Tuesday, September 9, 2014

ສວດມົນ ພະຄະຖາ ເພື່ອຄວາມເປັນສິລິມົງຄຸນແກ່ຊີວິດ

ຄຳນະມັດສະການພຮະຮັດຕະນະໄຕ


ອະຣະຫັງ ສຳມາສຳພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ກາບ)
ສະວາກຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ                             (ກາບ)
ສຸປະຕິປັນໂນ ພະຄະວະໂຕ ສາວະກະ ສັງໂຂ ນະມາມິ                                (ກາບ)
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ພຸດທັງ ສະຣະນັງ ຄັດສາມິ
ທຳມັງ ສະຣະນັງ ຄັດສາມິ
ສັງຄັງ ສະຣະນັງ ຄັດສາມິ
ທຸຕິຍຳປິ ພຸດທັງ ສະຣະນັງ ຄັດສາມິ
ທຸຕິຍຳປິ ທຳມັງ ສະຣະນັງ ຄັດສາມິ
ທຸຕິຍຳປິ ສັງຄັງ ສະຣະນັງ ຄັດສາມິ
ຕະຕິຍຳປິ ພຸດທັງ ສະຣະນັງ ຄັດສາມິ
ຕະຕິຍຳປິ ທຳມັງ ສະຣະນັງ ຄັດສາມິ
ຕະຕິຍຳປິ ສັງຄັງ ສະຣະນັງ ຄັດສາມິ

ບົດນະມັດສະການ ພຮະພຸດທະຄຸນ ພຮະທຳມະຄຸນ ພຮະສັງຂະຄຸນ
ສີເລນະ ສຸຕະຕິງ ຍັນຕິ ສີເລນະ ໂພຄະສັມປະທາ ສີເລນະ ນິບພຸຕິງ ຍັນຕິ ຕັດສະມາສີລັງ ວິໂສທະເຍ

ອິຕິປິ ໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ ວິຊາຈະຣະນະສຳປັນໂນ ສຸຂະໂຕ ໂລກະວິທູ ອະນຸດຕະໂຣ ປຸຣິສະທຳມຜສາຣະຖິ ສັດຖາ ເທວະມະນຸດສານັງ ພຸດໂທ ພະຄະວະຕິ                                      
ສະວາກຂາໂຕ ພະຄະວະຕາ ທຳໂມ ສັນທິດທິໂກ ອະກາລິໂກ ເອຫິປັດສິໂກ ໂອປະນະຍິໂກ ປັດຈັດຕັງ ເວທິຕັບໂພ ວິນຍູຫິຕິ                                                                                                              
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສາມີຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍະທິທັງ ຈັດຕາຣິ ປຸຣິສະຍຸຄານິ ອັກຄະ ປຸຮິສະປຸຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ ອັນຊະລີ ກະຮະນີໂຍ ອະນຸດຕະຮັງ ປຸນນັກເຂດຕັງ ໂລກັດສາຕິ


