Tuesday, September 16, 2014

ອາຕານາຕິຍະປະຣິຕຣ

ອາຕານາຕິຍະປະຣິຕຣ (ວ່າດ້ວຍພຣະພຸທະມົນທີ່ສາມາດປ້ອງກັນອຸປັທະວັນອັນຕຣາຍທັ້ງປວງໄດ້)
      ປະຫວັດອາຕານາຕິຍະປະຣິຕຣ ເກີດເມື່ອທ້າວມະຫາຣາຊທັ້ງ ໔ ຄື ທ້າວທະຕະຣົຖ ທ້າວວິຣຸລຫົກ
ທ້າວວິຣູປັກຂ໌ ແລະທ້າວເວສສຸວັນ ຕັ້ງໃຈຈະໄປເຝົ້າພຣະພຸທະເຈົ້າ ແຕ່ເກງວ່າຫາກພວກອະສູນຮູ້ວ່າບົນດາວະດືງບໍ່ມີໃຜຢູ່ກໍ່ອາດຖືໂອກາດມາກວນ ເຊີ່ງພວກຕົນກໍ່ອາດກັບມາບໍ່ທັນ ຈີ່ງໄດ້ຈັດຕັ້ງກອງທະຫານໄວ້ ໔ ກອງ ປະກອບດ້ວຍຄົນທັນພ໌ ຍັກຍ໌ ນາກ ຮັກສາແຕ່ລະທິດໄວ້ ແລ້ວພາກັນໄປປະຊຸມທີ່ອາຕານາຕິຍະນະຄອນ
ແລ້ວຜູກມົນເປັນອາຕານາຕິຍະປະຣິຕຣຂື້ນຈາກນັ້ນກໍ່ພາກັນໄປເຝົ້າພຣະພຸທະເຈົ້າພ້ອມບໍຣິວານຈຳນວນຫລວງຫລາຍແຕ່ປາກົດວ່າບໍຣິວານຂອງທ້າວມະຫາຣາຊເຫຼົ່ານີ້ ຕ່າງກໍ່ມີປະຕິກິຣິຍາຕໍ່ພຣະພຸທະອົງຄ໌ຕ່າງໆກັນ ເພາະລາງເທື່ອກໍ່ນັບຖືລາງເທື່ອກໍ່ບໍ່ເຊື່ອຖື ຈົນເປັນເຫດໃຫ້ບັນດາສາວົກຂອງພຣະພຸດທະເຈົ້າທີ່ໄປບຳເພັນທັມຕາມທີ່ຕ່າງໆ ຕ້ອງຖືກຜີ ປີສາຈ ຍັກ ທີ່ບໍ່ເຫລື້ອມໃສເຫຼົ່ານີ້ລົບກວນຈົນເຈັບໄຂ້ໄດ້ປ່ວຍ ຫຼື ເປັນອັນຕຣາຍຕ່າງໆນານາ ທ້າວເວສສຸວັນຈີ່ງໄດ້ກາບທູນຂໍໃຫ້ພຣະພຣະພຸທະອົງຄ໌ຮັບອາຕານາຕິຍະປະຣິຕຣໄວ້ປະທານແກ່ສາວົກຂອງພຣະອົງຄ໌ ເພື່ອປ້ອງກັນບໍ່ໃຫ້ຍັກ ແລະພູຕຜີປີສາດລົບກວນ ເຊີ່ງເນື້ອຄວາມເປັນການສັນລະເສີນພຣະພຸທະຄຸນຂອງພຣະພຸທະເຈົ້າ 7 ພຣະອົງຄ໌ ແລະຂໍນອບນ້ອມພຣະພຸດທະເຈົ້າເຫຼົ່ານັ້ນດ້ວຍກາຍ ວາຈາ ແລະໃຈບໍ່ວ່າເວລານອນ ເດີນ ນັ່ງ ຫຼືຢືນ ຂໍໃຫ້ພຣະພຸທະເຈົ້າເຫຼົ່ານັ້ນໄດ້ຄຸ້ມຄອງຮັກສາໃຫ້ພົ້ນໄພ ພົ້ນໂຣກແລະຄວາມເດືອດຮ້ອນຕ່າງໆ ພຣະປະຣິຕຣບົດນີ້ ຜູ້ໃດຈົ່ມຢູ່ເປັນປະຈຳ ເຊື່ອວ່າຍັກ ຜີ ປີສາຈ ກໍ່ຈະຊ່ວຍຄຸ້ມຄອງໃຫ້ມີຄວາມສຸກ ຄວາມຈະເລີນ

ບົດສູດ ອາຕານາຕິຍະປະຣິຕຣວ່າ
ວິປັສສິສສະ ນະມັຕຖຸ            ຈັກຂຸມັນຕັສສະ ສິຣີມະໂຕ
ສິຂິສສະປິ ນະມັຕຖຸ              ສັພພະພູຕານຸກັມປິໂນ
ເວສສະພຸສສະ ນະມັຕຖຸ           ນະຫາຕະກັສສະ ຕະປັສສິໂນ
ນະມັຕຖຸ ກະກຸສັນທັສສະ         ມາຣະເສນັປປະມັທທິໂນ
ໂກນາຄະມະນັສສະ ນະມັຕຖຸ       ພຣາຫມະນັສສະ ວຸສິມະໂຕ
ກັສສະປັສສະ ນະມັຕຖຸ          ວິປປະມຸຕຕັສສະ ສັພພະທິ
ອັງຄີຣະສັສສະ ນະມັຕຖຸ              ສັກກະຍະປຸຕຕັສສະ ສິຣີມະໂຕ
ໂຍ ອິມັງ ທັມມະເທເສສິ         ສັພພະທຸກຂາປະນູທະນັງ
ເຍ ຈາປິ ນິພພຸຕາ ໂລເກ          ຍະຖາພູຕັງ ວິປັສສິສຸງ
ເຕ ຊະນາ ອະປິສຸນາ           ມະຫັນຕາ ວີຕະສາຣະທາ
ຫິຕັງ ເທວະມະນຸສສານັງ    ຍັງນະມັສສັນຕິໂຄຕະມັງວິຊຊາຈາຣະນະສັມປັນນັງ      
ມະຫັນຕັງ ວີຕະສາຣະທັງ    ວິຊຊາຈາຣະນະສັມປັນນັງ ພຸທທັງ ວັນທາມະໂຄຕະມັນຕິຯ


ຈົບອາຕານາຕິຍະປະຣິຕຣເທົ່ານີ້ແລ

No comments:

Post a Comment