ສະຣະນັງ ຄັດສາມິ ຈາຕຸມະຫາ-ຣາຊິກາ ອິສສະໂຣ ກຸສະລາ ທັມມາ ອິຕິ ວິຊຊາຈະຣະນະ ສັມປັນໂນ ອຸອຸ ຍາວະ ຊີວັງ ພຸດທັງສະຣະນັງ ຄັດສາມິ ຕາວະຕິງສາ ອິສສະໂຣ ກຸສະລາ ທັມມາ ນັນທະປັນຈະ ສຸຄະໂຕ ໂລກະວິທູ ມະຫາ ເອ ໂອ ຍາວະ ຊີວັງ ພຸດທັງ ສະຣະນັງຄັດສາມິ ຍາມາ ອິສສະໂຣ ກຸສະລາ ທັມມາ ພຣົມມາ ສັດທະ ປັນຈະສັດຕະ ສັດຕາ ປາຣະມີ ອະນຸດຕະໂຣ ຍະມະກະຂະ ຍາວະ ຊີວັງ ພຸດທັງ ສະຣະນັງ ຄັດສາມິ.
(15) ຕຸສິຕາ ອິສສະໂຣ ກຸສະລາ ທັມມາ ປຸ ຍະ ປະ ກະ ປຸຣິສະ ທັມມະ ສາຣະຖີ ຍາວະ ຊີວັງ ພຸດທັງ ສະຣະນັງ ຄັດສາມິ.
(16) ນິມມານະ ຣະຖີ ອິສສະໂຣ ກຸສະລາ ທັມມາ ເຫຕຸໂປວະ ສັດຖາເທວະ ມະນຸດສານັງ ຕະຖະ ຍາວະ ມະນຸສສານັງ ຕະຖະ ຍາວະ ຊີວັງ ພຸດທັງ ສະຣະນັງ ຄັດສາມິ.
(17) ປະຣະນິມມິຕະ ວະສະວັດຕີ ອິສສະໂຣ ກຸສະລາທັມມາ ສັງຂາຣະ ຂັນໂທ ທຸກຂັງ ອະນິຈັງ ອະນັດຕາ ຣຸປະ ຂັນໂທ ພຸດທະ ປະຜະ ຍາວະຊີວັງ ພຸດທັງ ສະຣະນັງ ຄັດສາມິ.
(18) ພຣົມມາ ອິສສະໂຣ ກຸສະລາ ທັມມາ ນິດຈິປັດຈະຍາວິນະປັນຈະພະຄະວາຕາ ຍາວະ ນິບພານັງ ສະຣະນັງ ຄັດສາມິ ນະໂມ ພຸດທັສສະນະໂມ ທັມມັສສະ ນະໂມ ສັງຄັສສະ ພຸດທິລາ ໂລກະລາ ກະຣະ ກະນາ ເອເຕນະ ສັດເຈນະ ສຸວັດຖິ ໂຫນຕຸ ຫຸລູ ຫຸລູ ຫຸລູ ຫຸລູ ສາວະຫາຍະ.
(19) ນະໂມ ພຸດທັສສະ ນະໂມ ທັມມັສສະ ນະໂມ ສັງຄັສສະ ວິດຕິ ວິດຕິ ວິດຕິ ນິດຕິ ນິດຕິ ຈິຕຕິ ຈິຕຕິ ອັຕຕິ ອັຕຕິ ມະຍະ ສຸ ສຸວັດຖິ ໂຫນຕຸ ຫຸລູ ຫຸລູ ສ ະ ວ າ ຫ າ ຍ ະ.
(20) ອິນທະສາວັງ ມະຫາອິນທະສາວັງ ພຣົມມະສາວັງ ມະຫາ ພຣົມມະສາວັງ ຈັກກະວັດຕິ ສາວັງ ມະຫາຈັກກະວັດຕິ ສາວັງ ເທວາ ສາວັງ ມະຫາເທວາ ສາວັງ ອິສິ ສາວັງ ມະຫາອິສິ ສາວັງ ມຸນີ ສາວັງ ມະຫາມຸນີ ສາວັງ ສັບປຸຣິ ສາວັງ ມະຫາສັບປຸຣິ ສາວັງ ພຸດທະ ສາວັງ ປັດເຈກະພຸດທະ ສາວັງ ອະຣະຫັດຕະ ສາວັງ ສັບພະສິດທິ ວິຊາທະຣານັງ ສາວັງ ສັບພະໂລກາ ອະຣິຍານັງສາວັງ ເອເຕນະ ສັດເຈນະ ສຸວັດຖິ ໂຫຕຸ.
(21) ສາວັງ ຄຸນັງ ວະຊະພະລັງເຕຊັງ ວິຣິຍັງ ສິດທິກັມມັງ ນິບພານັງ ໂມກຂັງ ຄຸຍຫະກັງ ທານັງ ສີລັງ ປັນຍາ ນິກຂັງ ປຸນຍັງ ພາຄະຍັງ ຕັບປັງ ສຸກຂັງ ສິຣິ ຣູປັງຈະຕຸ ວິສະຕິເສນັງ ເອເຕນະ ສັດເຈນະ ສຸວັດຖິ ໂຫຕຸ ຫຸ ລູ ຫຸ ລູ ຫຸ ລູ ສ ະ ວາ ຫ ະ ຍ ະ.