ບົດສູດມົນ, ຄາຖາ ແລະ ການອຸທິດບຸນກຸສົນຕ່າງໆ
[ ບົດສູດ​ ຍອດພຣະກັນໄຕຣປິດົກ
(1)     ອິຕິປິໂສ ພະຄະວາ ອະຣະຫັງ ວັດຈະໂສ  ພະຄະວາ ອິຕິປິໂສ ພະຄະວາ ສັມມາສັມພຸດໂທ ວັດຈະໂສ ພະຄະວາ  ອິຕິປິໂສ ພະຄະວາ ວິຊຊາຈະຣະນະສັມປັນໂນ ວັດຈະໂສ ພະຄະວາ  ອິຕິປິໂສ ພະຄະວາ ສຸຄະໂຕ ວັດຈະໂສ ພະຄະວາ  ອິຕິປິ ໂສ ພະຄະວາໂລກະວິທຸ  ວັຈຈະໂສ  ພະຄະວາ.
(2)     ອະຣະຫັນຕັງ  ສະຣະນັງ ຄັດສາມິ  ອະຣະຫັນຕັງ  ສິຣະສາ ນະມາມິ  ສັມມາສັມພຸດທັ  ສະຣະນັງ ຄັດສາມິ ສັມມາສັມພຸດທັງ ສິຣະສາ ນະມາມິ   ວິຊຊາຈະຣະນະສັມປັນນັງ  ສະຣະນັງ ຄັດສາມິ ວິຊຊາຈະຣະນະສັມປັນນັງ ສິຣະສາ ນະມາມິ ສຸຄະຕັງ  ສະຣະນັງ ຄັດສາມິ ສຸຄະຕັງ ສິຣະສາ ນະມາມິໂລກະວິທັງສະຣະນັງຄັດສາມິ ໂລກະວິທັງ  ສິຣະສາ  ນະມາມິ .
(3)     ອິຕິປິໂສ  ພະຄະວາ  ອະນຸດຕະໂຣ ວັດຈະໂສ  ພະຄະວາ ອິຕິປິ ໂສພະຄະວາ ປຸຣິສະທັມມະສາຣະຖີ  ວັດຈະໂສ   ພະຄະວາ  ອິຕິປິໂສ ພະຄະວາ  ພຸດໂທ  ວັດຈະໂສ  ພະຄະວາ.
(4)     ອະນຸດຕະຣັງ  ສະຣະນັງ ຄັດສາມິ ອະນຸດຕະຣັງ ສິຣະສາ ນະມາມິ ປຸຣິສະທັມມະສາຣະຖີ  ສະຣະນັງ ຄັດສາມິ ປຸຣິສະທັມມະສາຣະຖີ ສິຣະສາ ນະມາມິ  ສັດຖາເທວະມະນຸສສານັງ ສະຣະນັງຄັດສາມິ ສັດຖາເທວະມະນຸສສານັງ ສິຣະສານະມາມິພຸດທັງສະຣະນັງຄັດສາມິພຸດທັງສິຣະສານະມາມິ.
(5)     ອິຕິປິໂສ ພະຄະວາ ຣູປະຂັນໂທ ອະນິຈຈະ ລັກຂະນະ ປາຣະມີ ຈະ   ສັມປັນໂນ ອິຕິປິ ໂສ ພະຄະວາ / ອິຕິປິໂສ ພະຄະວາ ເວດທະນາຂັນໂທ  ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິ ໂສ ພະຄະວາ /ອິຕິປິໂສ ພະຄະວາ ສັນຍາຂັນໂທ  ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິໂສ ພະຄະວາ / ອິຕິປິໂສ ພະຄະວາ ສັງຂາຣະຂັນໂທ  ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິໂສ ພະຄະວາ / ອິຕິປິໂສ ພະຄະວາ ວິນຍານະຂັນໂທ ອະນິຈຈະ ລັກຂະນະ ປາຣະມີ ຈະ ສັມປັນໂນ ອິຕິປິໂສ ພະຄະວາ.
(6)     ອິຕິປິໂສ ພະຄະວາ   ປະຖະວີຈັກກະວາລະ    ຈາຕຸມະຫາຣາຊິກາ ຕາວະຕິງສາ  ທາຕຸສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ  ເຕໂຊ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສ  ພະຄະວາ  ວາໂຍ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ  ອິຕິປິໂສ ພະຄະວາ  ອາໂປ   ຈັກກະວາລະ ຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ ອາກາສະ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ ອາກາສະຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ  ທາຕຸ  ສັມມາທິຍານະ  ສັມປັນໂນ.
(7)     ອິຕິປິໂສ  ພາຄະວາ ຍາມາທາຕຸ  ສັມມາທິຍານະ  ສັມປັນໂນ  ອິຕິປິໂສ ພະຄະວາ ຕຸສິຕາ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ  ພະຄະວາ ນິມມານະ ຣະຕິ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາກາມາ ວະຈະຣະ ທາຕຸ ສັມມາທິຍານະ   ສັມປັນໂນ ອິຕິປິໂສ ພະຄະວາ ຣຸປາ ວະຈະຣະ ທາຕຸ ສັມມາທິຍານະ  ສັມປັນໂນ.
(8)     ອິຕິປິໂສ  ພະຄະວາ ປະຖະມະຍານະທາຕຸ ສັມມາທິຍານະ  ສັມປັນໂນ ອິຕິປິໂສ  ພະຄະວາ  ທຸຕິຍ ຍານະທາຕຸ ສັມມາທິຍານະ    ສັມປັນໂນ ອິຕິປິ  ​ໂສ  ພະຄະວາ ຕະຕິຍະ ຍານະທາຕຸ   ສັມມາທິຍານະ  ສັມປັນໂນ ອິຕິປິໂສ ພະຄະວາ ຈະຕຸດຖະ ຍານະທາຕຸ  ສັມມາທິຍານະ  ສັມປັນໂນ ອິຕິປິ  ໂສ  ພະຄະວາ  ປັນຈະມະຍານະທາຕຸ ສັມມາທິຍານະ ສັມປັນ​ໂນ.
(9)     ອິຕິປິໂສ  ພະຄະວາ ອາກາສານັນຈາຍະຕະນະເນວະ ສັນຍານາສັນຍາ ຍະຕະນະ  ອະຣູປາ  ວະຈະຣະທາຕຸ  ສັມມາທິຍານະ  ສັມປັນໂນ        ອິຕິປິໂສ ພະຄະວາ ວິນຍານັນຈາ ຍະຕະນະເນວະ ສັນຍານາສັນຍາຍະຕະນະະຣູປາວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິ ໂສພະຄະວາ  ອາກິນຈັນຍາ  ຍະຕະນະ  ​ເນວະ  ສັນຍານາສັນຍາ ຍະຕະນະ                                   ອະຣູປະວະຈະຣະທາຕຸ  ສັມມາທິຍານະ   ສັມປັນ​ໂນ.
(10)   ອິຕິປິໂສ ພະຄະວາ ໂສຕາ ປັດຕິມັກຄະ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ ສະກິທາຄາ ປັດຕິມັກຄະ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ ອະນາຄາ ປະຕິມັກຄະ ທາຕຸ ສັມມາທິຍານະສັມປັນໂນ ອິຕິປິໂສ ພະຄະວາ ອະຣະຫັດຕະປັດຕິມັກຄະທາຕຸ           ສັມມາທິຍານະ  ສັມປັນໂນ.
(11)   ອິຕິປິໂສ ພະຄະວາໂສຕາອະຣະຫັດຕະ ປັດຕິຜະລະທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ ສະກິທາຄາ ອະຣະຫັດຕະ   ປັດຕິຜະລະ ທາຕຸ ສັມມາທິຍານະ ສັມປັນໂນ ອິຕິປິໂສ ພະຄະວາ  ອະນາຄາ ອະຣະຫັດຕະ  ປັດຕິຜະລະ  ທາຕຸ ສັມມາທິຍານະ  ສັມປັນໂນ.