(22) ນະໂມ ພຸດທັສສະ ນະໂມ ທັມມັສສະ ນະໂມ ສັງຄັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທ ເວດທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ຍານະຂັນໂທ ນະໂມ ອິຕິປິ ໂສ ພະຄະວາ.
(23) ນະໂມ ພຸດທັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທ ເວດທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ຍານະຂັນໂທ ນະໂມ ສວາກຂາໂຕ ພະຄະວະຕາ ທັມໂມ.
(24) ນະໂມ ທັມມັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທ ເວດທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ຍານະຂັນໂທ ນະໂມ ສວາກຂາໂຕ ພະຄະວະຕາ ທັມໂມ.
(25) ນະໂມ ທັມມັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທ ເວດທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ຍານະຂັນໂທ ນະໂມ ສຸປະຕິປັນໂນ ພະຄະວະໂຕ ສາວະກະ ສັງໂຄ.
(26) ນະໂມ ສັງຄັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທ ເວດທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ຍານະຂັນໂທ ນະໂມ ສຸປະຕິປັນໂນ ພະຄະວະໂຕ ສາວະກະ ສັງໂຄ ວະຫະປະຕິດຕັງ.
(27) ນະໂມ ພຸດທາຍະ ມະ ອະ ອຸ ທຸກຂັງ ອະນິຈຈັງ ອະນັດຕາ ຍາວະ ທັສສະ ຫາໂຍ ນະໂມ ອຸ ອະ ມະ ທຸກຂັງ ອະນິຈຈັງ ອະນັດຕາ ອຸ ອະ ມະ ອາ ວັນທາ ໂມນະ ພຸດທາຍະ ນະ ອະ ກະ ຕິ ນິ ສະ ຣະ ນະ ອາ ຣະ ປະ ຂຸ ທັງ ມະ ອະ ອຸ ທຸກຂັງ ອະນິຈຈັງ ອະນັດຕາ.
ໝາຍເຫດ: ໃນປະຫວັດຂອງບົດສູດພຣະກັນໄຕຣປີດົກກ່າວໄວ້ວ່າ: ບົດສູດດັ່ງກ່າວນີ້ເປັນໜັງສືທີ່ສັກສິດເໜືອບົດອື່ນໆໃດ ຖ້າທ່ານຜູ້ໃດໄດ້ສູດມົນ/ພາວະນາບົດນີ້ທຸກຄໍ່າເຊົ້າແລ້ວທ່ານຜູ້ນັ້ນ, ຈະບໍ່ໄປຕົກໃນອະບາຍ ຍະພູມ, ພຽງແຕ່ທ່ານໄດ້ບູຊາໄວ້ໃນຮ້ານພຣະ/ເຮືອນຊານກໍ່ຈະປ້ອງກັນບໍ່ໃຫ້ເກີດໄພອັນຕະຣາຍຕ່າງໆທ່ານຈະບັງເກີດໂຊກລາບພົ້ນຈາກເຄາະເຂັນ ແລະໄພພິບັດທັງປວງ.
[ ບົດສູດພຣະຊິນບັນຊອນ
ຫົວໃຈຂອງພຣະຄາຖາທີ່ບັນທຶກໄວ້ໃນສະໄໝບູຮານມີພຽງແຕ່ 31 ຄຳເທົ່ານັ້ນຄື:
ຊະ ຈະ ຕະ ສະ ສີ ສັງ ຫະ ໂກ
ທະ ກະ ເກ ນິ ກຸ ໂລ ປຸ ເຖ
ເສ ເອ ຊະ ຣະ ທະ ຂະ ອາ ຊິ
ວາ ອາ ວະ ຊິ ສະ ວິ ຕັງ ໆ
ພຣະຄາຖາຊິນະບັນຊອນ
ໂດຍ
ສົມເດັຈພຣະພຸທທາຈາຣຍ໌ (ໂຕ ພຣົຫມຣັງສີ)
ພຣະຄາຖາບົດນີ້
ເປັນຄາຖາສັກສິດ ຕົກທອດມາຈາກລັງກາ ທ່ານເຈົ້າປະຄຸນສົມເດັຈຯຄົ້ນພົບໃນຄໍາພີໂບຮານແລະໄດ້ດັດແປງແຕ່ງເຕີມໃຫ້ດີຂຶ້ນ
ເປັນເອກະລັກພິເສດ
ຜູ້ໃດສວດມົນຕ໌ພາວະນາພຣະຄາຖານີ້ເປັນປະຈຳສະໝ່ຳສະເໝີຈະທຳໃຫ້ເກີດຄວາມສິຣິມຸງຄຸນແກ່ຕົນເອງ
ສັດຕຣູບໍ່ຫານກ້ຳກາຍ ມີເມຕຕາມະຫານິຍົມ ຂະຈັດໄພຕລອດ
ພວກໃສ່ຂອງ(ໄສຍາສາດ)ກໍ່ບໍ່ສາມາດໃສ່ໄດ້ ເພື່ອໃຫ້ເກີດອານຸພາບຍີ່ງຂຶ້ນ
ກ່ອນການຈະເຣີນພາວະນາໃຫ້
ຕັ້ງນະໂມ 3 ເທື່ອ ແລ້ວກ່າວວ່າ:
# ອິຕິປິ ໂສ ພະຄະວາ ຍະມະຣາຊາໂນ ທ້າວເວດສຸວັນໂນ ມະຣະນັງ ສຸຂັງ ອະຣະຫັງ ສຸຄະໂຕ ນະໂມພຸດ ທາຍະ.
(1) ຊະຍາສະນາກະຕາ ພຸດທາ ເຊຕະວາ ມາຣັງ ສະວາ ຫະນັງຈະຕຸ ສັດຈາ ສະພັງ ຣະສັງເຍ ປິວິງສຸ ນະຣາ ສະພາ.