(12)   ກຸສະລາ ທັມມາ  ອິຕິປິໂສພະຄະວາ  ອະອາຍາວະຊີວັງ ພຸດທັງ ສະຣະນັງ ຄັດສາມິ  ຊົມພູທິປັນຈະ ອິສສະໂຣ  ກຸສະລາ ທັມມາ ນະໂມ ພຸດທາຍະນະໂມ ທັມມາຍະ ນະໂມ ສັງຄາຍະ ປັນຈະ ພຸດທາ ນະມາມິຫັງ  ອາ ປາ ມະ ຈຸປະ ທິ ມະ ສັງອັງຂຸສັງ ວິທາປຸກະຍະ ປະອຸປະສະຊະ ສຸເຫປາ ຜາ ຍະໂສ   ໂສ   ເສເສ ອະອະອະ ອະ ນິເຕ ຊະ ສຸເນ ມະ  ພູ ຈະ ນາ ວິເວ ອະ ສັງ ວິ ສຸໂລ  ປຸ ສະ ພຸ ພະ ອິ ສະ ວາ ສຸ  ສຸ ສະ ວາ ອິ ກຸສະລາ ທັມມາ ຈິດຕິ ວິອັດຕິ .
(13)   ອິຕິປິໂສ  ພະຄະວາ  ອະຣະຫັງ  ອະ ອາ  ຍາວະ ຊີວັງ  ພຸດທັງ ສະຣະນັງ  ຄັດສາມິ  ສາໂພທິ  ປັນຈະ   ອິສສະໂຣ  ທັມມາ.
(14)   ກຸສະລາ ທັມມາ ນັນທະວິວັງໂກ  ອິຕິ  ສັມມາສັມພຸດໂທ ສຸຄະລາໂນ  ຍາວະຊີວັງ ພຸດທັງ ສະຣະນັງ ຄັດສາມິ ຈາຕຸມະຫາ-ຣາຊິກາ ອິສສະໂຣ ກຸສະລາ ທັມມາ  ອິຕິ ວິຊຊາຈະຣະນະ ສັມປັນໂນ ອຸອຸ ຍາວະ ຊີວັງ  ພຸດທັງສະຣະນັງ  ຄັດສາມິ ຕາວະຕິງສາ ອິສສະໂຣ  ກຸສະລາ ທັມມາ ນັນທະປັນຈະ ສຸຄະໂຕໂລກະວິທູ ມະຫາເອໂອ  ຍາວະ ຊີວັງ ພຸດທັງ ສະຣະນັງຄັດສາມິ ຍາມາ ອິສສະໂຣ ກຸສະລາ ທັມມາ ພຣົມມາ ສັດທະ ປັນຈະສັດຕະ ສັດຕາ ປາຣະມີ  ອະນຸດຕະໂຣ ຍະມະກະຂະ  ຍາວະ ຊີວັງ  ພຸດທັງ  ສະຣະນັງ  ຄັດສາມິ.
(15)   ຕຸສິຕາ ອິສສະໂຣ ກຸສະລາ ທັມມາ ປຸ ຍະ ປະ ກະ ປຸຣິສະ ທັມມະສາຣະຖີ ຍາວະ ຊີວັງ  ພຸດທັງ ສະຣະນັງ  ຄັດສາມິ.
(16)   ນິມມານະ ຣະຖີ  ອິສສະໂຣ  ກຸສະລາ  ທັມມາ ເຫຕຸໂປວະ ສັດຖາເທວະ ມະນຸດສານັງ  ຕະຖະ ຍາວະ ມະນຸສສານັງ ຕະຖະ ຍາວະ ຊີວັງ ພຸດທັງ   ສະຣະນັງ  ຄັດສາມິ.
(17)   ປະຣະນິມມິຕະ ວະສະວັດຕີ  ອິສສະໂຣ ກຸສະລາທັມມາ ສັງຂາຣະ ຂັນໂທ  ທຸກຂັງ ອະນິຈັງ ອະນັດຕາ  ຣຸປະຂັນໂທ ພຸດທະ   ປະຜະ    ຍາວະຊີວັງ  ພຸດທັງ  ສະຣະນັງ   ຄັດສາມິ.
(18)   ພຣົມມາ  ອິສສະໂຣ ກຸສະລາ ທັມມາ ນິດຈິປັດຈະຍາວິນະປັນຈະພະຄະວາຕາ  ຍາວະ ນິບພານັງ  ສະຣະນັງ  ຄັດສາມິ ນະໂມ ພຸດທັສສະນະໂມ ທັມມັສສະ ນະໂມ  ສັງຄັສສະ ພຸດທິລາໂລກະລາ  ກະຣະ ກະນາ  ເອເຕນະ ສັດເຈນະ ສຸວັດຖິໂຫນຕຸ ຫຸລູ ຫຸລູ ຫຸລູ ຫຸລູ ສາວະຫາຍະ.
(19)   ນະໂມ  ພຸດທັສສະ ນະໂມ ທັມມັສສະ ນະໂມ ສັງຄັສສະ ວິດຕິ ວິດຕິ ວິດຕິ  ນິດຕິ  ນິດຕິ  ຈິຕຕິ  ຈິຕຕິ  ອັຕຕິ  ອັຕຕິ  ມະຍະ ສຸ  ສຸວັດຖິໂຫນຕຸ ຫຸລູ  ຫຸລູ   ສ ະ ວ າ ຫ າ ຍ ະ.
(20)   ອິນທະສາວັງ ມະຫາອິນທະສາວັງ ພຣົມມະສາວັງມະຫາ ພຣົມມະສາວັງ ຈັກກະວັດຕິ  ສາວັງ   ມະຫາຈັກກະວັດຕິ  ສາວັງ  ​ເທວາ ສາວັງ ມະຫາເທວາ ສາວັງ ອິສິ ສາວັງ ມະຫາອິສິ ສາວັງ ມຸນີ ສາວັງ ມະຫາມຸນີ ສາວັງ  ສັບປຸຣິ  ສາວັງ ມະຫາສັບປຸຣິ ສາວັງ ພຸດທະ ສາວັງ ປັດເຈກະພຸດທະ     ສາວັງ ອະຣະຫັດຕະ   ສາວັງ ສັບພະສິດທິ  ວິຊາທະຣານັງ ສາວັງ  ສັບພະໂລກາ ອະຣິຍານັງສາວັງ   ເອເຕນະ ສັດເຈນະ ສຸວັດຖິ ໂຫຕຸ.
(21)   ສາວັງ ຄຸນັງ  ວະຊະພະລັງເຕຊັງ  ວິຣິຍັງ​  ສິດທິກັມມັງ  ນິບພານັງ    ​   ໂມກຂັງ  ຄຸຍຫະກັງ  ທານັງ ສີລັງ  ປັນຍາ ນິກຂັງ  ປຸນຍັງ  ພາຄະຍັງ           ຕັບປັງ  ສຸກຂັງ  ສິຣິ ຣູປັງຈະຕຸ  ວິສະຕິເສນັງເອເຕນະ   ສັດເຈນະ         ສຸວັດຖິ  ໂຫຕຸ   ຫຸລູ ຫຸລູ ຫຸລູ    ສ ະ ວາ ຫ ະ ຍ ະ.
(22)   ນະໂມ  ພຸດທັສສະ  ນະໂມ ທັມມັສສະ  ນະໂມ ສັງຄັສສະ  ທຸກຂັງ   ອະນິຈຈັງ ອະນັດຕາ ຣູປະຂັນໂທ  ເວດທະນາຂັນໂທ  ສັນຍາຂັນໂທ         ສັງຂາຣະຂັນໂທ ຍານະຂັນໂທ ນະໂມ ອິຕິປິ ​​ໂສ ພະຄະວາ.
(23)   ນະໂມ ພຸດທັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທເວດທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ຍານະຂັນໂທ  ນະໂມ ສວາກຂາໂຕ  ພະຄະວະຕາ   ທັມໂມ.
(24)   ນະໂມ ທັມມັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທເວດທະນາຂັນໂທ  ສັນຍາຂັນໂທ ສັງຂາຣະຂັນໂທ   ຍານະຂັນໂທ  ນະໂມ ສວາກຂາໂຕ  ພະຄະວະຕາ  ທັມໂມ.
(25)   ນະໂມ ທັມມັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທເວດທະນາຂັນໂທ  ສັນຍາຂັນໂທ  ສັງຂາຣະຂັນໂທ   ຍານະຂັນໂທ   ນະໂມ ສຸປະຕິປັນໂນ   ພະຄະວະໂຕ  ສາວະກະ  ສັງໂຄ.
(26)   ນະໂມ ສັງຄັສສະ ທຸກຂັງ ອະນິຈຈັງ ອະນັດຕາ ຣູປະຂັນໂທ  ​ເວດທະນາຂັນໂທ   ສັນຍາຂັນໂທ ສັງຂາຣະຂັນໂທ ຍານະຂັນໂທ ນະໂມ ສຸປະຕິປັນໂນ  ພະຄະວະໂຕ  ສາວະກະ ສັງໂຄ  ວະ​ຫະປະຕິ​ດຕັງ.
(27)   ນະໂມພຸດທາຍະ ມະ ອະ ອຸ ທຸກຂັງ ອະນິຈຈັງ ອະນັດຕາ ຍາວະ     ທັສສະ ຫາໂຍ ນະໂມ ອຸ ອະ ມະ ທຸກຂັງ ອະນິຈຈັງ ອະນັດຕາ ອຸ ອະ ມະ ອາ ວັນທາໂມນະ  ພຸດທາຍະ ນະອະ ກະ ຕິນິ ສະ ຣະ ນະ ອາ ຣະ ປະ ຂຸ ທັງ ມະ ອະ ອຸ  ທຸກຂັງ  ອະນິຈຈັງ  ອະນັດຕາ.