(2) ຕັນຫັງ ກະຣາ ທະໂຍ ພຸດທາ ອັດຖະວີ ສະຕິ ນາຍະກາ ສັບເພ ປະຕິດຖິຕາ ໄມຫັງ ພຸດໂທ ມັດຖະເກ ເຕ ມຸນິສສະຣາ.
(3) ສີເສ ປະຕິດຖິໂຕ ໄມຫັງ ພຸດໂທ ທັມໂມ ຫະວິໂລ ຈະເນ ສັງໂຄ ປະຕິດຖິໂຕ ໄມຫັງ ອຸເຣ ສັບພະຄຸນາ ກະໂຣ.
(4) ຫະທະເຍ ເມ ອະນຸຣຸດໂທ ສາຣິປຸດໂຕ ຈະ ທັກຂິເນ ໂກນທັນໂຍ ປິຕິດຖິພາ ຄັດສະມິງ ໂມກຄັນລາໂນ ຈະ ວາມະເກ.
(5) ທັກຂິເນ ສະວະເນ ໄມຫັງ ອາສຸງ ອານັນທະ ຣາຫຸໂລ ກັດສະໂປ ຈະມະຫານາໂມ ອຸພາສຸງ ວາ ມະໂສຕະເກ.
(6) ເກສະໂຕ ປິດຖິພາ ຄັດສະມິງ ສຸຣິໂຍ ວະ ປະພັງ ກະໂຣນິສິນໂນ ສິຣິ ສັມປັນໂນ ໂສພິໂຕ ມຸນິ ປຸງຄະໂວ.
(7) ກຸມາຣະ ກັສສະໂປ ເຖໂຣ ມະເຫສີ ຈິຕຕະ ວາທະໂກ ໂສ ໄມຫັງ ວະທະເນ ນິຈຈັງ ປະຕິດຖາສິ ຄຸນາກະໂຣ.
(8) ປຸນໂນ ຍັງ ຄຸລິມາໂລ ຈະ ອຸປາລີ ນັນທະສີ ວະລີ ເຖຣາ ປັນຈະ ອິເມ ຊາຕາ ນະລາເຕ ຕິລະກາ ມະມະ.
(9) ເສສາ ສີຕິ ມະຫາເຖຣາ ວິຊິຕາ ຊິນະ ສາວະກາ ເອເຕ ສິຕິມະຫາເຖຣາ ຊີຕະ ວັນໂຕ ຊິໂນ ຣະສາຊະລັນຕາ ສີລະເຕເຊນະ ອັງຄະມັງເຄສຸ ສັນຖິຕາ.
(10) ຣະຕະນັງ ປຸຣະໂຕ ອາສິ ທັກຂິເນ ເມດຕະ ສຸດຕະກັງທະຊັກຄັງ ປັດສະ ໂຕ ອາສິ ວາເມ ອັງຄຸລິມາ ລະກັງ.
(11) ຂັນທະ ໂມຣະ ປະຣິດຕັນ ຈະ ອາຕານາ ຕິຍະ ສຸດຕະກັງ ອາກາເສ ສະທະນັງ ອາສິ ເສສາ ປາກາຣະ ສັນຖິຕາ.
(12) ຊິນາ ນານາ ວະຣະສັງ ຍຸດຕາ ສັດຕັບປາ ກາຣະ ລັງກະຕາວາຕະ ປິດຕາທິ ສັນຊາຕາ ພາຫິຣັດຊັດຕຸ ປັດທະວາ.
(13) ອະເສສາ ວິນະຍັງ ຍັນຕຸ ອະນັນຕະ ຊິນະ ເຕຊະສາ ວະສະໂຕ ເມ ສະກິດເຈນະ ສະທາ ສັມພຸດທະ ປັນຊະເຣ.
(14) ຊິນະ ປັນຊະຣະ ມັດຊັມຫິ ວິຫະຣັນຕັງ ມະຮີ ຕະເລ ສະທາ ປາເລນຕຸ ມັງສັບເພ ເຕ ມະຫາ ປຸຣິສາ ສະພາ.
(15) ອິດເຈວະ ມັນໂຕ ສຸຄຸດໂຕ ສຸຣັກໂຂ.
ຊິນາ ນຸພາເວນະ ຊິຕູ ປັດທະໂວ
ທັມມາ ນຸພາເວນະ ຊິຕາ ຣິສັງໂຄ
ສັງຄານຸພາເວນະ ຊິຕັນ ຕະຣາໂຍ
ສັດທັມມາ ນຸພາວະ ປາລິໂຕ ຈະຣາມິ ຊິນະປັນຊະ ເຣຕິ…
ໝາຍເຫດ: ອີງໃສ່ຕຳນານທີ່ກ່າວໄວ້ ຖ້າທ່ານຜູ້ໃດໄດ້ສູດມົນພາວະນາ ພຣະຄາຖາ ຊິນບັນຊອນນີ້ ເປັນປະຈຳສະໝໍ່າສະເໝີ ຈະເຮັດໃຫ້ເກີດຄວາມສິຣິມົງຄົນ ສົມບູນພູນສຸກ ສັດຕູໝູ່ມານ ບໍ່ກ້າເຂົ້າມາກ້າວກ່າຍ ທ່ານໄປທາງໃດກໍ່ຈະເກີດເມດຕາມະຫານິຍົມ ເກີດລາບພູນຜົນທະວີຄູນ ມັ່ງມີເງີນຄຳໄຫຼມາເທມາ, ກຳຈັດໄພຈາກພູດຜີປີສາດ ຖ້າສູດຄາຖານີ້ໃສ່ນ້ຳມົນ ນຳໄປຫົດແກ້ ສັບພະໂຣກໄພໄຂ້ເຈັບໄດ້ ເປັນສິຣິມົງຄົນແກ່ຊີວິດ ຖ້າຫາກສູດ 10 ຄັ້ງກ່ອນອອກເດີນທາງແລ້ວອະທິຖານ ກໍ່ຈະສຳເລັດຜົນສົມດັ່ງປາຖະໜາຂອງທ່ານແລ !.
[ ບົດສູດປັນຍາປາຣະມີ
ນະໂມ ຕັສະຖຸ ປັນຍາຍຸເປໂຕ ສຸຄະໂຕ ວິຕະຣາໂຄ ພາສາຍະ ເສໂກ ທະສະຍານະທະໂຣ ໂຍ ໂລກະນາໂຖ ຫິຕັດຖັງວະ ຈິນເຕນະ ທັນຕະວານະ ປາປັງ ສຸຄະຕັງ ສີຣະສາ ນະມາມິ.
(i) ທານະ ປາຣະມີສັມປັນໂນ ທານະອຸບປະປາຣະມີ ສັມປັນໂນ ທານະ ປະຣະມັດຖະ ປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(ii) ສິລະ ປາຣະມີ ສັມປັນໂນ ສິລະອຸປະປາຣະມີ ສັມປັນໂນ ສິລະປະຣະມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(iii) ເນກຂັມມະ ປາຣະມີ ສັມປັນໂນ ເນກຂັມມະອຸປະປາຣະມີ ສັມປັນໂນເນກຂັມມະປະຣະມັດຖະ ປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(iv) ປັນຍາ ປາຣະມີ ສັມປັນໂນ ປັນຍາອຸປະປາຣະມີ ສັມປັນໂນ ປັນຍາປະຣະມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(v) ວິຣິຍະ ປາຣະມີ ສັມປັນໂນ ວິຣິຍະອຸປະປາຣະມີ ສັມປັນໂນ ວິຣິຍະປະຣະມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(vi) ຂັນຕິ ປາຣະມີ ສັມປັນໂນ ຂັນຕິອຸປະປາຣະມີ ສັມປັນໂນ ຂັນຕິປະຣະມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(vii) ສັຈຈະ ປາຣະມີ ສັມປັນໂນ ສັດຈະອຸປະປາຣະມີ ສັມປັນໂນ ສັດຈະປະຣະມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(viii) ອາທິດຖານະ ປາຣະມີ ສັມປັນໂນ ອະທິຖານະອຸປະປາຣະມີ ສັມປັນໂນ ອະທິຖານະ ປະຣະມັດຖະ ປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(ix) ເມດຕາປາຣະມີ ສັມປັນໂນ ເມດຕາອຸປະປາຣະມີ ສັມປັນໂນ ເມດຕາປະຣະມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
(x) ອຸເປກຂາ ປາຣະມີ ສັມປັນໂນ ອຸເປກຂາ ອຸປະປາຣະມີ ສັມປັນໂນ ອຸ ເປກຂາ ປະຣະມັດຖະ ປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
(xi) ທະສະປາຣະມີ ສັມປັນໂນ ທະສະອຸປະປາຣະມີ ສັມປັນໂນ ທະສະປະຣະມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີ ກະຣຸນາ ມຸທິຕາ
ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິ ໂສ ພະຄະວາ.
- ພຸດທັງ ສະຣະນັງ ຄັດສາມິ.
- ທັມມັງ ສະຣະນັງ ຄັດສາມິ.
- ສັງຄັງ ສະຣະນັງ ຄັດສາມິ ນະມາມິຫັງ.
ໝາຍເຫດ: ການພາວະນາບົດປັນຍາປາຣະມີ ທຸກເຊົ້າແລງ ແມ່ນເພື່ອເຮັດໃຫ້ບຸນວາສນາປາຣະມີເສີມສົ່ງຍີ່ງໆຂື້ນໄປ.
[ ກະຣະນີຍະເມດຕາສູດ
ເມດຕາຈະ ສັບພະໂລກັດສະມິງ ມານະ ສັມພາວະເຍ ອະປະຣິມານັງ ອຸດທັງ ອະໂທ ຈະ ຕິຣິຍັນຈະ ອະສັມພາທັງ ອະເວຣັງ ອະສະປັດຕັງ ຕິດຖັນຈະຣັງ ນິສິນໂນ ວາ ສະຍາໂນ ວາ ຍາວະຕັດສະ ວິຄະຕະມິດໂທ ເອຕັງ ສະຕິງ ອະທິດຖະເຖຍຍະ ພຣັມມະ ເມຕັງ ວິຫາຣັງ ອິທະມາຫຸ ທິດຖິຈະ ອະນຸປະຄັມມະ ສີລະວາ ທັດສະເນນະ ສັມປັນໂນ ກາເມສຸ ວິເນຍຍະເຄຫັງ ນະ ຫິ ຊາຕຸ ຄັບພະເສຍຍັງ ປຸນະເຣຕີຕິ.