ໝາຍເຫດ:​   ໃນປະຫວັດຂອງບົດ​ສູດພຣະກັນໄຕຣປີດົກກ່າວໄວ້ວ່າ:​ ບົດສູດ​ດັ່ງກ່າວນີ້ເປັນໜັງສືທີ່ສັກສິດເໜືອບົດອື່ນໆໃດ ຖ້າທ່ານຜູ້ໃດໄດ້ສູດມົນ/​ພາວະນາບົດນີ້ທຸກຄໍ່າເຊົ້າແລ້ວທ່ານຜູ້ນັ້ນ, ຈະບໍ່ໄປຕົກໃນອະບາຍ ຍະພູມ, ພຽງແຕ່ທ່ານໄດ້ບູຊາໄວ້ໃນຮ້ານພຣະ/ເຮືອນຊານກໍ່ຈະປ້ອງກັນບໍ່ໃຫ້ເກີດໄພອັນຕະຣາຍຕ່າງໆທ່ານຈະບັງເກີດໂຊກລາບພົ້ນຈາກ​​ເຄາະເຂັນແລະໄພພິບັດທັງປວງ.

[ ບົດສູດພຣະຊິນບັນຊອນ
      ຫົວໃຈຂອງພຣະຄາຖາທີ່ບັນທຶກໄວ້ໃນສະໄໝບູຮານມີພຽງຕ່ 31 ຄຳເທົ່ານັ້ນຄື:     
ຊະ  ຈະ   ຕະ  ສະ  ​ສີ   ສັງ   ຫະ   ໂກ
ທະ  ກະ  ​ເກ  ນິ    ກຸ    ​ໂລ    ປຸ​   ເຖ
ເສ  ​ເອ    ຊະ  ຣະ ທະ  ຂະ  ອາ    ຊິ
ວາ   ອາ   ວະ   ຊິ    ສະ   ວິ   ຕັງ
ພຣະຄາຖາຊິນະບັນຊອນ
ໂດຍ ສົມເດັຈພຣະພຸທທາຈາຣຍ໌ (ໂຕ ພຣົຫມຣັງສີ)
    ພຣະຄາຖາບົດນີ້ ເປັນຄາຖາສັກສິດ ຕົກທອດມາຈາກລັງກາ ທ່ານເຈົ້າປະຄຸນສົມເດັຈຯຄົ້ນພົບໃນຄໍາພີໂບຮານແລະໄດ້ດັດແປງແຕ່ງເຕີມໃຫ້ດີຂຶ້ນ ເປັນເອກະລັກພິເສດ
ຜູ້ໃດສວດມົນຕ໌ພາວະນາພຣະຄາຖານີ້ເປັນປະຈຳສະໝ່ຳສະເໝີຈະທຳໃຫ້ເກີດຄວາມສິຣິມຸງຄຸນແກ່ຕົນເອງ ສັດຕຣູບໍ່ຫານກ້ຳກາຍ ມີເມຕຕາມະຫານິຍົມ ຂະຈັດໄພຕລອດ ພວກໃສ່ຂອງ(ໄສຍາສາດ)ກໍ່ບໍ່ສາມາດໃສ່ໄດ້ ເພື່ອໃຫ້ເກີດອານຸພາບຍີ່ງຂຶ້ນ ກ່ອນການຈະເຣີນພາວະນາໃຫ້
ຕັ້ງ​ນະ​ໂມ 3  ​ເທື່ອ ​ແລ້ວ​ກ່າວ​ວ່າ:
ປຸດຕະກາໂມ ລະເພ ປຸດຕັງ ທະນະກາໂມ ລະເພທະນັງ ອັດຖິກາເຍຍະຍາຍະ ເທວານັງປິຍະຕັງສຸດຕະວາ
# ອິຕິປິ ໂສ ພະຄະວາ ຍະມະຣາຊາໂນ ທ້າວເວດສຸວັນໂນ ມະຣະນັງ ສຸຂັງ ອະຣະຫັງ ສຸຄະໂຕ ນະໂມພຸດ ທາຍະ.
(1)     ຊະຍາສະນາກະຕາ  ພຸດທາ  ​ເຊຕະວາ ມາຣັງ ສະວາ ຫະນັງຈະຕຸ ສັດຈາ ສະພັງ  ຣະສັງເຍ ປິວິງສຸ  ນະຣາ  ສະພາ.
(2)     ຕັນຫັງ ກະຣາ ທະໂຍ ພຸດທາ ອັດຖະວີ ສະຕິ ນາຍະກາ ສັບເພ ປະຕິດຖິຕາໄມຫັງ ພຸດໂທ   ມັດຖະເກ  ​ເຕ ມຸນິສສະຣາ.
(3)     ສີເສ ປະຕິດຖິໂຕ  ​ໄມຫັງ ພຸດໂທ ທັມ​ໂມ ຫະວິໂລ ຈະ​​ເນ ສັງໂຄ ປະຕິດຖິໂຕ ໄມຫັງ ອຸເຣ ສັບພະຄຸນາ ກະໂຣ.
(4)     ຫະທະເຍເມ ອະນຸຣຸດໂທ ສາຣິປຸດໂຕ ຈະ ທັກຂິເນ ໂກນທັນໂຍ ປິຕິດຖິພາ ຄັດສະມິ ໂມກຄັນລາໂນ ຈະ ວາມະເກ.
(5)     ທັກຂິເນ  ສະວະເນໄມຫັງ ອາສຸງ ອານັນທະ ຣາຫຸໂລ ກັດສະໂປ ຈະມະຫານາໂມ ອຸພາສຸງ ວາ ມະໂສຕະເກ.
(6)     ເກສະໂຕ ປິດຖິພາ ຄັດສະມິ ສຸຣິໂຍ ວະ ປະພັງ  ກະໂຣນິສິນໂນ ສິຣິ ສັມປັນໂນໂສພິໂຕ ມຸນິ ປຸງຄະໂວ.
(7)     ກຸມາຣະ ກັສສະໂປເຖໂຣ ມະເຫສີ ຈິຕຕະ ວາທະໂກ ໂສໄມຫັງ ວະທະເນ ນິຈຈັງ ປະຕິດຖາສິ ຄຸນາກະໂຣ.
(8)     ປຸນໂນ ຍັງ ຄຸລິມາໂລ ຈະ ອຸປາລີ ນັນທະສີວະລີ ເຖຣາ ປັນຈະ ອິເມ ຊາຕາ ນະລາເຕ ຕິລະກາ ມະມະ.
(9)     ເສສາ ສີຕິ ມະຫາເຖຣາ ວິຊິຕາ ຊິນະສາວະກາ ເອເຕ ສິຕິມະຫາເຖຣາ  ຊີຕະ ວັນໂຕ ຊິໂນ ຣະສາຊະລັນຕາ ສີລະເຕເຊນະອັງຄະມັງເຄສຸ ສັນຖິຕາ.
(10)    ຣະຕະນັງ ປຸຣະໂຕ ອາສິ ທັກຂິເນເມດຕະ  ສຸດຕະກັງທະຊັກຄັງ ປັດສະ​  ໂຕ ອາສິ ວາເມ ອັງຄຸລິມາ ລະກັງ.
(11)   ຂັນທະໂມຣະ ປະຣິດຕັນ ຈະ ອາຕານາ ຕິຍະ ສຸດຕະກັງ ອາກາເສ ສະທະນັງ ອາສິເສສາ  ປາກາຣະ ສັນຖິຕາ.
(12)    ຊິນາ ນານາ ວະຣະສັງ ຍຸດຕາ ສັດຕັບປາ ກາຣະ ລັງກະຕາວາຕະ ປິດຕາທິ ສັນຊາຕາ ພາຫິຣັດຊັດຕຸ ປັດທະວາ.
(13)    ອະເສສາ ວິນະຍັງ ຍັນຕຸ ອະນັນຕະ ຊິນະເຕຊະສາ ວະສະໂຕເມ ສະກິດເຈນະ ສະທາ ສັມພຸດທະ ປັນຊະເຣ.
(14)    ຊິນະ ປັນຊະຣະ ມັດຊັມຫິ   ວິຫະຣັນຕັງ ມະຮີ ຕະເລ ສະທາ ປາເລນຕຸ ມັງສັບເພເຕ ມະຫາ ປຸຣິສາ ສະພາ.
(15)    ອິດເຈວະ ມັນໂຕ ສຸຄຸດໂຕ ສຸຣັກໂຂ.
       ຊິນານຸພາເວນະ ຊິຕູປັດທະໂວ
       ທັມມານຸພາເວນະ ຊິຕາ ຣິສັງໂຄ
       ສັງຄານຸພາເວນະ ຊິຕັນ ຕະຣາໂຍ  
       ສັດທັມມາ ນຸພາວະ ປາລິໂຕ ຈະຣາມິ ຊິນະປັນຊະເຣຕິ

ໝາຍເຫດ: ອີງໃສ່ຕຳນານທີ່ກ່າວໄວ້ ຖ້າທ່ານຜູ້ໃດໄດ້ສູດມົນພາວະນາ ພຣະຄາຖາ ຊິນບັນຊອນນີ້ເປັນປະຈຳສະໝໍ່າສະເໝີ ຈະເຮັດໃຫ້ເກີດຄວາມສິຣິມົງຄົນ ສົມບູນພູນສຸກ ສັດຕູໝູ່ມານບໍ່ກ້າເຂົ້າມາກ້າວກ່າຍ ທ່ານໄປທາງໃດກໍ່ຈະເກີດເມດຕາມະຫານິຍົມເກີດລາບພູນຜົນທະວີຄູນ ມັ່ງ​ມີ​ເງີ​ນຄຳ​ໄຫຼ​ມາ​ເທ​ມາ, ກຳຈັດໄພຈາກພູດຜີປີສາດ ຖ້າສູດຄາຖານີ້ໃສ່ນ້ຳມົນ ນຳໄປຫົດແກ້ ສັບພະໂຣກໄພ​​ໄຂ້ເຈັບໄດ້ເປັນສິຣິມົງຄົນແກ່ຊີວິດ ຖ້າຫາກສູດ 10 ​ຄັ້ງກ່ອນອອກເດີນທາງແລ້ວອະທິຖານ ກໍ່ຈະສຳເລັດຜົນສົມດັ່ງປາຖະໜາຂອງທ່ານແລ !.

[ ບົດ​ສູດ​ປັນຍາ​ປາຣະມີ
ນະ​ໂມ ຕັສະ​ຖຸ ປັນຍາ​ຍຸ​ເປ​ໂຕ ສຸຄະ​ໂຕ ວິ​ຕະຣາ​ໂຄ ພາສາ​ຍະ ​ເສ​ໂກ ທະສະ​ຍານະ​ທະ​ໂຣ ​ໂຍ ​ໂລກະ​ນາ​ໂຖ ຫິຕັດ​ຖັງ​ວະ ຈິນ​ເຕນະ ທັນ​ຕະວາ​ນະ ປາ​ປັງ ສຸຄະ​ຕັງ ສີຣະສາ ນະ​ມາ​ມິ.
(i)       ທານະ ປາຣະມີສັມປັນໂນ ທານະອຸບປະປາຣະມີ ສັມປັນໂນ ທານະ ປະຣະມັດຖະ ປາຣະມີ ສັມປັນໂນ  ​ເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ  ປາຣະມີ  ສັມປັນໂນ ອິຕິປິໂສ ພະຄະວາ.
(ii)      ສິລະ ປາຣະມີ ສັມປັນໂນ ສິລະອຸປະປາຣະມີ ສັມປັນໂນ ສິລະປະຣມັດຖະປາຣະມີ ສັມປັນໂນ ເມດຕາ ໄມຕຣີກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ  ສັມປັນໂນ ອິຕິປິໂສ ພະຄະວາ.
(iii)     ເນກຂັມມະ ປາຣະມີ ສັມປັນໂນ ເນກຂັມມະອຸປະປາຣະມີ ສັມປັນ​ໂນເນກຂັມມະປະຣະມັດຖະ ປາຣະມີ ສັມປັນໂນ ​ເມດ​ຕາ ​ໄມຕຣີ ກະຣຸນາ ມຸທິຕາ  ອຸເປກຂາ  ປາຣະມີ  ສັມປັນ​ໂນ ອິຕິປິ ​ໂສ ພະຄະວາ.
(iv)    ປັນຍາ ປາຣະມີ ສັມປັນໂນ ປັນຍາອຸປະປາຣະມີ ສັມປັນໂນ ປັນຍາປະຣະມັດຖະປາຣະມີ ສັມປັນໂນເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ   ອິຕິປິໂສ ພະຄະວາ.
(v)      ວິຣິຍະ ປາຣະມີ ສັມປັນໂນ ວິຣິຍະອຸປະປາຣະມີ ສັມປັນໂນ ວິຣິຍະປະຣະມັດຖະປາຣະມີ   ສັມປັນໂນ  ​ເມດຕາໄມຕຣີ ກະຣຸນາ   ມຸທິຕາ ອຸເປກຂາ  ປາຣະມີ  ສັມປັນໂນ   ອິຕິປິໂສ ພະຄະວາ.
(vi)    ຂັນຕິ ປາຣະມີ ສັມປັນໂນ ຂັນຕິອຸປະປາຣະມີ ສັມປັນໂນ ຂັນຕິປະຣະມັດຖະປາຣະມີ ສັມປັນໂນເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ  ອິຕິປິ​ ໂສ  ພະຄະວາ.
(vii)   ສັຈຈະ ປາຣະມີ ສັມປັນໂນ ສັດຈະອຸປະປາຣະມີ ສັມປັນໂນ ສັດຈະປະຣະມັດຖະປາຣະມີ ສັມປັນໂນເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
(viii)  ອາທິດຖານະ ປາຣະມີ ສັມປັນໂນ ອະທິຖານະອຸປະປາຣະມີ    ສັມປັໂນ ອະທິຖານະປະຣະມັດຖະ ປາຣະມີ ສັມປັນໂນເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
(ix)    ເມດຕາຣະມີ ສັມປັນໂນເມດຕາອຸປະປາຣະມີ ສັມປັນໂນເມດຕາປະຣະມັດຖະປາຣະມີ ສັມປັນໂນເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
(x)      ອຸເປກຂາ ປາຣະມີ  ສັມປັນໂນ  ອຸເປກຂາ​  ອຸປະປາຣະມີ  ສັມປັນໂນ  ອຸ  ​ເປກຂາ ປະຣະມັດຖະ ປາຣະມີ ສັມປັນໂນເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸ​ເປກຂາ ປາຣະມີ ສັມປັນໂນ ອິຕິ​ປິໂສ ພະຄະວາ.
(xi)    ທະສະປາຣະມີ ສັມປັນໂນ  ທະສະອຸປະປາຣະມີ    ສັມປັນໂນ ທະສະປະຣະມັດຖະປາຣະມີ ສັມປັນໂນເມດຕາໄມຕຣີ ກະຣຸນາ ມຸທິຕາ
ອຸເປກຂາ ປາຣະມີ ສັມປັນໂນ ອິຕິປິໂສ  ພະຄະວາ.
-           ພຸດທັງ ສະຣະນັງ ຄັດສາມິ.
-           ທັມມັງ ສະຣະນັງ ຄັດສາມິ.
-           ສັງຄັງ ສະຣະນັງ ຄັດສາມິ ນະມາມິຫັງ.