ໝາຍເຫດ: ໃຊ້ສູດພາວະນາ ເພື່ອສ້າງຄວາມເມດຕາ ແຜ່ໃຫ້ບັນດາ ພູດຜີປີສາດ, ບ້ານໃດເຈົ້າທີ່ເຈົ້າຖານແຮງ ຢ່າຫາໝໍຜີ ຫຼື ພຣະມາສູດຂັບໄລ່ເພີ່ນ ເພາະເພີ່ນຢູ່ມາກ່ອນເຮົາ. ບົດນີ້ສູດຫຼາຍໆ ເພີ່ນຈະຮັກສາເຮົາ ເພີ່ນຈະຊ່ວຍຄຸ້ມຄອງ ຊ່ວຍດູແລເບີ່ງແຍງບ້ານເຮົາໃຫ້ປອດໄພ ຢູ່ເຢັນເປັນສຸກມີຄວາມຈະເລີນຮຸ່ງເຮືອງ.
ອິຕິປິໂສ ເທົ່າອາຍຸ +1
ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸດໂທ ວິດຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸດຕະໂຣ ປຸຣິສະທັມມະສາຣະຖິ ສັດຖາ ເທວະມະນຸດສານັງ ພຸດໂທ ພະຄະວະຕິ (ສູດເກີນອາຍຸ 1 ເທື່ອ)
Y ຄາຖາບູຊາເຈົ້າແມ່ກວນອິມ
- ນຳໂມໄຕ໋ຊື້ ໄຕ໋ປຸຍ ກິວໂຄວ່ ກິວຫຼັ່ງ ກວງໄຕ໋ເລັ່ງກໍ້າ ກວງສີ່ອິມຜູ່ສັກ (ກົ້ມຂາບ)
- ນຳໂມໄຕ໋ຊື້ ໄຕ໋ປຸຍ ກິວໂຄວ່ ກິວຫຼັ່ງ ກວງໄຕ໋ເລັ່ງກໍ້າ ກວງສີ່ອິມຜູ່ສັກ (ກົ້ມຂາບ)
- ນຳໂມໄຕ໋ຊື້ ໄຕ໋ປຸຍ ກິວໂຄວ່ ກິວຫຼັ່ງ ກວງໄຕ໋ເລັ່ງກໍ້າ ກວງສີ່ອິມຜູ່ສັກ (ກົ້ມຂາບ)
ນຳໂມຮຸກ ນຳໂມຫວບ ນຳໂມເຈັງ ນຳໂມກິວໂຄວ່ ກິວຫຼັ່ງ ກວງສີ່ອິມຜູ່ສັກ ທັ່ງຈີ້ໂຕ ໂອມ ເກຍລໍ້ຮວດໂຕ ເກຍລໍ້ຮວດໂຕ ເກຍອໍຮວດໂຕ ລໍ້ເກຍຮວດໂຕ ລໍ້ເກຍຮວດໂຕ ຊ່າຜໍອໍ ທຽງຫຼໍ່ຊີ້ງ ຕີ່ຫຼໍ່ຊີ້ງ ນັ້ງລີ່ຫຼັ່ງ ຫຼັ່ງລີ້ຊິງ ເຈັກຊຽກ ໃຈອ໋ຽງຫ່ວຍອຸຍຕິ໊ງ
ນຳມໍມໍ່ ອໍປໍ່ເຍ້ຍ ປໍຫຼໍ່ບິກ
ຂ້ານ້ອຍຂໍນອບນ້ອມພຣະແມ່ກວນອິມໂພທິສັດ ພຣະປ່ຽມລົ້ນດ້ວຍມະຫາເມຕຕາ ມະຫາກະລຸນາ ອັນຍິ່ງໃຫຍ່ໄພສານ ຂໍໄດ້ໂປດບຳບັດທຸກ ໂສກ ໂຣກ ໄພ ໄຂ້ ເຈັບ ຈົນ ອັນຕະລາຍທັງປວງ
ຂ້ານ້ອຍຂໍນ້ອມເຖີງ ພຸດທານຸພາບ ທັມມານຸພາບ ສັງຂານຸພາບ ພຣະແມ່ກວນອິມມະຫາໂພທິສັດ ຂໍໄດ້ໂປດກຳຈັດປັດເປົ່າທຸກ ໂສກ ໂຣກ ໄພ ໄຂ້ ເຈັບ ຈົນ ອັນຕະລາຍທັງປວງໃຫ້ໝົດສິ້ນໄປ ຂໍຄວາມສຸກສົມປາດຖະໜາທຸກປະການ ຈົ່ງມີແກ່ຂ້ານ້ອຍ ພໍ່ແມ່ ລູກເມຍ ອ້າຍເອື້ອຍນ້ອງ ຫຼານ ຂອງຂ້ານ້ອຍ ຂໍເທບພະເຈົ້າເບື້ອງບົນ ແລະ ເທບເບື້ອງລ່າງທັງໝົດ ໄດ້ໂປດປັດເປົ່າໃຫ້ເວນກັມແລະເຄາະກັມທັງມວນຈົ່ງໝົດສິ້ນໄປ
ບົດແຜ່ເມດຕາໃຫ້ຕົນເອງ
ອະຫັງ ສຸຂິໂຕ ໂຫມິ ຂໍໃຫ້ຂ້າພະເຈົ້າມີຄວາມສຸກ
ນິດທຸກໂຂ ໂຫມິ ເປັນຜູ້ບໍ່ມີທຸກ
ອະເວໂຣ ໂຫມິ ເປັນຜູ້ບໍ່ມີເວນ
ອັບພະຍາປັດໂຊ ໂຫມິ ເປັນຜູ້ທີ່ບໍ່ມີສິ່ງບຽດບຽນ
ສຸຂີ ອັດຕານັງ ປະຣິຫະ ຣາມິ ເປັນຜູ້ມີຄວາມສຸກ ຮັກສາຕົນ ໃຫ້ພົ້ນໄພດ້ວຍເຖີ້ນ !.