ໝາຍ​ເຫດ: ການ​ພາວະນາ​ບົດ​ປັນຍາ​ປາຣະມີ ທຸກ​ເຊົ້າ​ແລງ ​ແມ່ນ​​ເພື່ອ​ເຮັດ​ໃຫ້​ບຸນ​ວາສນາປາຣະມີ​ເສີມ​ສົ່ງ​ຍີ່​ງໆ​ຂື້ນ​ໄປ.

[ ກະຣະນີຍະ​ເມດ​ຕາ​ສູດ
​ເມດ​ຕາຈະ ສັບພະ​ໂລ​ກັດ​ສະ​ມິ​ງ ມານະ ສັມພາວະ​ເຍ ອະປະຣິມາ​ນັງ ອຸດ​ທັງ ອະ​ໂທ ຈະ ຕິຣິຍັນ​ຈະ   ອະ​ສັມພາ​ທັງ ອະ​ເວ​ຣັງ ອະ​ສະ​ປັດ​ຕັງ ຕິດ​ຖັນ​ຈະຣັງ ນິສິນ​ໂນ ວາ ສະຍາ​ໂນ ວາ ຍາ​ວະ​ຕັດສະ ວິ​ຄະ​ຕະມິດ​ໂທ ​ເອຕັງ ສະຕິ​ງ ອະທິ​ດຖະ​ເຖຍຍະ ພຣັມມະ ​ເມ​ຕັງ ວິຫາຣັງ ອິທະ​ມາ​ຫຸ ທິດ​ຖິຈະ ອະນຸ​ປະ​ຄັມມະ ສີ​ລະວາ ທັດສະ​ເນ​ນະ ສັມປັນ​ໂນ ກາ​ເມ​ສຸ ວິ​ເນຍຍະ​ເຄຫັງ ນະ ຫິ ຊາ​ຕຸ ຄັບພະ​ເສຍ​ຍັງ ປຸນະ​ເຣຕີ​ຕິ.

ໝາຍ​ເຫດ: ໃຊ້​ສູ​ດພາວະນາ ​ເພື່ອ​ສ້າງ​ຄວາມ​ເມດ​ຕາ ​ແຜ່​ໃຫ້​ບັນດາ ພູດ​ຜີ​ປີສາດ, ບ້ານ​ໃດ​ເຈົ້າ​ທີ່​ເຈົ້າ​ຖານ​ແຮງ ຢ່າ​ຫາ​ໝໍ​ຜີ ຫຼື ພຣະມາ​ສູດ​ຂັບ​ໄລ່​​ເພີ່ນ ​ເພາະ​ເພີ່ນຢູ່​ມາ​ກ່ອນ​ເຮົາ. ບົດ​ນີ້ສູດ​ຫຼາຍໆ ​ເພີ່ນ​ຈະ​ຮັກສາ​ເຮົາ ​ເພີ່ນ​ຈະ​ຊ່ວຍ​ຄຸ້ມ​ຄອງ​ ຊ່ວຍ​ດູ​ແລ​ເບີ່​ງ​ແຍງ​ບ້ານ​ເຮົາໃຫ້​ປອດ​ໄພ ຢູ່​ເຢັນ​ເປັນ​ສຸກມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ອິຕິ​ປິ​ໂສ ​ເທົ່າ​ອາຍຸ +1
ອິຕິ​ປິ​ໂສ ພະຄະວາ​ ອະຣະຫັງ ສັມມາ​ສັມພຸດ​ໂທ ວິດ​ຊາ​ຈະຣະນະ​ສັມປັນ​ໂນ ສຸຄະ​ໂຕ ​ໂລກະວິທູ ອະນຸດຕະ​ໂຣ ປຸຣິສະ​ທັມມະ​ສາຣະຖິ ສັດຖາ ​ເທວະມະນຸດ​ສາ​ນັງ ພຸດ​ໂທ ພະຄະ​ວະ​ຕິ (ສູດ​ເກີນ​ອາຍຸ 1 ​ເທື່ອ)