ຄຳອະຖິຖານຂໍອະໂຫສິກຳ
ຂ້າພະເຈົ້າຂໍອະໂຫສິກັມ ກັມໃດທີ່ໄດ້ເຮັດໄດ້ທຳແກ່ຜູ້ໃດຊາດໃດໆກໍ່ຕາມ ຂໍໃຫ້ເຈົ້າກັມນາຍເວນ ຈົ່ງອະໂຫສິກັມໃຫ້ແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກັມເຊີ່ງກັນແລະກັນຕໍ່ໄປເລີຍ.
ແມ້ນແຕ່ກັມທີ່ຜູ້ໃດໄດ້ເຮັດ ແລະ ຈະເຮັດໃຫ້ແກ່ຂ້າພະເຈົ້າກໍ່ຕາມ ຂ້າພະເຈົ້າຂໍອະໂຫສິກັມໃຫ້ທັງໝົດສິ້ນ ຍົກຖວາຍພຣະພຸດທະເຈົ້າເປັນອະໄພທານ ເພື່ອຈະໄດ້ບໍ່ມີເວນກັມຕໍ່ກັນຕໍ່ໄປ.
ດ້ວຍອະນິສົງແຫ່ງອະໄພທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ບຸດຫຼານ ຕະຫຼອດຮອດວົງສາຄະນາຍາດ ແລະ ຜູ້ອຸປະລະຄຸນຂອງຂ້າພະເຈົ້າ ມີຄວາມສຸກ ຄວາມຈະເລີນ ປະຕິບັດແຕ່ສີ່ງທີ່ດີ ແລະ ສີ່ງທີຊອບດ້ວຍເທີ້ນ.
ບົດແຜ່ເມດຕາໃຫ້ສັບພະສັດທັງຫຼາຍ
ສັບເພ ສັດຕາ ສັດທັງຫລາຍທັງປວງ
ອະເວຣາ ໂຫນຕຸ ຈົ່ງເປັນຜູ້ບໍ່ມີເວນເຖີດ
ອັບພະຍາປັຊຊາ ໂຫນຕຸ ຈົ່ງເປັນຜູ້ບໍ່ບຽດບຽນກັນ
ອະນິຄາ ໂຫນຕຸ ຈົ່ງເປັນຜູ້ບໍ່ມີຄວາມທຸກກາຍທຸກໃຈ
ສຸຂີ ອັດຕານັງ ປະຣິຫະ ຣັນຕຸ ຈົ່ງເປັນຜູ້ມີຄວາມສຸກ ຮັກສາຕົນໃຫ້ພົ້ນໄພເຖີ້ນ !.
ບົດແຜ່ເມດຕາແບບຍາວ
Ø ສັບເພ ສັດຕາ ອັນວ່າສັດທັງຫຼາຍ ທີ່ເປັນເພື່ອນທຸກເກີດແກ່ເຈັບຕາຍດ້ວຍກັນໝົດທັງສິ້ນ.
Ø ອະເວຣາ ໂຫນຕຸ ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ມີເວນແກ່ກັນແລະກັນເລີຍ
Ø ອັບພະຍາປັຊຊາ ໂຫນຕຸ ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ພະຍາບາດບຽດບຽນຊື່ງກັນແລະກັນເລີຍ
Ø ສຸຂີ ອັດຕະນັງ ປະຣິຫະຣັນຕຸ ຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນ ໃຫ້ພົ້ນຈາກທຸກ-ໄພ ທັງສິ້ນເຖີ້ນ.
[ ບົດແຜ່ສ່ວນກຸສົນ
- ອິທັງ ເມ ມາຕາປິຕູນັງ ໂຫຕຸ ສຸຂິຕາ ໂຫນຕຸ ມາຕາປິຕະໂຣ
ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ມານດາ ບິດາ ຂອງຂ້າພະເຈົ້າ ຂໍໃຫ້ມານດາບິດາ ຂອງຂ້າພະເຈົ້າມີຄວາມສຸກ
- ອິທັງ ເມ ຍາຕີນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ
ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ຍາດທັງຫຼາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັງຫຼາຍຂອງຂ້າພະເຈົ້າ ມີຄວາມສຸກ
- ອິທັງ ເມ ຄຸຣູປັຊຊາຍາຈະຣິຍານັງ ໂຫຕຸ ສຸຂິຕາ ໂຫນຕຸ ຄຸຣູປັຊຊາຍາຈະຣິຍາ
ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ຄູອຸປະຊາອາຈານຂອງຂ້າພະເຈົ້າ ຂໍໃຫ້ຄູອຸປະຊາອາຈານຂອງຂ້າພະເຈົ້າ ມີຄວາມສຸກ
- ອິທັງ ເມ ສັບພະເທວະຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພ ເທວາ
ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ເທວະດາທັງຫຼາຍທັງປວງ ຂໍໃຫ້ ເທວະດາທັງຫຼາຍທັງປວງ ມີຄວາມສຸກ
- ອິທັງ ສັບພະເປຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພ ເປຕາ
ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ເປດທັງຫຼາຍທັງປວງ ຂໍໃຫ້ ເປດທັງຫຼາຍທັງປວງ ມີຄວາມສຸກ
- ອິທັງ ສັບພະເວຣີນັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພ ເວຣີ
ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ເຈົ້າກັມນາຍເວນທັງຫຼາຍທັງປວງ ຂໍໃຫ້ເຈົ້າກັມນາຍເວນທັງຫຼາຍທັງປວງ ມີຄວາມສຸກ
- ອິທັງ ສັບພະສັດຕະຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພ ສັດຕາ
ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ສັດທັງຫຼາຍທັງປວງ ຂໍໃຫ້ສັດທັງຫຼາຍທັງປວງ ມີຄວາມສຸກ ທົ່ວໜ້າກັນເທີ້ນ
ບົດອະພິນຫະປັດຈະເວກຂະນະ
(ຫັນທະມະຍັງອະພິນຫະປັດຈະເວກຂະນະປາຕັງພະນາມະເສ)
Ø ຊະຣາ ທັມໂມມະຫິ ຊະຣັງ ອະນະຕີໂຕ/ (ອະນະຕີຕາ)
ເຮົາມີຄວາມເຖົ້າແກ່ຊະຣາເປັນທັມມະດາ ຈະລ່ວງພົ້ນຄວາມເຖົ້າແກ່ຊະຣາໄປບໍ່ໄດ້.
Ø ພະຍາທິທັມໂມມະຫິ ພະຍາທິງ ອະນະຕີໂຕ/ (ອະນະຕີຕາ )
ເຮົາມີຄວາມເຈັບໄຂ້ເປັນທຳມະດາ ຈະລ່ວງພົ້ນ ຄວາມເຈັບໄຂ້ໄປບໍ່ໄດ້.
Ø ມະຣະນະທັມໂມມະຫິ ມະຣະນັງ ອະນະຕີໂຕ/(ອະນະຕີຕາ ): ເຮົາມີຄວາມຕາຍເປັນທຳມະດາ ຈະລວ່ງພົ້ນ ຄວາມຕາຍໄປບໍ່ໄດ້.
Ø ສັບເພຫິ ເມ ປິເຍຫິ ມະນາເປຫິ ນານາພາໂວ ວິນາພາໂວ: ເຮົາຈະລະເວັ້ນເປັນຕ່າງໆຄືວ່າ ເຮົາຈະຕ້ອງພັດພາກຈາກ ສິ່ງທີ່ຮັກ ສິ່ງທີ່ເພີດເພີນ/ຈະເລີນໃຈທັງຫຼາຍທັງປວງ.
Ø ກັມມັດສະໂກມະຫິ ກັມມະທາຍາໂກ ກັມມະໂຍນິ ກັມມະພັນທຸ ກັມມະປະຖິສະຣະໂນ: ເຮົາມີກັມເປັນຂອງຕົນ ມີກັມເປັນສິ່ງໃຫ້ຜົນມີກັມເປັນແດນເກີດ ມີກັມເປັນຜູ້ຕິດຕາມ ມີກັມເປັນທີ່ເພິ່ງອາໃສ.
Ø ຍັງ ກັມມັງ ກະຣິດສາມິ ກັນລະຍານັງ ວາປາປະກັງ ວາຕັດສະ ທາຍາໂທ ພະວິດສາມິ: ເຮົາເຮັດ/ກະທຳກັມອັນໃດໄວ້ເປັນ ບຸນ (ຄວາມດີ) ຫຼື ເປັນ ບາບ (ຄວາມຊົ່ວ) ເຮົາຈະເປັນທາຍາດຄືວ່າເຮົາຈະຕ້ອງຮັບຜົນຂອງກັມນັ້ນໆສືບໄປ.
Ø ເອວັງ ອັມເຫຫິ ອະພິນຫັງ ປັດຈະເວກຂິຕັບພັງ: ເຮົາທັງຫຼາຍ ຄວນພິຈາລະນາຢ່າງນີ້ ທຸກໆວັນເຖີ້ນ !.
[ ກວດນຳໃຫ້ເຈົ້າກຳນາຍເວນ
ຂ້າພະເຈົ້າຂໍອຸທິດບຸນກຸສົນ ຈາກການຈະເລີນພາວະນານີ້ ໃຫ້ແກ່ເຈົ້າກັມນາຍເວນທັງຫຼາຍຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າໄດ້ເຄີຍລ່ວງເກີນທ່ານໄວ້ຕັ້ງແຕ່ອາດີດຊາດຈົນເຖີງປັດຈຸບັນຊາດ ທ່ານຈະຢູ່ພົບໃດຫຼືພູມໃດກໍ່ຕາມ ຂໍໃຫ້ທ່ານໄດ້ຮັບຜົນບຸນນີ້ ແລ້ວໂປດອະໂຫຊິກຳ ແລະ ອະນຸໂມທະນາບຸນແກ່ຂ້າພະເຈົ້າດ້ວຍອຳນາດບຸນນີ້ດ້ວຍເທີ້ນ.
[ ວິທີການອຸທິດບຸນສຳຫຼັບຜູ້ປ່ວຍ, ໃຫ້ຕົນເອງ ແລະ ບຸກຄົນທົ່ວໄປ (ບົດພິເສດ)
ຈົ່ງຕັ້ງຈິດອະທິດຖານວ່າ “ດ້ວຍອຳນາດຂອງພຣະພຸດ ພຣະທັມ ພຣະສົງ ຈົ່ງດົນບັນດານ ໃຫ້ບຸນຂອງຂ້າພະເຈົ້າ ທີ່ທຳມາແຕ່ໃນອາະດີດຈົນເຖີງປັດຈຸບັນ ເຖີງແກ່ເຈົ້າກັມນາຍເວນຂອງ ......(ໂຣຄ/ພະຍາດທີ່ເປັນຢູ່/ເຈົ້າກັມນາຍເວນ/ ຫຼືໃຫ້ໃຜກາວ່າໄປ) ເມື່ອທ່ານໄດ້ຮັບບຸນແລ້ວ ຂໍໃຫ້ເຈົ້າມີຊີວິດທີ່ດີຂື້ນ ມີພົບພູມທີ່ສູງຂື້ນ ຈົ່ງຫຼຸດຈາກຊີວິດຊັ້ນຕໍ່າດຽວນີ້ ເມື່ອຂ້າພະເຈົ້າຫາຍເຈັບປ່ວຍແລ້ວ ຂ້າພະເຈົ້າຈະທຳບຸນໃຫ້ແກ່ພວກເຈົ້າ ສົ່ງຊີວິດຂອງພວກເຈົ້າໃຫ້ສູງຂື້ນເລື້ອຍໆ ພວກເຈົ້າຈົ່ງເລີກຈອງເວນຈອງກັມໃນຕົວຂອງເຮົາດ້ວຍເທີ້ນ”
[ ຄຳອະທິຖານຂໍພອນ
ຂ້ານ້ອຍຂໍອາຣາດທະນາ ພຣະບາຣະມີ 30 ທັດ ຂອງອົງສົມເດັດສັມມາສັມພຸດທະເຈົ້າ ທີ່ສະເດັດນິພານໄປແລ້ວນັ້ນ ຫຼາຍຍີ່ງກວ່າເມັດຊາຍ ໃນທ້ອງມະຫາສະມຸດທັງ 4 ດ້ວຍເດຊະພຣະພຸດທານຸພາບ ພຣະທັມມານຸພາບ ພຣະສັງຂານຸພາບ ພຣະບາຣະມີ ພຣະໂພທິສັດ ພຣະປັດເຈກໂພທິສັດ ພຣະອໍລະຫັນທັງຫຼາຍ ແລະ ພຣະບາຣະມີຂອງອົງພຣະສະມະນະໂຄດົມບຣົມມະຄູ ຂໍໄດ້ສົ່ງພະລັງມາຍັງຕົວຂ້ານ້ອຍ ຈົງດົນບັນດານໃຫ້ຂ້ານ້ອຍຫາຍຈາກໂຣກໄພໄຂ້ເຈັບ ແລະ ເຄາະກັມທັງຫຼາຍໃນກາຍຂອງຂ້ານ້ອຍຈົ່ງຫາຍໄປທັງສິ້ນທັງໝົດ.
ຂໍໃຫ້ຂ້ານ້ອຍເປັນຜູ້ຊະນະຕໍ່ອຸປະສັກ ແລະ ມານທັງຫຼາຍ
ຂໍໃຫ້ຂ້ານ້ອຍ ແລະ ຄອບຄົວປອດໄພຈາກຣາຊະໄພທັງປວງ
ຂໍໃຫ້ຂ້ານ້ອຍ ພົ້ນຈາກຄວາມທຸກທັງຫຼາຍ
ຂໍໃຫ້ການປະກອບອາຊີບຂອງຂ້ານ້ອຍປະສົບຜົນສຳເລັດຈະເລີນຮຸ່ງເຮືອງກ້າວໜ້າຕະຫຼອດໄປ
ຂໍໃຫ້ຂ້ານ້ອຍສົມບູນພ້ອມດ້ວຍອຳນາດ ແລະ ຕະບະເດຊະສົມບັດ ທະນະສານສົມບັດ ແລະ ບໍລິວານສົມບັດ
ຂໍໃຫ້ຂ້ານ້ອຍປະສົບຄວາມສຸກ ຄວາມຈະເລີນ ຄວາມສຳເລັດຕາມທີ່ຂ້ານ້ອຍປາດຖະໜາທຸກປະການ
ຫາກຂ້ານ້ອຍຍັງບໍ່ເຖີງຊື່ງນິພານ ຊາດໜ້າຂໍໃຫ້ຂ້ານ້ອຍໄດ້ໄປເກີດໃນຕະກູນທີ່ດີ ເປັນຜູ້ມີທັມມະບໍລີສຸດ ສົມບູນພູນສຸກທຸກປະການເຖີ້ນ.
(ປາດຖະໜາສີ່ງໃດ ຂໍຈົງຕັ້ງຈິດອະທິຖານຕາມທີ່ຕ້ອງການ)
ຂອບໃຈຫລາຍ ທີ ໂພດລົງ
ReplyDeleteສາທູໆໆ
ReplyDelete