Y ຄາຖາ​ບູຊາ​ເຈົ້າ​ແມ່​ກວນ​ອິມ
- ນຳ​ໂມ​ໄຕ໋ຊື້ ​ໄຕ໋ປຸຍ ກິວ​ໂຄ​ວ່ ກິວ​ຫຼັ່ງ ກວງ​ໄຕ໋​ເລັ່ງກໍ້າ ກວງ​ສີ່​ອິມຜູ່​ສັກ (ກົ້ມ​ຂາບ)
- ນຳ​ໂມ​ໄຕ໋ຊື້ ​ໄຕ໋ປຸຍ ກິວ​ໂຄ​ວ່ ກິວ​ຫຼັ່ງ ກວງ​ໄຕ໋​ເລັ່ງກໍ້າ ກວງ​ສີ່​ອິມຜູ່​ສັກ (ກົ້ມ​ຂາບ)
- ນຳ​ໂມ​ໄຕ໋ຊື້ ​ໄຕ໋ປຸຍ ກິວ​ໂຄ​ວ່ ກິວ​ຫຼັ່ງ ກວງ​ໄຕ໋​ເລັ່ງກໍ້າ ກວງ​ສີ່​ອິມຜູ່​ສັກ (ກົ້ມ​ຂາບ)
        ນຳ​ໂມ​ຮຸກ ນຳ​ໂມ​ຫວບ  ນຳ​ໂມ​ເຈັງ ນຳ​ໂມ​ກິວ​ໂຄ​ວ່ ກິວ​ຫຼັ່ງ ກວງ​ສີ່​ອິມຜູ່​ສັກ ທັ່ງ​ຈີ້​ໂຕ ​ໂອມ ​ເກ​ຍລໍ້​ຮວດ​ໂຕ ​ເກ​ຍລໍ້​ຮວດ​ໂຕ ​ເກ​ຍອໍ​ຮວດ​ໂຕ ລໍ້​ເກ​ຍຮວດ​ໂຕ ລໍ້​ເກ​ຍຮວດ​ໂຕ ຊ່າ​ຜໍອໍ ທຽງຫຼໍ່​ຊີ້​ງ ຕີ່​ຫຼໍ່​ຊີ້​ງ ນັ້ງລີ່​ຫຼັ່ງ ຫຼັ່ງ​ລີ້​ຊິງ ​ເຈັກ​ຊຽກ ​ໃຈ​ອ໋ຽງຫ່ວຍອຸຍ​ຕິ໊ງ
        ນຳ​ມໍ​ມໍ່ ອໍ​ປໍ່​ເຍ້ຍ ປໍ​ຫຼໍ່​ບິ​ກ
          ຂ້ານ້ອຍຂໍ​ນອບ​ນ້ອມ​ພຣະ​ແມ່​ກວນ​ອິມ​ໂພທິສັດ ພຣະປ່ຽມ​ລົ້ນ​ດ້ວຍ​ມະຫາ​ເມ​ຕຕາ ມະຫາ​ກະລຸນາ ອັນ​ຍິ່ງ​ໃຫຍ່​ໄພສານ ຂໍ​ໄດ້​ໂປດ​ບຳບັດ​ທຸກ ​ໂສກ ​​ໂຣກ ​​ໄພ ​ໄຂ້ ​ເຈັບ ຈົນ ອັນຕະລາຍ​ທັງ​ປວງ
          ຂ້ານ້ອຍ​ຂໍ​ນ້ອມ​ເຖີງ ພຸດ​ທາ​ນຸພາບ ທັມມາ​ນຸພາບ ສັງຂາ​ນຸພາບ ພຣະ​ແມ່​ກວນ​ອິ​ມມະຫາ​ໂພທິ​ສັດ ຂໍ​ໄດ້​ໂປດ​ກຳ​ຈັດ​ປັດ​ເປົ່າ​ທຸກ ໂສກ ​​ໂຣກ ​​ໄພ ​ໄຂ້ ​ເຈັບ ຈົນ ອັນຕະລາຍ​ທັງ​ປວງ​ໃຫ້​ໝົດ​ສິ້ນ​ໄປ ຂໍ​ຄວາມສຸກ​ສົມ​ປາດ​ຖະໜາ​ທຸກ​ປະການ ຈົ່ງ​ມີ​ແກ່​ຂ້ານ້ອຍ ພໍ່​ແມ່​ ລູກ​ເມຍ ອ້າຍ​ເອື້ອຍ​ນ້ອງ ຫຼານ ຂອງ​ຂ້ານ້ອຍ ຂໍ​ເທບພະ​ເຈົ້າ​ເບື້ອງບົນ ​ແລະ ​ເທບ​ເບື້ອງ​ລ່າງ​ທັງ​ໝົດ ​ໄດ້​ໂປດ​ປັດ​ເປົ່າ​ໃຫ້​ເວນ​ກັມ​ແລະ​​ເຄາະ​ກັມ​ທັງ​ມວນ​ຈົ່ງ​ໝົດ​ສິ້ນ​ໄປ

ບົດ​ແຜ່​ເມດ​ຕາ​ໃຫ້​ຕົນ​ເອງ
ອະຫັງ ສຸຂິໂຕ       ໂຫມິ          ຂໍໃຫ້ຂ້າພະເຈົ້າມີຄວາມສຸກ
ນິດທຸກໂຂ   ໂຫມິ          ເປັນຜູ້ບໍ່ມີທຸກ
ອະເວໂຣ ​    ໂຫມິ          ເປັນຜູ້ບໍ່ມີເວນ
ອັບພະຍາປັດໂຊໂຫມິ              ເປັນຜູ້ທີ່ບໍ່ມີສິ່ງບຽດບຽນ
ສຸຂີ ອັດຕານັງ ປະຣິຫະ ຣາມິ      ເປັນຜູ້ມີຄວາມສຸກ ຮັກສາຕົນໃຫ້ພົ້ນໄພດ້ວຍເຖີ້ນ !.

ຄຳອະ​ຖິຖານ​ຂໍອະ​ໂຫສິກຳ
ຂ້າພະ​ເຈົ້າ​ຂໍອະ​ໂຫສິກັມ ກັມ​ໃດທີ່​ໄດ້​ເຮັດ​ໄດ້​ທຳ​ແກ່​ຜູ້​ໃດ​ຊາດ​ໃດໆ​ກໍ່ຕາມ ຂໍ​ໃຫ້​ເຈົ້າ​ກັມ​ນາຍ​ເວນ ຈົ່ງ​ອະ​ໂຫສິກັມ​ໃຫ້​ແກ່​ຂ້າພະ​ເຈົ້າ ຢ່າ​ໄດ້​ຈອງ​ເວນ​ຈອງ​ກັມ​ເຊີ່ງ​ກັນ​ແລະ​ກັນ​ຕໍ່​​ໄປ​ເລີຍ.
​        ແມ້ນ​​ແຕ່ກັມ​ທີ່​ຜູ້​ໃດ​​​ໄດ້​ເຮັດ ​ແລ​ະ ຈະ​ເຮັດ​ໃຫ້​ແກ່​ຂ້າພະ​ເຈົ້າ​ກໍ່ຕາມ ຂ້າພະ​ເຈົ້າຂໍອະ​ໂຫສິກັມ​ໃຫ້​ທັງໝົດ​ສິ້ນ ຍົກ​ຖວາຍ​ພຣະພຸດທະ​ເຈົ້າ​ເປັນ​ອະ​ໄພ​​ທານ ​ເພື່ອ​ຈະ​ໄດ້​ບໍ່​ມີ​​ເວນກັມຕໍ່​ກັນ​ຕໍ່​ໄປ.
ດ້ວຍ​ອະ​ນິສົງ​ແຫ່ງ​ອະ​ໄພ​ທານ​ນີ້ ຂໍ​ໃຫ້​ຂ້າພະ​ເຈົ້າ ພ້ອມ​ດ້ວຍຄອບຄົວ ບຸດ​ຫຼານ ຕະຫຼອດ​ຮອດ​ວົງສາ​ຄະນາ​ຍາດ ​ແລະ ຜູ້​ອຸປະ​ລະ​ຄຸນຂອງ​ຂ້າພະ​ເຈົ້າ ມີ​ຄວາມສຸກ ຄວາມ​ຈະ​ເລີ​ນ ປະຕິບັດ​ແຕ່​ສີ່​ງທີ່​ດີ ​ແລະ ສີ່​ງທີ​ຊອບ​ດ້ວຍ​ເທີ້ນ.

ບົດ​ແຜ່​ເມດ​ຕາ​ໃຫ້​ສັບພະສັດ​ທັງຫຼາຍ
ສັບເພ ສັດຕາ                     ສັດທັງຫລາຍທັງປວງ
ອະເວຣາໂຫນຕຸ                          ຈົ່ງເປັນຜູ້ບໍ່ມີເວນເຖີດ
ອັບພະຍາປັຊຊາໂຫນຕຸ         ຈົ່ງເປັນຜູ້ບໍ່ບຽດບຽນກັນ
ອະນິຄາໂຫນຕຸ                   ຈົ່ງເປັນຜູ້ບໍ່ມີຄວາມທຸກກາຍທຸກໃຈ
ສຸຂີ ອັດຕານັງ ປະຣິຫະ ຣັນຕຸ   ຈົ່ງເປັນຜູ້ມີຄວາມສຸກ ຮັກສາຕົນໃຫ້ພົ້ນໄພເຖີ້ນ !.

ບົດ​ແຜ່​ເມດ​ຕາ​ແບບ​ຍາວ
Ø  ສັບເພ ສັດຕາ ອັນວ່າ​ສັດ​ທັງຫຼາຍ ທີ່​ເປັນ​ເພື່ອນທຸກ​ເກີດ​ແກ່​ເຈັບ​ຕາຍ​ດ້ວຍ​ກັນ​ໝົດ​ທັງ​ສິ້ນ.
Ø  ອະເວຣາ ໂຫນຕຸ  ຈົ່ງ​ເປັນ​ສຸກ​ເປັນ​ສຸກ​ເຖີດ ຢ່າ​ໄດ້​ມີ​ເວນ​ແກ່​ກັນ​ແລະ​ກັນ​ເລີຍ
Ø  ອັບພະຍາປັຊຊາໂຫນຕຸ ຈົ່ງ​ເປັນ​ສຸກ​ເປັນ​ສຸກ​ເຖີດ ຢ່າ​ໄດ້​ພະຍາບາດ​ບຽດບຽນ​ຊື່​ງກັນ​ແລະ​ກັນ​ເລີຍ
Ø  ສຸຂີ ອັດຕະນັງ ປະຣິຫະຣັນຕຸ ຈົ່ງ​ມີ​ຄວາມສຸກ​ກາຍ​ສຸກ​ໃ​ຈ ຮັກສາຕົນ ໃຫ້ພົ້ນຈາກທຸກ-ໄພ ທັງສິ້ນເຖີ້ນ.

[ ບົດ​ແຜ່​ສ່ວນ​ກຸສົນ
- ອິທັງ ​ເມ ​ມາ​ຕາ​ປິ​ຕູ​ນັງ ​ໂຫຕຸ ສຸ​ຂິຕາ ​ໂຫນ​ຕຸ ມາ​ຕາ​ປິ​ຕະ​ໂຣ
ຂໍ​ສ່ວນ​ບຸນ​ນີ້ ຈົ່ງ​ສຳ​ເລັດ​ແກ່ ມາ​ນດາ ບິດາ ຂອງ​ຂ້າພະ​ເຈົ້າ ຂໍ​ໃຫ້​ມານ​ດາ​ບິດາ ຂອງ​ຂ້າພະ​ເຈົ້າ​ມີ​ຄວາມສຸກ
- ອິທັງ ​ເມ ​ຍາ​ຕີ​ນັງ ​ໂຫຕຸ ສຸ​ຂິຕາ ​ໂຫນ​ຕຸ ຍາ​ຕະ​ໂຍ
ຂໍ​ສ່ວນ​ບຸນ​ນີ້ ຈົ່ງ​ສຳ​ເລັດ​ແກ່ ຍາດ​ທັງຫຼາຍ​ຂອງ​ຂ້າພະ​ເຈົ້າ ຂໍ​ໃຫ້​ຍາດ​ທັງຫຼາຍ​ຂອງ​ຂ້າພະ​ເຈົ້າ ມີ​ຄວາມສຸກ
- ອິທັງ ​ເມ ​ຄຸຣູປັຊຊາຍາ​ຈະຣິຍາ​ນັງ ​ໂຫຕຸ ສຸ​ຂິຕາ ​ໂຫນ​ຕຸ ຄຸຣູປັຊຊາຍາ​ຈະຣິຍາ
ຂໍ​ສ່ວນ​ບຸນ​ນີ້ ຈົ່ງ​ສຳ​ເລັດ​ແກ່ ຄູ​ອຸປະຊາ​ອາຈານ​ຂອງ​ຂ້າພະ​ເຈົ້າ ຂໍ​ໃຫ້​ຄູ​ອຸປະຊາ​ອາຈານ​ຂອງ​ຂ້າພະ​ເຈົ້າ ມີ​ຄວາມສຸກ
- ອິທັງ ​ເມ ສັບພະ​ເທວະ​ຕາ​ນັງ ​ໂຫຕຸ ສຸ​ຂິຕາ ​ໂຫນ​ຕຸ ສັບ​ເພ ​ເທວາ
ຂໍ​ສ່ວນ​ບຸນ​ນີ້ ຈົ່ງ​ສຳ​ເລັດ​ແກ່ ​ເທວະ​ດາ​ທັງ​ຫຼາຍທັງ​ປວງ ຂໍ​ໃຫ້​ ເທວະ​ດາ​ທັງ​ຫຼາຍທັງ​ປວງ ມີ​ຄວາມສຸກ
- ອິທັງ ​ສັບພະ​ເປຕາ​ນັງ ​ໂຫຕຸ ສຸ​ຂິຕາ ​ໂຫນ​ຕຸ ສັບ​ເພ ​​ເປຕາ
ຂໍ​ສ່ວນ​ບຸນ​ນີ້ ຈົ່ງ​ສຳ​ເລັດ​ແກ່ ​ເປດ​ທັງ​ຫຼາຍທັງ​ປວງ ຂໍ​ໃຫ້​ ເປດ​ທັງ​ຫຼາຍທັງ​ປວງ ມີ​ຄວາມສຸກ
- ອິທັງ ​ສັບພະ​ເວຣີນັງ ​ໂຫຕຸ ສຸ​ຂິຕາ ​ໂຫນ​ຕຸ ສັບ​ເພ ​​ເວຣີ
ຂໍ​ສ່ວນ​ບຸນ​ນີ້ ຈົ່ງ​ສຳ​ເລັດ​ແກ່ ​​ເຈົ້າ​ກັມ​ນາຍ​ເວນ​ທັງ​ຫຼາຍທັງ​ປວງ ຂໍ​ໃຫ້​​ເຈົ້າ​ກັມ​ນາຍ​ເວນທັງ​ຫຼາຍທັງ​ປວງ ມີ​ຄວາມສຸກ
- ອິທັງ ​ສັບພະ​ສັດ​ຕະຕາ​ນັງ ​ໂຫຕຸ ສຸ​ຂິຕາ ​ໂຫນ​ຕຸ ສັບ​ເພ ​​ສັດຕາ
ຂໍ​ສ່ວນ​ບຸນ​ນີ້ ຈົ່ງ​ສຳ​ເລັດ​ແກ່ ​​ສັດ​ທັງ​ຫຼາຍທັງ​ປວງ ຂໍ​ໃຫ້​ສັດທັງ​ຫຼາຍທັງ​ປວງ ມີ​ຄວາມສຸກ ທົ່ວ​ໜ້າ​ກັນ​ເທີ້ນ

ບົດອະພິນ​ຫະປັດຈະ​ເວ​ກຂະນະ
(ຫັນທະມະຍັງອະພິນຫະປັດຈະເວກຂະນະປາຕັງພະນາມະເສ)
Ø ຊະຣາ ທັມໂມມະຫິ ຊະຣັງ ອະນະຕີໂຕ/ (ອະນະຕີຕາ)
ເຮົາມີຄວາມເຖົ້າແກ່ຊະຣາເປັນທັມມະດາ ຈະລ່ວງພົ້ນຄວາມເຖົ້າແກ່ຊະຣາໄປບໍ່ໄດ້.
Ø ພະຍາທິທັມໂມມະຫິ ພະຍາທິງ ອະນະຕີໂຕ/ (ອະນະຕີຕາ )
ເຮົາມີຄວາມເຈັບໄຂ້ເປັນທຳມະດາ ຈະລ່ວງພົ້ນ ຄວາມເຈັບໄຂ້ໄປບໍ່ໄດ້.
Ø ມະຣະນະທັມໂມມະຫິ ມະຣະນັງ ອະນະຕີໂຕ/(ອະນະຕີຕາ ): ເຮົາມີຄວາມຕາຍເປັນທຳມະດາ ຈະລວ່ງພົ້ນຄວາມຕາຍໄປບໍ່ໄດ້.
Ø ສັບເພຫິເມ ປິເຍຫິ ມະນາເປຫິ ນານາພາໂວ ວິນາພາໂວ:ເຮົາຈະລະເວັ້ນເປັນຕ່າງໆຄືວ່າເຮົາຈະຕ້ອງພັດພາກຈາກສິ່ງທີ່ຮັກ ສິ່ງທີ່ເພີດເພີນ/ຈະເລີໃຈທັງຫຼາຍທັງປວງ.
Ø ກັມມັດສະໂກມະຫິ  ກັມມະທາຍາໂກ  ກັມມະໂຍນິ  ກັມມະພັນທຸ ກັມມະປະຖິສະຣະໂນ: ເຮົາມີກັມເປັນຂອງຕົນ ມີກັມເປັນສິ່ງໃຫ້ຜົນມີກັມເປັນແດນເກີດ ມີກັມເປັນຜູ້ຕິດຕາມ ມີກັມເປັນທີ່ເພິ່ງອາໃສ.
Ø ຍັງກັມມັງ ກະຣິດສາມິ ກັນລະຍານັງ ວາປາປະກັງ ວາຕັດສະ ທາຍາໂທ ພະວິດສາມິ: ເຮົາເຮັດ/ກະທຳກັມອັນໃດໄວ້ເປັນ ບຸນ ​(ຄວາມດີ) ຫຼື ເປັນບາບ (ຄວາມຊົ່ວ)ເຮົາຈະເປັນທາຍາດຄືວ່າເຮົາຈະຕ້ອງຮັບຜົນຂອງກັມນັ້ນໆສືບໄປ.
Ø ເອວັງ ອັມເຫຫິ ອະພິນຫັງ  ປັດຈະເວກຂິຕັບພັງ: ເຮົາທັງຫຼາຍ ຄວນພິຈາລະນາຢ່າງນີ້ ທຸກໆວັນເຖີ້ນ !.

[ ກວດ​ນຳ​ໃຫ້​ເຈົ້າ​ກຳ​ນາຍ​ເວນ
ຂ້າພະ​ເຈົ້າ​ຂໍ​ອຸທິດ​ບຸນ​ກຸສົນ ຈາກ​ການຈະ​ເລີ​ນພາວະນາ​ນີ້ ​ໃຫ້​ແກ່​ເຈົ້າ​ກັມ​ນາຍ​ເວນ​ທັງຫຼາຍ​ຂອງ​ຂ້າພະ​ເຈົ້າ ທີ່​ຂ້າພະ​ເຈົ້າ​ໄດ້​ເຄີຍ​ລ່ວງ​ເກີນ​ທ່ານ​ໄວ້​ຕັ້ງ​ແຕ່​ອາ​ດີດ​ຊາດ​ຈົນ​ເຖີງປັດຈຸບັນ​ຊາດ ທ່ານ​ຈະ​ຢູ່​ພົບ​ໃດ​ຫຼື​ພູມ​ໃດ​ກໍ່ຕາມ ຂໍ​ໃຫ້​ທ່ານ​ໄດ້​ຮັບ​ຜົນ​ບຸນ​ນີ້ ​ແລ້ວ​ໂປດ​ອະ​ໂຫຊິ​ກຳ ​ແລະ ອະນຸ​ໂມທະນາ​ບຸນ​ແກ່​ຂ້າພະ​ເຈົ້າ​ດ້ວຍ​ອຳນາດ​ບຸນ​ນີ້​ດ້ວຍ​ເທີ້ນ.

[ ວິທີ​ການ​ອຸທິດ​ບຸນ​ສຳ​ຫຼັບ​ຜູ້​ປ່ວຍ, ​ໃຫ້​ຕົນ​ເອງ ​ແລະ ບຸກຄົນທົ່ວ​ໄປ (ບົດ​ພິ​ເສດ)
ຈົ່ງຕັ້ງ​ຈິດ​ອະທິດຖານ​ວ່າ ດ້ວຍ​ອຳນາດຂອງ​ພຣະພຸ​ດ ພຣະທັມ ພຣະສົງ ຈົ່ງ​ດົນ​ບັນດານ ​ໃຫ້​ບຸນ​ຂອງ​ຂ້າພະ​ເຈົ້າ ທີ່​ທຳ​ມາ​ແຕ່​ໃນ​ອາະດີດຈົນ​ເຖີງປັດຈຸບັນ ​ເຖີງ​ແກ່​ເຈົ້າ​ກັມ​ນາຍ​ເວນ​ຂອງ ......(​ໂຣຄ/ພະຍາດ​ທີ່​ເປັນ​ຢູ່/​ເຈົ້າ​ກັມ​ນາຍ​ເວນ/ ຫຼື​ໃຫ້​ໃຜ​ກາ​ວ່າ​ໄປ) ​ເມື່ອ​ທ່ານ​ໄດ້​ຮັບ​ບຸນ​ແລ້ວ ຂໍ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ດີ​ຂື້ນ ມີ​ພົບ​ພູມ​ທີ່​ສູງ​ຂື້ນ ຈົ່ງ​ຫຼຸດ​ຈາກ​ຊີວິດ​ຊັ້ນ​ຕໍ່າ​ດຽວ​ນີ້ ​ເມື່ອ​ຂ້າພະ​ເຈົ້າ​ຫາຍ​​ເຈັບ​ປ່ວຍແລ້ວ ຂ້າພະ​ເຈົ້າ​ຈະ​ທຳບຸນ​ໃຫ້​ແກ່​ພວກ​ເຈົ້າ ສົ່ງ​ຊີວິດ​ຂອງພວກ​ເຈົ້າ​ໃຫ້ສູງ​ຂື້ນ​ເລື້ອຍໆ ພວກ​ເຈົ້າ​ຈົ່ງ​ເລີກ​ຈອງ​ເວນ​ຈອງ​ກັມ​ໃນ​ຕົວ​ຂອງ​ເຮົາ​ດ້ວຍ​ເທີ້ນ

[ ຄຳ​ອະ​ທິຖານ​ຂໍ​ພອນ
ຂ້ານ້ອຍ​ຂໍ​ອາຣາດທະນາ ພຣະບາຣະມີ 30 ທັດ ຂອງ​ອົງ​ສົມ​ເດັດ​ສັມມາ​ສັມພຸດ​ທະ​ເຈົ້າ ທີ່​ສະ​ເດັດ​ນິພານ​ໄປ​ແລ້ວ​ນັ້ນ ຫຼາຍ​ຍີ່​ງກວ່າ​ເມັດ​ຊາຍ ​ໃນ​ທ້ອງ​ມະຫາ​ສະ​ມຸດ​ທັງ 4 ດ້ວຍ​ເດຊະ​ພຣະພຸດ​ທາ​ນຸພາບ ພຣະທັມມາ​ນຸພາບ ພຣະສັງຂາ​ນຸພາບ ພຣະບາ​ຣະມີ ພຣະ​ໂພທິສັດ ພຣະປັດ​ເຈ​ກ​ໂພທິສັດ ພຣະອໍລະຫັນ​ທັງຫຼາຍ ​ແລະ ພຣະບາຣະມີ​ຂອງ​ອົງ​ພຣະສະມະນະ​ໂຄດົມ​ບຣົມມະ​ຄູ ຂໍ​ໄດ້​ສົ່ງ​ພະລັງ​ມາ​ຍັງ​ຕົວ​ຂ້ານ້ອຍ ຈົງ​ດົນ​ບັນດານ​ໃຫ້​ຂ້ານ້ອຍ​ຫາຍ​ຈາກ​ໂຣກ​ໄພ​ໄຂ້​ເຈັບ ​ແລະ ​ເຄາະ​ກັມ​ທັງຫຼາຍ​ໃນ​ກາຍ​ຂອງ​ຂ້ານ້ອຍ​ຈົ່ງ​ຫາຍ​ໄປ​ທັງ​ສິ້ນ​ທັງ​ໝົດ.
          ຂໍ​ໃຫ້ຂ້າ​ນ້ອຍ​ເປັນ​ຜູ້​ຊະນະ​ຕໍ່​ອຸປະສັກ ​ແລະ ມານ​ທັງຫຼາຍ
          ຂໍ​ໃຫ້ຂ້າ​ນ້ອຍ ​ແລະ ຄອບຄົວ​ປອດ​ໄພ​ຈາກຣາຊະ​ໄພ​ທັງ​ປວງ
          ຂໍ​ໃຫ້​ຂ້ານ້ອຍ ພົ້ນ​ຈາກ​ຄວາມທຸກ​ທັງຫຼາຍ
          ຂໍ​ໃຫ້ການ​ປະກອບ​ອາຊີບ​ຂອງ​ຂ້ານ້ອຍ​ປະສົບ​ຜົນສຳ​ເລັດ​ຈະ​ເລີ​ນຮຸ່ງ​ເຮືອງ​ກ້າວໜ້າ​ຕະຫຼອດ​ໄປ
          ຂໍ​ໃຫ້​ຂ້ານ້ອຍ​ສົມບູນ​ພ້ອມ​ດ້ວຍ​ອຳນາດ ​ແລະ ຕະບະ​ເດຊະ​ສົມບັດ ທະນະ​ສານ​ສົມບັດ ​ແລະ ບໍລິວານ​ສົມບັດ
          ຂໍ​ໃຫ້​ຂ້ານ້ອຍ​ປະສົບ​ຄວາມສຸກ ຄວາມ​ຈະ​ເລີ​ນ ຄວາມ​ສຳ​ເລັດ​ຕາມ​ທີ່​ຂ້ານ້ອຍ​ປາດ​ຖະໜາ​ທຸກ​ປະການ
ຫາກ​ຂ້ານ້ອຍ​ຍັງ​ບໍ່​ເຖີງຊື່​ງນິພານ ຊາດ​ໜ້າ​ຂໍ​ໃຫ້​ຂ້ານ້ອຍ​ໄດ້​ໄປ​ເກີດ​ໃນ​ຕະກູນ​ທີ່​ດີ ​ເປັນ​ຜູ້​ມີ​ທັມມະ​ບໍ​ລີ​ສຸດ ສົມບູນ​ພູນ​ສຸກ​ທຸກ​ປະການ​ເຖີ້ນ.

(ປາດ​ຖະໜາ​ສີ່​ງ​ໃດ ຂໍ​ຈົງ​ຕັ້ງ​ຈິດ​ອະທິຖານ​ຕາມ​ທີ່​ຕ້ອງການ)

2 comments: