ພຸທທະຊະຍະມັງຄະລະຄາຖາ
໑. ພາຫຸງ ສະຫັສສະມະພິນິມມິຕະສາວຸທັນຕັງ ຄິຣິເມຂະລັງ ອຸທິຕະໂຄຣະສະເສນະມາຣັງ ທານາທິທັມມະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະພຣະຍາມາຣຜູ້ເນຣະມິດແຂນເປັນພັນແຂນຖືອາວຸດຄົບມື ຂີ່ຊ້າງຄຣີເມຂະລະ ມາພ້ອມກັບເຫລົ່າ ເສນາມາຣ ຊຶ່ງໂຫ່ຮ້ອງຢ່າງກຶກກ້ອງ . ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍທັມມະວີທີ ມີທານບາຣະມີເປັນຕົ້ນ. ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
໒. ມາຣາຕິເຣກະມະພິຍຸຊຊິຕະສັພພະຣັຕຕິງ ໂຄຣັມປະນາລະວະກະມັກຂະມະຖັທທະຍັກຂັງ ຂັນຕີສຸທັນຕະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະຍັກຊື່ ອາລະວະກະ ຜູ້ມີຈິດຫຍາບກະດ້າງ ປາສຈາກຄວາມອົດທົນ ດຸຮ້າຍ ມາສູ້ຮົບກັບພຣະພຸທເຈົ້າ ຢ່າງທໍລະຫົດຍິ່ງກວ່າມາຣ ຕລອດຄືນຈົນເຖິງເຊົ້າ. ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍຂັນຕິວີທີ ທີ່ຊົງຝຶກຝົນມາດີ . ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
໓. ນາລາຄິຣິງ ຄະຊະວະຣັງ ອະຕິມັຕຕະພູຕັງ ທາວັຄຄິຈັກກະມະສະນີວະ ສຸທາຣຸນັນຕັງ ເມຕຕັມພຸເສກະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລະນິ,
ພຣະຈອມມຸນີ ໄດ້ເອົາຊນະ ຊ້າງນາລາຄິຣີຕົກມັນ ແສນຈະດຸຮ້າຍ ປະດຸດໄຟປ່າ ຈັກກຣາວຸດແລະສາຍຟ້າ
ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍການຮົດນໍ້າ ຄືມີພຣະທັຍເມດຕາ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
໔. ອຸກຂິຕຕະຂັຄຄະມະຕິຫັຕຖະສຸທາຣຸນັນຕັງ ທາວັນຕິໂຍຊະນະປະຖັງຄຸລິມາລະວັນຕັງ ອິທທີພິສັງຂະຕະມະໂນ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ຊົງບັນດານ ອິທທິລິດ ທາງໃຈອັນຍອດຍ້ຽມ ຊນະໂຈນອົງຄຸລິມາລ ຜູ້ແສນຈະດຸຮ້າຍ ຖືດາບແລ່ນໄລ່ຂ້າ ພຣະພຸທເຈົ້າ ເປັນລະຍະທາງ 3 ໂຍຊນ໌.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
໕. ກັຕຕະວານະ ກັຕຖະມຸທະຣັງ ອິວະ ຄັພພິນີຍາ ຈິນຈາຍະ ທຸຕຖະວະຈະນັງ ຊະນະກາຍະ ມັຊເຊ ສັນເຕນະ ໂສມະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະ ຄຳກ່າວຮ້າຍຂອງນາງຈິນຈະມານະວິກາ ວ່າຕັ້ງທ້ອງ ທ່າມກາງຝູງຊົນ ດ້ວຍສະມາທິອັນງົດງາມ ແລະທຳພຣະທັຍຕັ້ງໝັ້ນ ວາງເສີຍ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
໖. ສັຈຈັງ ວິຫາຍະ ມະຕິສັຈຈະກະວາຫະເກຕຸງ ວາທາພິໂຣປິຕະມະນັງ ອະຕິອັນທະພູຕັງ ປັນຍາປະທິປະຊະລິໂຕ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ຜູ້ຮຸ່ງເຮືອງດ້ວຍແສງສວ່າງຄືປັນຍາໄດ້ເອົາຊນະ ສັຈຈະກະນິຄຣົນ ຜູ້ຖືວ່າຕົວເປັນນັກໂຕ້ວາທີຊັ້ນຍອດ ເປັນຄົນໃຈມືດບອດຍິ່ງນັກ ຊົງຊະນະດ້ວຍການສະແດງເທສນາຍານວິທີ ຄືຮູ້ ເທສນາໃຫ້ເບິ່ງເຫັນຕາມຄວາມເປັນຈິງ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
໗. ນັນໂທປະນັນທະພຸຊະຄັງ ວິພຸຫັງ ມະຫິທທິງ ປຸຕເຕນະ ເຖຣະພູຊະເຄຫະ ທະມາປະຍັນໂຕ ອິທທູປະເທສະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະ ພຍານາກຊື່ ນັນໂທປະນັນທະ ຜູ້ຫລົງຜິດແລະມີລິດຫລາຍ ພຣະຈອມມຸນີ ໄດ້ມີພຸທບັນຊາໃຫ້ ພຣະໂມຄຄັລລາ ໄປປາບດ້ວຍວິທີສະແດງລິດທີ່ເໜືອກວ່າ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
໘. ທຸຄຄາຫະທິຕຖິພຸຊະເຄນະ ສຸທັຕຖະຫັຕຖັງ ພຣົຫມັງ ວິສຸທທິ ຊຸຕິມິທທິພະກາພິທານັງ ຍານາຄະເທນະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະ ພຣະພຣົມຜູ້ມີນາມວ່າ ທ້າວຜະກາພຣົມ ຜູ້ມີລິດ ຄຶດວ່າຕົນເປັນຜູ້ຮຸ່ງເຮືອງດ້ວຍ ຄຸນນະ ອັນບໍຣິສຸດ ມີຄວາມເຫັນຜິດປະດຸດດັ່ງຖືກງູຮັດມືໄວ້ຢ່າງແໜ້ນໜາ.ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍ ວິທີວາງຢາອັນພິເສດຄືເທສນາຍານ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ
*** ເອຕາປິ ພຸທທະຊະຍະມັງຄະລະ ອັຕຖະຄາຖາ ໂຍ ວາຈາໂນ ທິນະທິເນ ສະຣະເຕ ມະຕັນທີ ຫິຕ໌ວານະເນ ກະວິວັທານິ ຈຸປັທທະວານິ ໂມກຂັງ ສຸຂັງ ອະທິຄະເມຍຍະ ນະໂຣ ສະປັນໂຍ …
ບຸກຄົນໃດມີປັນຍາ ສວດພຸທທະຊັຍຍະມຸງຄຸນຄາຖາທັ້ງແປດນີ້ເປັນປະຈຳ ຈະພົ້ນຈາກອຸປັທວະ ອັນຕະລາຍທັ້ງຫລາຍໄດ້ ແລະເຂົ້າເຖິງຄວາມລຸດພົ້ນ ຄື ພຣະນິພພານອັນບໍຣົມມະສຸກນັ້ນແລ ຯ
ໂລກະບາລທັມ 2 ມະນຸດຢູ່ໃນໂລກໜ່ວຍນີ້ບໍ່ວ່າເຊື້ອຊາດ ສາສນາໃດກໍຕາມ ລ້ວນມີຄວາມປາຖນາຄວາມສຸກກັນທັງນັ້ນ ແຕ່ກໍບໍ່ມີ ໃຜຮູ້ວ່າຈະເຮັດແນວໃດແທ້ ຈົນພຣະພຸທອົງຄ໌ໄດ້ຊົງຄົ້ນພົບວິທີການທີ່ຈະໃຫ້ມະນຸດມີຄວາມສຸກແລະໂລກມີສັນຕິສຸກ ໂດຍ ທຸກຄົນຈະຕ້ອງເຂົ້າເຖິງໂລກະບາລທັມຫລືທັມມະຄຸ້ມຄອງໂລກ 2 ປະການຄື 1. ຫິຣິ ຄວາມລະອາຍບາບ ລະອາຍໃຈຕໍ່ການເຮັດຄວາມຊົ່ວ 2. ໂອຕຕັປປະ ຄວາມຢ້ານບາບ ຢ້ານຕໍ່ຄວາມຊົ່ວແລະຜົນຂອງກັມຊົ່ວ
Monday, September 29, 2014
Tuesday, September 16, 2014
ອາຕານາຕິຍະປະຣິຕຣ
ອາຕານາຕິຍະປະຣິຕຣ
(ວ່າດ້ວຍພຣະພຸທະມົນທີ່ສາມາດປ້ອງກັນອຸປັທະວັນອັນຕຣາຍທັ້ງປວງໄດ້)
ປະຫວັດອາຕານາຕິຍະປະຣິຕຣ
ເກີດເມື່ອທ້າວມະຫາຣາຊທັ້ງ ໔ ຄື ທ້າວທະຕະຣົຖ ທ້າວວິຣຸລຫົກ
ທ້າວວິຣູປັກຂ໌
ແລະທ້າວເວສສຸວັນ ຕັ້ງໃຈຈະໄປເຝົ້າພຣະພຸທະເຈົ້າ ແຕ່ເກງວ່າຫາກພວກອະສູນຮູ້ວ່າບົນດາວະດືງບໍ່ມີໃຜຢູ່ກໍ່ອາດຖືໂອກາດມາກວນ
ເຊີ່ງພວກຕົນກໍ່ອາດກັບມາບໍ່ທັນ ຈີ່ງໄດ້ຈັດຕັ້ງກອງທະຫານໄວ້ ໔ ກອງ ປະກອບດ້ວຍຄົນທັນພ໌
ຍັກຍ໌ ນາກ ຮັກສາແຕ່ລະທິດໄວ້ ແລ້ວພາກັນໄປປະຊຸມທີ່ອາຕານາຕິຍະນະຄອນ
ແລ້ວຜູກມົນເປັນອາຕານາຕິຍະປະຣິຕຣຂື້ນຈາກນັ້ນກໍ່ພາກັນໄປເຝົ້າພຣະພຸທະເຈົ້າພ້ອມບໍຣິວານຈຳນວນຫລວງຫລາຍແຕ່ປາກົດວ່າບໍຣິວານຂອງທ້າວມະຫາຣາຊເຫຼົ່ານີ້
ຕ່າງກໍ່ມີປະຕິກິຣິຍາຕໍ່ພຣະພຸທະອົງຄ໌ຕ່າງໆກັນ ເພາະລາງເທື່ອກໍ່ນັບຖືລາງເທື່ອກໍ່ບໍ່ເຊື່ອຖື
ຈົນເປັນເຫດໃຫ້ບັນດາສາວົກຂອງພຣະພຸດທະເຈົ້າທີ່ໄປບຳເພັນທັມຕາມທີ່ຕ່າງໆ ຕ້ອງຖືກຜີ ປີສາຈ
ຍັກ ທີ່ບໍ່ເຫລື້ອມໃສເຫຼົ່ານີ້ລົບກວນຈົນເຈັບໄຂ້ໄດ້ປ່ວຍ ຫຼື ເປັນອັນຕຣາຍຕ່າງໆນານາ
ທ້າວເວສສຸວັນຈີ່ງໄດ້ກາບທູນຂໍໃຫ້ພຣະພຣະພຸທະອົງຄ໌ຮັບອາຕານາຕິຍະປະຣິຕຣໄວ້ປະທານແກ່ສາວົກຂອງພຣະອົງຄ໌
ເພື່ອປ້ອງກັນບໍ່ໃຫ້ຍັກ ແລະພູຕຜີປີສາດລົບກວນ
ເຊີ່ງເນື້ອຄວາມເປັນການສັນລະເສີນພຣະພຸທະຄຸນຂອງພຣະພຸທະເຈົ້າ 7 ພຣະອົງຄ໌
ແລະຂໍນອບນ້ອມພຣະພຸດທະເຈົ້າເຫຼົ່ານັ້ນດ້ວຍກາຍ ວາຈາ ແລະໃຈບໍ່ວ່າເວລານອນ ເດີນ ນັ່ງ
ຫຼືຢືນ ຂໍໃຫ້ພຣະພຸທະເຈົ້າເຫຼົ່ານັ້ນໄດ້ຄຸ້ມຄອງຮັກສາໃຫ້ພົ້ນໄພ
ພົ້ນໂຣກແລະຄວາມເດືອດຮ້ອນຕ່າງໆ ພຣະປະຣິຕຣບົດນີ້ ຜູ້ໃດຈົ່ມຢູ່ເປັນປະຈຳ ເຊື່ອວ່າຍັກ
ຜີ ປີສາຈ ກໍ່ຈະຊ່ວຍຄຸ້ມຄອງໃຫ້ມີຄວາມສຸກ ຄວາມຈະເລີນ
ບົດສູດ ອາຕານາຕິຍະປະຣິຕຣວ່າ
ວິປັສສິສສະ ນະມັຕຖຸ ຈັກຂຸມັນຕັສສະ ສິຣີມະໂຕ
ສິຂິສສະປິ ນະມັຕຖຸ ສັພພະພູຕານຸກັມປິໂນ
ເວສສະພຸສສະ ນະມັຕຖຸ ນະຫາຕະກັສສະ ຕະປັສສິໂນ
ນະມັຕຖຸ ກະກຸສັນທັສສະ ມາຣະເສນັປປະມັທທິໂນ
ໂກນາຄະມະນັສສະ ນະມັຕຖຸ ພຣາຫມະນັສສະ ວຸສິມະໂຕ
ກັສສະປັສສະ ນະມັຕຖຸ ວິປປະມຸຕຕັສສະ ສັພພະທິ
ອັງຄີຣະສັສສະ ນະມັຕຖຸ ສັກກະຍະປຸຕຕັສສະ ສິຣີມະໂຕ
ໂຍ ອິມັງ ທັມມະເທເສສິ ສັພພະທຸກຂາປະນູທະນັງ
ເຍ ຈາປິ ນິພພຸຕາ ໂລເກ ຍະຖາພູຕັງ ວິປັສສິສຸງ
ເຕ ຊະນາ ອະປິສຸນາ ມະຫັນຕາ ວີຕະສາຣະທາ
ຫິຕັງ ເທວະມະນຸສສານັງ ຍັງນະມັສສັນຕິໂຄຕະມັງວິຊຊາຈາຣະນະສັມປັນນັງ
ມະຫັນຕັງ
ວີຕະສາຣະທັງ ວິຊຊາຈາຣະນະສັມປັນນັງ ພຸທທັງ ວັນທາມະໂຄຕະມັນຕິຯ
ຈົບອາຕານາຕິຍະປະຣິຕຣເທົ່ານີ້ແລ
ຄຳອາຣາທນາພຣະປຣິຕຣ
ຄຳອາຣາທນາພຣະປຣິຕຣ(ພຣະປະຣິຕະ)
(ວິປັຕຕິປະຕິພາຫາຢະ ສັມພະສັມປັຕຕິສິທທິຢາ ສັພພະທຸກຂະວິນາສາຢະ ປະຣິຕຕັງ ພຣູຖະມັງຄະລັງ)
(ວິປັຕຕິປະຕິພາຫາຢະ ສັມພະສັມປັຕຕິສິທທິຢາ ສັພພະພະຢະວິນາສາຢະ ປະຣິຕຕັງ ພຣູຖະມັງຄະລັງ)
(ວິປັຕຕິປະຕິພາຫາຢະ ສັມພະສັມປັຕຕິສິທທິຢາ ສັພພະໂຣຄະວິນາສາຢະ ປຣິຕຕັງ ພຣູຖະມັງຄະລັງ)

ຄຳອາຣາທນາທັມມ໌
ພຣົມມາ ຈະ ໂລກາທິປະຕີ ສະຫັມປະຕິ
ກັຕອັນຊະລີ ອັນທິວະຣັງ ອະຢາຈະຖະ
ສັນຕີທະ ສັຕຕາປັປຣະຊັກຂະຊາຕິກາ
ເທເສຕຸ ທັມມັງ ອະນຸກັມປິມັງ ປະຊັງ
ພຣົມມາ ຈະ ໂລກາທິປະຕີ ສະຫັມປະຕິ
ກັຕອັນຊະລີ ອັນທິວະຣັງ ອະຢາຈະຖະ
ສັນຕີທະ ສັຕຕາປັປຣະຊັກຂະຊາຕິກາ
ເທເສຕຸ ທັມມັງ ອະນຸກັມປິມັງ ປະຊັງ
ຄຳອາຣາທະນາສີລຫ້າ
ຄຳອາຣາທະນາສີລອຸໂບສົຖ
ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ ອຸໂປສະຖັງ ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ ອຸໂປສະຖັງ ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ ອຸໂປສະຖັງ ຍາຈາມະ
ຂ້ານ້ອຍຂໍສະມາທານຊຶ່ງສີລອຸໂບສົຖທີ່ພຣະພຸທເຈົ້າໄດ້ຊົງບັດຍັດໄວ້ ພ້ອມໄປດ້ວຍອົງ ແປດປະການ ດັ່ງໄດ້ສະມາທານມາແລ້ວນີ້ ຈະຮັກສາໄວ້ໃຫ້ດີ ບໍ່ໃຫ້ຂາດ ບໍ່ໃຫ້ທຳລາຍ ຕລອດມື້ນຶ່ງ ກັບ ຄືນນຶ່ງ ໃນເວລາວັນນີ້
ຄຳອາຣາທະນາສີລຫ້າ
ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ຄຳອາຣາທະນາສີລແປດ
ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ອັຕຖະ ສີລານິ ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ອັຕຖະ ສີລານິ ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັຕຖາຍະ ຕິສະຣະເນນະ ສະຫະ ອັຕຖະ ສີລານິ ຍາຈາມະ

ຊຸມນຸມເທວະດາ ( ສັກເຄ )
ສັຄເຄ ກາເມ ຈະ ຣູເປ ຄິຣິສີຂະຣະຕະເຕ ຈັນຕະລິກເຂ ວິມາເນ ທີເປ ຣັຕເຖ ຈະ ຄາເມ ຕະຣຸວະນະຄະຫະເນ ເຄຫະ ວັຕຖຸມຫິ ເຂຕເຕ ພຸມມາ ຈາຍັນຕຸ ເທວາ ຊະລະຖະລະວິສະເມ ຍັກຂະຄັນທັພພະນາຄາ ຕິຕຖັນຕາ ສັນຕິເກ ຍັງ ມຸນິວະຣະວະຈະນັງ ສາທະ ໂວ ເມ ສຸນັນຕຸ ທັມມັສສະວະນະກາໂລ ອະຍັມພະທັນຕາ ທັມມັສສະວະນະກາໂລ ອະຍັມພະທັນຕາ
ທັມມັສສະວະນະກາໂລ ອະຍັມພະທັນຕາ
ຄຳແປ ແບບ 1.
ເທວາ ອັນວ່າເທພຍຸດາເຈົ້າທັ້ງຫລາຍ ຝູງທີ່ຢັງຢາຍຢູ່ ທຸກໝູ່ພ້ອມພາຍສວັນ ອັນເປັນຊັ້ນກາມາແລະຮູປພົມ ກັບທັ້ງເທພະເຈົ້າ ເຫລົ່າພູມມາເຊິ່ງສະຖິດຢູ່ໃນທິພພາ ພິມານມາດ ອັນຕັ້ງຢູ່ຕາມອາກາດຈອມດອຍ ພູຜາຍອຍສູງຕໍ່າ ແລະ ອັນເລື່ອນລອຍ ຢູ່ຖໍ້າ ເວຫາ ກັບທັ້ງເນື້ອທີ່ປ່າ ເກາະດອນດ່ານດ້າວ ປະເທດທ້າວແດນເມືອງ ຢາຍນອງເນືອງແຄ່ບ້ານ ກັບທັ້ງຢາຍຢູ່ຖ້ານພຶກສາ ແດນດົງໜາປ່າເຫລົ່າເຮື້ອ ເຄຫະເນື້ອໄຮ່ນາສວນ ທັງໝູ່ມວນອາຮັກ ອັນເປັນເຊື້ອຍັກຄັນທັພພະນາຄາ ຕິດຖັນຕາ ອັນສະຖິດຢູ່ໃນເຖືອນຖໍ້າ ທາງນໍ້າແລະທາງບົກ ທີ່ຕີນຕົກສູງຕໍ່າ ອັນບໍ່ພໍ່າສເມີກັນ ສັນຕິເກ ອັນມີຢູ່ໃນທີ່ໃກ້ແລະທີ່ໄກ ອະຍັນເຕ ຂໍຈົ່ງໃຫ້ຍາຕຣາ ເຊີນເຂົ້າມາ ນະສະຖານທີ່ນີ້ ອັນວ່າຄຳໃດຊີ້ຊ່ອງ ຄຳສອນແຫ່ງພຣະຊິນນະວອນມຸນິນາດ ດູຣາທ່ານເຊື້ອຊາດ ສັບປຸຣິສາ ສຸນັນຕຸ ຂໍຈົ່ງໄດ້ໂສຕາ ປົງເຈຕະນາລົງໃນ ຕັງຂະນິກະສະມາທິ ຕັ້ງສະຕິປະຄອງ ເຊິ່ງມະນະສີການຟັງອຸທານ ຄຳຝູງຂ້າຈັກກ່າວໃນບັດນີ້ເທີ້ນ: ທັມມັສສະວະນະກາໂລ ອະຍັມພະທັນຕາ ຂນະນີ້ເປັນຍາມດີ ຄວນແກ່ການຟັງທັມ ແຫ່ງພຣະມຸນີໂດຍເຄົາຣົບກໍຂ້າເທີ້ນ..
ຄຳແປ ແບບ 2.
ສາທຸ ສາທຸ ຝູງຂ້າຂໍອັນເຊີນ ເທພະບຸຕ ເທພະຍຸດາເຈົ້າທັງຫລາຍ ທີ່ສະຖິຕຢູ່ ບົນສວັນຊັ້ນຟ້າ ກັບທັງພຣົມມະ ເທວະດາ ອາກາສະ ເທວະດາ ມະເຫສັກຂາ ເທວະດາ ແລະ ອາກາຂາ ເທວະດາເຈົ້າທັງຫລາຍ ທີ່ຢັ່ງຢາຍກັນຢູ່ໂດຍຮອບໃນຂອບເຂຕອະນັນຕະ ຈັກະວານ ແລະສະຖິຕຢູ່ໃນວິມານເທິງພູຜາປ່າໄມ້ ໃນອາກາສ ແລະ ດົງດອນ ໃນເຄຫາສະຖານບ້ານຊ່ອງ (ວັດວາອາຣາມ) ທີ່ນີ້ກໍດີ ແລະ ຂໍອັນເຊີນຍັກຂະ ຄັນທັບ ພຣະນາຄາເຈົ້າທັງຫລາຍ ທີ່ສະຖິຕຢູ່ໃນນ້ຳ ແລະບົນບົກ ທີ່ຮົກບໍ່ຮາບພຽງ ອ້ອມແອ້ມບໍຣິເວຣນີ້ ກໍດີ ຂໍຈົ່ງພ້ອມພຽງກັນມາປັຕະອະນຸໂມທະນາ ຣັກສາສິລ ກິນທານ ແລະຟັງຣົສະພຣະທັມມະເທສະນາດອມຝູງຂ້າທັງຫລາຍ ໃນກາລະບັຕນີ້ທຸກຕົນທຸກອົງແດ່ກໍຂ້າເຖີ້ນ.
ຄຳໄຫ້ວຕ່າງໆ
ຄຳໄຫວ້ຕ່າງໆ
|
ຄຳໄຫວ້ພຣະບາງ ພຸທທະລາວັນ
ຄຳໄຫວ້ພຣະແກ້ວມໍຣະກົດ ຄຳໄຫວ້ພຣະທາຕຫລວງ ວຽງຈັນ ຄຳໄຫວ້ ພຣະເຈົ້າໃຫຍ່ອົງຕື້ ຄຳໄຫວ້ຮອຍພຣະພຸທທະບາທ
|
ຄຳໄຫວ້ພຣະບາງພຸທທະລາວັນ
ນະມາມິ ສິຣະສາ ມັຍຫັງ ພຸທທະຣູປັງ ນະໂມຣະມັງ ລັງກາທິປາ ຄະຕັນເຍຕັງ ນະຣະເທວາພິປູຊິຕັງ ໂຍໂສ ສັງຄະຫະມາຣັມພິ ຍາຕະເກສຸ ປະຊາສຸຈະ ອິທທິມັນຕັງ ມະຫາເຊຕັງ ອະຫັງ ວັນທາມິ ສັພພະທາ
ນະມາມິ ສິຣະສາ ມັຍຫັງ ພຸທທະຣູປັງ ນະໂມຣະມັງ ລັງກາທິປາ ຄະຕັນເຍຕັງ ນະຣະເທວາພິປູຊິຕັງ ໂຍໂສ ສັງຄະຫະມາຣັມພິ ຍາຕະເກສຸ ປະຊາສຸຈະ ອິທທິມັນຕັງ ມະຫາເຊຕັງ ອະຫັງ ວັນທາມິ ສັພພະທາ
ຄຳໄຫວ້ພຣະແກ້ວມໍຣະກົດ
ພຸທທະມະຫາມະນີ ຣະຕະນະປະຕິມາກະຣັງ ປູເຊມິ
ທຸຕິຍັມປິ ພຸທທະມະຫາມະນີ ຣະຕະນະປະຕິມາກະຣັງ ປູເຊມິ
ຕະຕິຍັມປິ ພຸທທະມະຫາມະນີ ຣະຕະນະປະຕິມາກະຣັງ ປູເຊມິ
ເອເຕນະ ສັຈຈະວັຊເຊນະ ມະຫາເຕໂຊ ເຈວະ ມະຫາປັນໂຍ
ຈະ ມະຫາໂພໂຄ ຈະ ມະຫາຍະໂສ ຈະ ພະວັນຕຸເມ ນິພພານັສສະ ປັຈຈະໂຍ ໂຫຕຸ

ຄຳໄຫວ້ພຣະທາຕຸຫລວງ
ແບບທີ່ນຶ່ງ:
ປຸຣິມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ ອະຫັງ ວັນທາມິ ສັພພະທາ
ທັກຂິມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ ອະຫັງ ວັນທາມິ ສັພພະທາ
ປັສສິມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ ອະຫັງ ວັນທາມິ ສັພພະທາ
ອຸຕຕະມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ ອະຫັງ ວັນທາມິ ສັພພະທາ
ແບບທີ່ສອງ:
ນະໂມ ຕັສສະ ພະຄະວະໂຕ, ອະຣະຫະໂຕ, ສັມມາສັມພຸທທັສສະ (ສາມຈົບ)
ປັດສາເຈຕິຍັງ ອຸຣັງຄັງ ມະໂນຣັມມັງ ປາທະວະຣັງ ອຸນັດຕິງສະຊິນະຄຸຍຫັງ
ມະຫາກັສສະເປນະຖາປິດຕັງ ປັນຈະຫິ ອະຣະຫັນເຕຫິ ອາຫັງວັນທາມິ ສິຣະສາ
ອະຫັມປິເຕ ຈະທຸຣະໂຕ ອະຫັງ ວັນທາມິ ທາຕຸໂຍ
ອະຫັມປິເຕ ຈະທຸຣະໂຕ ອະຫັງ ວັນທາມິ ທາຕຸໂຍ ອະຫັງ ວັນທາມິ ສັພພະທາ .

ຄຳໄຫວ້ ພຣະເຈົ້າໃຫຍ່ອົງຕື້
ນະໂມ ຕັສສະ ພະຄະວະໂຕ, ອະຣະຫະໂຕ, ສັມມາສັມພຸທທັສສະ (ສາມຈົບ)
ສາທຸ ສາທຸ ພຸດທະພິມພິເກ ເສວັດໂຕ ວັດຕິ ວັດຕະໂສພິໂຕ ຄຸນນະສັມປັນໂນ ໂຄຕະມັງ ພຸດທະເຊດຖັງ ເທວະມະນຸດສາໂລກັງ ປູຊິງຕັງ ໄຊຍະເຊດຖັງ ຖາປິດຕັງ ເຂລັງ ສີລະສານະມາມິ ອະທັງວັນທາມິ ທູຮະໂຕ ອະຫັງວັນທາມິ ທາຕຸໂຍ ອະຫັງວັນທາມິ ສັບພະໂສ ອະຫັງວັນທາມິ ສັບພະທາ ສາທຸ ສາທຸ ສາທຸ ອະນຸໂມທາມິ . (ວ່າສາມເທື່ອ )
ວັດຕິ ວັດຕະໂສພິໂຕ ຄຸນນະສັມປັນໂນ ໂຄຕະມັງ ພຸດທະເຊດຖັງ ເທວະມະນຸດສາໂລກັງ ປູຊິງຕັງ ໄຊຍະເຊດຖັງ ຖາປິດຕັງ ເຂລັງ ສີລະສານະມາມິ ອະທັງວັນທາມິ ທູຮະໂຕ ອະຫັງວັນທາມິ ທາຕຸໂຍ ອະຫັງວັນທາມິ ສັບພະໂສ ອະຫັງວັນທາມິ ສັບພະທາ ສາທຸ ສາທຸ ສາທຸ ອະນຸໂມທາມິ . (ວ່າສາມເທື່ອ )

ໄຫວ້ຮອຍພຣະພຸທທະບາທ
ວັນທາມິ ພຸທທັງ ພະວະປາຣະຕິນນັງ,
ຂ້າພະເຈົ້າ ຂໍໄຫວ້ພຣະພຸທເຈົ້າ ຜູ້ຂ້າມຝັ່ງແຫ່ງພົບ
ຕິໂລກະເກຕຸງ ຕິພະເວກະນາຖັງ,
ຜູ້ເປັນທຸງໄຊຂອງໄຕຣໂລກ ຜູ້ເປັນທີ່ເພິ່ງອັນເອກຂອງໄຕຣພົບ
ໂຍ ໂລກະເຊຕໂຖ ສະກະລັງ ກິເລສັງ ເສຕ໌ວານະ ໂພເທສິ ຊະນັງ ອະນັນຕັງ,
ຜູ້ປະເສີດຂອງໂລກ ຕັດກິເລສໄດ້ໝົດກ້ຽງ ຊ່ອຍບຸກຄົນຫາທີ່ສຸດບໍ່ໄດ້ ໃຫ້ຕັສຮູ້ ມັຄ ຜົລ ແລະ ນິພພານ ,
ຍັງ ນັມມະທາຍະ ນະທິຍາ ປຸລິເນ ຈະ ຕີເຣ,
ຮອຍພຣະບາທອັນໃດ ອັນ ພຣະພຸທທະອົງ ໄດ້ຊົງສະແດງໄວ້ໃນຫາດຊາຍ ແທບຝັ່ງແມ່ນ້ຳນັມມະທາ
ຍັງ ສັຈຈະພັນທະຄິຣິເກ ສຸມະນາ ຈະ ລັກເຄ,
ຮອຍພຣະບາທອັນໃດ ອັນ ພຣະພຸທທະອົງ ໄດ້ຊົງສະແດງໄວ້ ທີ່ພູສັຈຈະພັນ ແລະ ເໜືອຍອດພູເຂົາສຸມະນາ
ຍັງ ຕັຕຖະ ໂຍນະກະປຸເຣ ມຸນິໂນ ຈະ ປາທັງ,
ຕັງ ປາທະວະລັນຊະນະມະຫັງ ສິຣະສາ ນະມາມິ,
ຮອຍພຣະບາທອັນໃດ ອັນ ພຣະພຸທທະອົງ ໄດ້ຊົງສະແດງໄວ້ໃນເມືອງໂຍນົກ , ຂ້ານ້ອຍ ຂໍໄຫວ້ພຣະພຸທທະບາທ ແລະ ຮອຍພຣະພຸທທະບາທນັ້ນໆ ຂອງພຣະມຸນີເຈົ້າ ດ້ວຍຫົວແຫ່ງຂ້າ ,
ສຸວັນນະມາລິເກ ສຸວັນນະປັພພະເຕ ສຸມະນະກູເຕ ໂຍນະກະປຸເຣ ນັມມະທາຍະ ນະທິຍາ ປັນຈະປາທະວະຣັງ ຖານັງ ອະຫັງ ວັນທາມິ ທຸຣະໂຕ,
ຂ້ານ້ອຍ ຂໍໄຫວ້ສະຖານທີ່ມີ ຮອຍພຣະພຸທທະບາທ ອັນປະເສີດ ໕ ແຫ່ງ ແຕ່ທີ່ໄກຄື : ທີ່ພູເຂົາສຸວັນນະມາລິກະ ໑ ,ທີ່ ພູເຂົາສຸວັນນະພັນພົຕ ໑ , ທີ່ຍອດພູເຂົາສຸມະນະກູຕ ໑ , ທີ່ໂຍນະກະປຸຣິ ໑ , ທີ່ແມ່ນ້ຳນັມມະະທາ ໑
ອິຈເຈວະມັຈຈັນຕະ ນະມັສສະເນຍຍັງ ນະມັສສະມາໂນ ຣະຕະນັຕຕະຍັງ ຍັງ,
ຂ້ານ້ອຍ ນະມັສການຢູ່ເຊິ່ງພຣະຣັຕຕະນະໄຕຣ ອັນບຸກຄົນຄວນໄຫວ້ ໂດຍຢ່າງຍິ່ງດັ່ງນີ້ ດ້ວຍອາການຢ່າງນີ້ ,
ປຸນຍາ ພິສັນທັງ ວິປຸລັງ ອະລັຕຖັງ, ໄດ້ເຊິ່ງກອງບຸນ ອັນໄພບຸນ ,
ຕັສສານຸພາເວນະ ຫະຕັນຕະຣາໂຍ, ຂໍອຳນາດພຣະຣັຕນະໄຕຣນັ້ນ ຈົ່ງກຳຈັດອັນຕະລາຍໄປຫມົດເຖີດ,
ອານັນຕະຍາມິ ໂວ ພິກຂະເວ, ດູຣາ ພິກຂຸທັງຫລາຍ ເຮົາຂໍເຕືອນທັງຫລາຍ
ປະຕິເວທະຍາມິ ໂວ ພິກຂະເວ, ດູຣາ ພິກຂຸທັງຫລາຍ ເຮົາຂໍໃຫ້ທ່ານຊາບໄວ້ວ່າ
ຂະຍະວະຍະ ທັມມາ ສັງຂາຣາ ສັງຂານທັງຫລາຍ ມີຄວາມເສື່ອມສ້ຽງໄປເປັນທັມມະດາ
ອັປປະມາເທນະ ສັມປາເທຖາຕິ, ຂໍໃຫ້ທ່ານທັງຫລາຍ ຈົ່ງຍັງປໂຍດທ່ານໃຫ້ເຖິງພ້ອມດ້ວຍຄວາມບໍ່ປະໝາດເຖີດ,

ຄຳໄຫວ້ພຣະພຸທທະເຈດີ
ອຸກາສະ ວັນທາມິ ພັນເຕ ເຈຕິຍັງ ສັພພັງ
ຂໍໄຫວ້ທ່ານຜູ້ຈະເຣີນ ພວກຂ້ານ້ອຍ ຂໍໂອກາດໄຫວ້
ສັພພັຕຖະຖາເນ ສຸປະຕິຕຖິຕັງ ສາຣີຮິກະທາຕຸງມະຫາໂພທິງ ພຸທທະຣູປັງ ສະກະຣັງ ສະທາ,
ພຣະເຈດີ ພຣະສາຣີຣິກກະທາດ ພຣະສີມະຫາໂພທິ ແລະ ພຣະພຸທຮູບ ທັງໝົດສ້ຽງ ອັນປະດິສຖານຢູ່ດີແລ້ວ ໃນສະຖານທີ່ທັງໝົດ ໃນກາລທຸກເມື່ອ,
ກາຍະສາ ວະຈະສາ ມະນະສາ ເຈວະ ວັນທາເມ ເຕ ຕະຖາຄະເຕ ສະຍະເນ ອາສະເນ ຖາເນ ຄະມະເນ ຈາປິ ສັພພະທາ,
ຂ້າພະເຈົ້າ ຂໍໄຫວ້ພຣະຕະຖາຄົດເຈົ້າເຫລົ່ານັ້ນ ດ້ວຍກາຍ ດ້ວຍວາຈາແລະ ໃຈນັ້ນແລ ທັງໃນທີ່ປະທັບນອນ ທີ່ປະທັບນັ່ງ ປະທັບຢືນ ແລະ ທີ່ສະເດັດໄປໃນກາລທຸກເມື່ອ .

ຄຳໄຫວ້ພຣະທາຕພູສີ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ສາມຈົບ)
ອິມິນາ ສັກກາເຣນະ ທູປະ ທີປະ ປຸປຜະວະເຣຫິ ປັພພະເຕ ເຈຕິເຍ ພຸທທະຕິເຣ ຖາພິຕັງ ສິຣະສາ ນະມາມິ ຯ
ອະຫັງ ວັນທາ ມິ ສັພພະທາ ຯ
ສາທຸ..., ສາທຸ..., ສາທຸ... ຯ ຂາບສາມຄັ້ງ

ຄຳໄຫວ້ພຣະທາຕຸເກດແກ້ວຈຸລາມະນີ
ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ
ນະໂມ ຜູ້ຂ້າຂໍໄຫວ້ພຣະພຸທທະເຈົ້າທຸກພຣະອົງຄ໌ ເມື່ອຜູ້ຂ້າດັບຈິດລົງ ຢ່າໃຫ້ໃຫລຫລົງ ຂໍໃຫ້ຈິດຈຳນົງ ຕຣົງທາງພຣະນິພພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ທັນພຣະສີອານ ຜູ້ຂ້າຈະໄປນະມັສການ ພຣະເກດແກ້ວ ພຣະຈຸລາມະນີ ເຈດີສະຖານ ເປັນທີ່ໄຫວ້ ເປັນທີ່ສັກກາຣ ກຸສະລະສັມປັນໂນ
ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ
ນະໂມ ຜູ້ຂ້າຂໍໄຫວ້ພຣະທັມມະເຈົ້າ ຂອງພຣະພຸທທະອົງຄ໌ ເມື່ອຜູ້ຂ້າດັບຈິດລົງ ຢ່າໃຫ້ໃຫລຫລົງ ຂໍໃຫ້ຈິດຈຳນົງ ຕຣົງທາງພຣະນິພພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ທັນພຣະສີອານ ຜູ້ຂ້າຈະໄປນະມັສການ ພຣະເກດແກ້ວ ພຣະຈຸລາມະນີ ເຈດີສະຖານ ເປັນທີ່ໄຫວ້ ເປັນທີ່ສັກກາຣ ກຸສະລະສັມປັນໂນ
ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ
ນະໂມ ຜູ້ຂ້າຂໍໄຫວ້ພຣະສັງຄະເຈົ້າ ຂອງພຣະພຸທທະອົງຄ໌ ເມື່ອຜູ້ຂ້າດັບຈິດລົງ ຢ່າໃຫ້ໃຫລຫລົງ ຂໍໃຫ້ຈິດຈຳນົງ ຕຣົງທາງພຣະນິພພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ທັນພຣະສີອານ ຜູ້ຂ້າຈະໄປນະມັສການ ພຣະເກດແກ້ວ ພຣະຈຸລາມະນີ ເຈດີສະຖານ ເປັນທີ່ໄຫວ້ ເປັນທີ່ສັກກາຣ ກຸສະລະສັມປັນໂນຕິ.

ບຸນກິຣິຍາວັດຖຸ 3
ຂອບໃຈນຳບົດຄວາມຂອງ : ສິງປະທຸມ ພິກຂຸ
ມີຄົນເປັນຈໍານວນບໍ່ໜ້ອຍມັກເຮັດບຸນ ຊອກສະແຫວງຫາບຸນກັນຫລາຍວິທີການ ແຕ່ບໍ່ຄ່ອຍຈະຮູ້ຈັກບຸນໄດ້ຢ່າງເລິກເຊິ່ງ ແລະບໍ່ຄ່ອຍມັກເຮັດກຸສົລນໍາອີກ ກໍ່ໃຫ້ເກີດເຮັດບຸນແບບຜິດໆ ຜົລບຸນທີ່ໄດ້ຮັບຈິ່ງບໍ່ຫລາຍເທົ່າທີ່ຄວນ ເຖິງວ່າຈະລົງທຶນ ທັງແຮງກາຍເງິນຕາ ແລະວັດຖຸເປັນຈໍານວນຫລາຍ ແຕ່ປະສິດທິພາບບຸນກໍ່ຍັງຕໍ່າ ບາງເທື່ອການເຮັດບຸນກໍ່ມີການແຖມບາບ ມານໍາອີກ ດັ່ງນັ້ນເຮົາຈິ່ງສົມຄວນມາບໍຣິຫານບຸນກັນ ເພື່ອກໍ່ໃຫ້ເກີດປໂຍດຕໍ່ຕົນເອງແລະສັງຄົມຢ່າງສູງສຸດ
ກ່ອນທີ່ຈະເຂົ້າສູ່ເນື້ອຫາສາຣະ “ບຸນກິຣິຍາວັດຖຸ” ນັ້ນ ໃນເບື້ອງຕົ້ນຂໍກ່າວເຖິງຄວາມໝາຍຂອງ “ບຸນ” ເຊິ່ງທ່ານຜູ້ຮູ້ໃນ ທາງພຣະພຸທສາສນາໄດ້ໃຫ້ຄວາມໝາຍໂດຍຫຍໍ້ໄວ້ 3 ປະການ ໄດ້ແກ່ (1) ບຸນຄື ຄວາມສະອາດ ຄວາມບໍຣິສຸດແລະຄວາມດີ (2) ບຸນຄື ການກະທໍາຄວາມດີຕ່າງໆມີສະພາບທີ່ເປັນເຫດແລ້ວສົ່ງຜົລເປັນຄວາມສຸຂ (3) ບຸນຄື ຄວາມສຸຂ ມີສະພາບທີ່ເປັນຜົລ ເພາະຄວາມສຸຂເປັນຜົລຂອງການທໍາຄວາມດີ
ສິ່ງໃດກໍ່ຕາມທີ່ເຮັດໄປແລ້ວຕົນເອງແລະຜູ້ອື່ນບໍ່ເດືອດຮ້ອນ ສິ່ງນັ້ນຈັດເປັນບຸນ ຄວາມດີທີ່ເຮັດໄປແລ້ວກໍ່ໃຫ້ເກີດບຸນ ເອີ້ນວ່າ ບຸນກິຣິຍາວັດຖຸມີຢູ່ 3 ປະການໂດຍຫຍໍ້ ດັ່ງນີ້
1.ບໍຣິຈາກທານ (ທານະໄມ) - meritorious action consisting in giving or generosity ໝາຍເຖິງ ການແບ່ງປັນໃຫ້ ຜູ້ອື່ນດ້ວຍສິ່ງຂອງຂອງຕົນດ້ວຍຄວາມເຕັມໃຈ ເພື່ອກໍາຈັດຂັດເກົາຄວາມເຫັນແກ່ຕົວ (ທິດຖິ) ຄວາມຄັບແຄບ ຄວາມຕະໜີ່ ໜຽວແໜ້ນແລະຄວາມຍຶດຕິດໃນວັດຖຸ ເພື່ອໃຫ້ເປັນປະໂຫຍດຕໍ່ບຸກຄົນ ຊຸມຊົນ ສັງຄົມໂດຍສ່ວນຣວມ ໂດຍແບ່ງທານະໄມເປັນ 3 ປະເພດຄື (1) ການໃຫ້ວັດຖຸສິ່ງຂອງເປັນທານ (ອາມິດສະທານ) ເຊັ່ນໃຫ້ປັດໃຈສີ່ ເປັນຕົ້ນ (2) ການໃຫ້ຄວາມຮູ້ເປັນທານ (ທັມມະທານ) ຖ້າເປັນຄວາມຮູ້ທາງໂລກເຊັ່ນ ໃຫ້ສິລປະວິທຍາການຕ່າງໆ ເອີ້ນວ່າ ວິທຍາທານ ຫາກເປັນຄວາມຮູ້ທາງທັມເຊັ່ນ ສອນໃຫ້ລະຊົ່ວ ປະພຶດດີ ທໍາໃຈໃຫ້ຜ່ອງໃສ ເອີ້ນວ່າ ທັມມະທານ (3) ການສລະອາຣົມຮ້າຍເປັນທານ (ອະໄພທານ) ໃຫ້ອະໄພ ບໍ່ຈ່ອງເວຣ ສລະອາຣົມຮ້າຍພະຍາບາດໃຫ້ຂາດອອກຈາກໃຈ
2.ຮັກສາສີລ (ສີລະໄມ) - meritorious action consisting in observing the precepts or moral behaviour ໝາຍເຖິງ ອາການປົກກະຕິທາງກາຍແລະວາຈາ ໂດຍມີເຈຕະນາທີ່ຈະເວັ້ນຈາກຄວາມຊົ່ວຕ່າງໆ ມີຄວາມສໍາຣວມ ຣະວັງຄວບຄຸມ ບັງຄັບກິຣິຍາອາການທາງກາຍແລະວາຈາໃຫ້ປົກກະຕິທໍາມະດາ ບໍ່ລ່ວງລະເມີດຣະບຽບກົດເກນຫລືວິນັຍທີ່ໄດ້ກໍາໜົດໄວ້ ທາງແຫ່ງຄວາມເສື່ອມເສັຽຂອງບຸກຄົນທີ່ເຮັດໃຫ້ສັງຄົມບໍ່ເປັນປົກກະຕິມີ 5 ທາງຄື (1) ຄວາມໂຫດຮ້າຍໃນສັນດານ ປະທຸດສະ ຮ້າຍຕໍ່ຊີວິດແລະຮ່າງກາຍຂອງຜູ້ອື່ນ ຂົ່ມເຫັງຜູ້ອື່ນໃຫ້ເດືອດຮ້ອນ (2) ຄວາມຢາກໄດ້ຊັບສິນຂອງຜູ້ອື່ນ ການຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາບໍ່ໃຫ້ມາເປັນຂອງຕົນ (3) ການປະພຶດຜິດທາງເພດຕໍ່ຄູ່ຄອງຫລືບຸກຄົນໃນຄອບຄົວຂອງຜູ້ອື່ນ (4) ຄວາມບໍ່ມີ ຄວາມຈິງປະຈໍາໃຈ ການເວົ້າຫລອກລວງຜູ້ອື່ນ (5) ຄວາມປະໝາດຂາດສະຕິສັມປະຊັນຍະ ມີການເສບສຸຣາແລະສິ່ງ ເສບຕິດ ທັງຫລາຍ
ທາງແກ້ໄຂປ້ອງກັນໂດຍການຮັກສາສີລຫ້າ ຈະເປັນການເຝິກຝົນຕົນທີ່ຈະລົດລະເລີກຄວາມຊົ່ວ ບໍ່ໄປບຽດບຽນຜູ້ໃດ ຕ້ອງການເຮັດຄວາມດີເອື້ອເຟື້ອເພື່ອແຜ່ແກ່ຜູ້ອື່ນ ເປັນການຮັກສາຄວາມດີງາມໄວ້ ບໍ່ໃຫ້ຄຸນນະພາບຊີວິດຕົກຕໍ່າ
3.ຈະເຣິນພາວະນາ (ພາວະນາໄມ) - meritorious action consisting in mental development ຄື ການອົບຣົມຈິດໃຈ ໃຫ້ມີຄວາມສະຫງົບ ສະອາດ ສະຫວ່າງດ້ວຍການປະຕິບັດທັມເຊັ່ນ ປະຕິບັດກັມມະຖານ (ການເຝິກອົບຣົມຈິດ) ເພື່ອພັດທະນາຈິດໃຈໃຫ້ສງົບ ເກີດປັນຍາ ເຮັດໃຫ້ກິເລສອັນເປັນຮາກເຫງົ້າຂອງຄວາມຊົ່ວທາງກາຍແລະວາຈາລົດລົງແລະ ສາມາດກໍາຈັດໃຫ້ໝົດໄປໃນທີ່ສຸດ
ຫລັກການເຮັດບຸນ 3 ປະການດັ່ງກ່າວ ມີຄວາມໝາຍແລະຂອບເຂດທີ່ກວ້າງຂວາງ ເກີນຄວາມໝາຍຂອງຄໍາວ່າ “ຈະຣິຍະທັມ” ຢ່າງທີ່ເຂົ້າໃຈກັນໃນປະຈຸບັນ ເຊິ່ງຄວບຄຸມເຖິງກະບວນການພັດທະນາມະນຸດທັງໝົດ ດັ່ງພຸທພົດຄາຖາກ່າວ ເຖິງຫລັກການເຮັດບຸນໄວ້ວ່າ
“ປຸນຍະເມວະ ໂສ ສັກໄຂຍຍະ ອາຍະຕັຄຄັງ ສຸຂຸທຣະຍັງ
ທານັນຈະ ສະມະຈະຣິຍັນຈະ ເມຕຕະຈິຕຕັນຈະ ພາວະເຍ
ເອເຕ ທັມເມ ພາວະຍິຕວາ ຕະໂຍ ສຸຂະສະມຸທທະເຍ
ອັພພະຍາປັຊຊັງ ສຸຂັງ ໂລກັງ ປັນດິໂຕ ອຸປປັຊຊະຕິ”
ແປວ່າ “ຄົນຜູ້ໄຝ່ປໂຍດ ຄວນສຶກສາບຸນນີ້ແຫລະ ເຊິ່ງມີຜົລກວ້າງຂວາງຍິ່ງໃຫຍ່ ອໍານວຍສຸຂໃຫ້ຄື ຄວນຈະໃຫ້ທານ ຄວນພັດທະນາຄວາມປະພຶດທີ່ຊອບທັມແລະຄວນຈະເຣີນເມດຕາຈິດ ເມື່ອຈະເຣີນທັມ 3 ປະການນີ້ອັນເປັນແຫລ່ງກໍ່ເກີດ ຄວາມສຸຂແລ້ວ ບັນດິດຍ່ອມເຂົ້າເຖິງໂລກທີ່ເປັນສຸຂ ບໍ່ບຽດບຽນກັນ”
ທ່ານພຸດທະສາສນິຊົນເມື່ອຮູ້ຫລັກການເຮັດຄວາມດີຫລືທີ່ຕັ້ງແຫ່ງການເຮັດບຸນດັ່ງກ່າວແລ້ວ ຄວນເຮັດບຸນໃຫ້ຄົບທັງ ສາມປະການ ເພາະຈະເຮັດໃຫ້ເຮົາຢູ່ຮ່ວມກັນຢ່າງມີຄວາມສຸຂດ້ວຍການຊ່ອຍເຫລືອເກື້ອກູນກັນໃນສັງຄົມ ເອື້ອເຟື້ອເຜືອແຜ່ ແບ່ງປັນກັນ (ທານ) ບໍ່ຍາດແຍ່ງບຽດບຽນກັນ (ສີລ) ແລະມີຄວາມຮັກຄວາມຫວັງດີ ຢາກໃຫ້ຄົນອື່ນເປັນສຸຂ ໂດຍສ້າງປໂຍດ ແກ່ກັນ ແລະກັນ (ເມດຕາ) ຫາກທຸກຄົນມີບຸນກິຣິຍາວັດຖຸແລ້ວຕົນເອງກໍມີຄວາມສຸຂ ຄົນອື່ນມີຄວາມສຸຂ ແລະ ເຮັດໃຫ້ ສັງຄົມຢູ່ເຢັນເປັນສຸຂນໍາອີກ ດັ່ງບົດປະພັນກ່າວໄວ້ວ່າ
“ ສິ່ງອັນເປັນທີ່ຕັ້ງ ຕົກແຕ່ງບຸນສົມພານ
ທ່ານວ່າມີສາມປະການ ໜຶ່ງນັ້ນ “ທານະໄມ” ມ້ວນ
ສ່ວນຊິທານຫຍັງນັ້ນ ຖືເປັນບຸນອັນດີເດັ່ນ
“ສີລະໄມ” ບອກເນັ້ນ ນັ້ນເປັນຂໍ້ທີສອງ
ຮັກສາສີລຖືກຕ້ອງ ຜລາຕອບສົມໝາຍ
ສາມຄື “ພາວະນາໄມ” ໃຫ້ໝັ່ນພາວະນາຕັ້ງ
ຕອນຊີບຍັງກໍສຸຂປ້ອງ ເມື່ອຕາຍໄປກໍສຸຂປ່ຽມ
ບຸນນໍາສຸຂຍອດຢ້ຽມ ຍາມສິ້ນຊີບຊີວາ ແທ້ແລ້ວ ”

ບຸກຄົນທີ່ຫາໄດ້ຍາກໃນສັງຄົມ
ຂໍຂອບໃຈນຳບົດຄວາມຂອງ : ສິງປະທຸມ ພິກຂຸ
ສັງຄົມໃນປະຈຸບັນນີ້ ຜູ້ຄົນຕ່າງຍາດແຍ່ງຊີງດີຊີງເດັ່ນກັນແບບບໍ່ມີເຫດຜົນ ປາສະຈາກຄວາມເມດຕາປານີ ມີຄວາມໂຫດ ຮ້າຍປ່າເຖື່ອນ ຖືເອົາຜົນປໂຍດຂອງຕົນເອງແລະພວກພ້ອງເປັນໃຫຍ່ ຄົນອື່ນຈະໄດ້ຮັບຄວາມເສັຽຫາຍຢ່າງໃດກໍ່ບໍ່ຫ່ວງໃຍ ສົນໃຈ ຂໍໃຫ້ຕົນເອງໄດ້ຮັບຜົນປໂຍດ ພຶດຕິກໍາແປກປລາດທາງສັງຄົມດັ່ງກ່າວນີ້ ເກີດຂຶ້ນໃນສັງຄົມທຸກຊົນຊັ້ນ ສາເຫດໃຫຍ່ໆ ອາດເປັນເພາະວ່າການເພິ່ມຂຶ້ນຂອງປະຊາກອນໂລກເປັນຈໍານວນຫລາຍ ນອກຈາກນີ້ມະນຸດຍັງພົບກັບພາວະໂລກຮ້ອນ ເຊິ່ງສ້າງຄວາມທຸກຍາກຢ່າງໜັກໜ່ວງ ກ່າວໄດ້ວ່າມະນຸດໃນສັງຄົມສມັຍໃໝ່ ກໍາລັງພົບກັບການຍາດແຍ່ງອາຫານ ກັບໄພ ພິບັດທາງທໍາມະຊາດ ຣວມທັງໄພວິປຣິດທາງສີລທັມຄື ຜູ້ຄົນສ່ວນໃຫຍ່ຫ່າງຈາກສາສນາ ບໍ່ຢາກຄິດຢາກເຮັດອັນໃດ ເລີຍທີ່ຫຍຸ້ງຍາກສັບສົນ ນັ້ນໝາຍເຖິງຂາດຄວາມຕື່ນຕົວທີ່ຈະເສັຽສລະຫລືສ້າງຄວາມດີຄືມີຄວາມເຫັນແກ່ຕົວຢ່າງຍິ່ງຂຶ້ນ
ເພື່ອຄວາມຢູ່ລອດປອດໄພຂອງຕົນເອງ ຄອບຄົວແລະເພື່ອນຝູງ ສາຍເຫດດັ່ງກ່າວເຮັດໃຫ້ສະພາບສັງຄົມບໍ່ໜ້າຢູ່ ບໍ່ເປັນມິດຕໍ່ເພື່ອນບ້ານ ຂາດການພັດທະນາຍົກຣະດັບຈິດໃຈແລະຊີວິດໃຫ້ສູງຂຶ້ນຄືວິຖີຊີວິດເກືອບຈະບໍ່ໄດ້ຢູ່ໃນ ເສັ້ນທາງແຫ່ງ ຄວາມເປັນອາຣະຍະຊົນຄືຄວາມຈະເຣິນຢ່າງປະເສີດ ຄວາມຈະເຣິນງອກງາມທີ່ໄດ້ສາຣະສົມກັບທີ່ເປັນຜູ້ຈະເຣິນແລ້ວ
ໃນການຄົບຫາສະມາຄົມກັບບຸກຄົນອື່ນໃນສັງຄົມສມັຍປະຈຸບັນນີ້ຜູ້ປະຕິບັດທັມຕ້ອງກວດສອບໃຫ້ລະອຽດຫລາຍຂຶ້ນ ຢ່າປມາດ ເພາະການສ້າງມິຕພາບກັບມິດທຽມ ຈະເຮັດໃຫ້ເຮົາເສັຍເວລາແລະຊັບສິນເງິນທອງຢ່າງຄິດບໍ່ເຖິງ ເພາະບຸກຄົນ ເຫລົ່ານີ້ອາດມາຈາກພົບພູມທີ່ຕໍ່າພ້ອມທີ່ຈະເຮັດສິ່ງທີ່ເປັນອະກຸສົນໄດ້ຕລອດເວລາ ໂດຍບໍ່ລະອາຍແລະຢ້ານກົວຕໍ່ບາບກັມ ດັງນັ້ນຜູ້ປະຕິບັດທັມສາມາດປ້ອງກັນມະນຸດມະຫາໄພເຫລົ່ານີ້ໄດ້ດ້ວຍຕົນເອງ ໂດຍໝັ່ນກວດສອບ ຄຸນລັກສະນະຄົນທີ່ເຮົາ ກໍາລັງຄົບຢູ່ນັ້ນ ເພື່ອໃຫ້ເກີດມຸມມອງ (Outlook) ໃນວົງກວ້າງສຳຫລັບເຣື່ອງການສ້າງມິຕພາບກັບບຸກຄົນອື່ນໃນສັງຄົມນັ້ນ ໃຫ້ພິຈາຣະນາເຖິງບຸກຄົນສໍາຄັນທີ່ຄວນເຂົ້າໃຈຢ່າງເລິກເຊິ່ງຄື ບຸກຄົນທີ່ຫາໄດ້ຍາກ 2 ຢ່າງ ດັ່ງນີ້
1. ບຸພະກາຣີ ແປວ່າ ບຸກຄົນຜູ້ທໍາອຸປະກາຣະກ່ອນ (one who is first to do a favor; previous benefactor) ໄດ້ແກ່ບຸກຄົນ ຜູ້ມີນິດໃສນໍ້າໃຈດີ ໂອບອ້ອມອາຣີ ມີຈິດປະກອບດ້ວຍຄວາມຮັກ ຄວາມປາຖນາດີ ຫວັງຄວາມສຸຂຄວາມຈະເຣິນຕໍ່ຜູ້ອື່ນ ບໍ່ຄິດຢາກໄດ້ແຕ່ຝ່າຍດຽວ ຕັ້ງໃຈທໍາອຸປະກາຣະຄຸນ ໂດຍບໍ່ຫວັງຜົນຕອບແທນໃນພາຍຫລັງແຕ່ຢ່າງໃດ ບຸພະກາຣີໂດຍທົ່ວໄປທ່ານກໍາໜົດໄວ້ມີ 4 ປະເພດຄື
(1) ມານດາບິດາ
(2) ຄຣູອາຈາຣຍ໌ ອຸປັດຊາ
(3) ພຣະມະຫາກະສັດ ແລະ
(4) ພຣະພຸທທະເຈົ້າ
ມານດາບິດາໄດ້ຊື່ວ່າ ເປັນບຸພະກາຣີຂອງບຸດທິດາ ເພາະເປັນຜູ້ໃຫ້ກໍາເນິດ ໃຫ້ເລືອດເນື້ອຊີວິດຈິດໃຈ ຕລອດເຖິງໃຫ້ ອາຫານ ເຄື່ອງນຸ່ງຫົ່ມ ເປັນຕົ້ນ ແກ່ບຸດທິດາ ແລະມີໜ້າທີ່ທີ່ຈະຕ້ອງບໍາຣຸງບຸດທິດາໃຫ້ເປັນສຸຂເຊັ່ນ ຫ້າມບໍ່ໃຫ້ເຮັດຄວາມຊົ່ວ ສອນໃຫ້ຕັ້ງຢູ່ໃນຄວາມດີ ໃຫ້ສຶກສາສິລປະວິທຍາ ຫາຄູ່ຄອງທີ່ສົມຄວນໃຫ້ ແລະມອບຊັບສົມບັດໃຫ້ເມື່ອເວລາສົມຄວນ
ຄຣູອາຈາຣຍ໌ ອຸປັດຊາໄດ້ຊື່ວ່າ ເປັນບຸພະກາຣີຂອງນັກຮຽນລູກສິດ ເພາະເປັນຜູ້ທີ່ແນະນໍາສັ່ງສອນ ອົບຣົມໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອໃຫ້ລູກສິດເປັນພົລເມືອງດີແລະເປັນຄົນດີໃນສັງຄົມ
ພຣະມະຫາກະສັດໄດ້ຊື່ວ່າ ຊົງເປັນບຸພະກາຣີຂອງຣາສດອນ ເພາະຊົງມີພຣະຣາຊອໍານາດທີ່່ປົກຄອງໄພ່ຟ້າປະຊາຣາດ ຜູ້ອາສັຍ ຢູ່ໃນປະເທດໃຫ້ມີຄວາມຢູ່ເຢັນເປັນສຸຂ ໂດຍທີ່ພຣະອົງຄ໌ຊົງປະຕິບັດທົສພິດຣາຊທັມເຊັ່ນ ມີທານ ມີສີລ ບໍຣິຈາກ ເປັນຕົ້ນ
ພຣະພຸທເຈົ້າໄດ້ຊື່ວ່າ ຊົງເປັນບຸພະກາຣີຂອງພຸທບໍຣິສັດ ເພາະຊົງມີພຣະມະຫາກະຣຸນາອັນກວ້າງຂວາງໂດຍບໍ່ມີຂອບເຂດ ຊົງສະແດງພຣະທັມເທສນາສັ່ງສອນເວໄນຊົນດ້ວຍຫລັກ 3 ປະການຄື (1) ຊົງຫ້າມບໍ່ໃຫ້ທໍາບາບທັງປວງ (2) ຊົງສອນໃຫ້ທໍາບຸນ ກຸສົລທຸກຢ່າງ ແລະ(3) ຊົງສອນໃຫ້ທໍາຈິດໃຈຜ່ອງໃສ
2. ກະຕັນຍູກະຕະເວທີ ແປວ່າ ບຸກຄົນຜູ້ຮູ້ອຸປກາຣະທີ່ບຸກຄົນອື່ນທໍາແລ້ວແລະຕອບແທນ (one who is grateful and repays the done favour; grateful person) ໝາຍຄວາມວ່າ ຜູ້ຣະນຶກເຖິງຢູ່ສເມີ ເຊິ່ງອຸປກາຣະຄຸນທີ່ທ່ານບຸພະກາຣີນັ້ນໆ ໄດ້ກະທໍາໃຫ້ແກ່ຕົນແລະເມື່ອໄດ້ໂອກາດກໍ່ຕອບແທນຄຸນ ຕາມສົມຄວນແກ່ຖານະ ພາວະ ແລະກາລສມັຍ ເໝືອນບຸກຄົນ ທີ່ກູ້ໜີ້ທ່ານມາ ເມື່ອໄດ້ເວລາກໍ່ຈ່າຍໜີ້ໃຫ້ທ່ານ ຄົນເຮົາທຸກຄົນທີ່ເກີດມາຍ່ອມຊື່ວ່າເປັນລູກໜີ້ເຊັ່ນ ບຸດທິດາເປັນລູກໜີ້ ບິດາມາຣດາ ນັກຮຽນ ລູກສິດເປັນລູກໜີ້ຄຣູອາຈາຣຍ໌ ເປັນຕົ້ນ
ເມື່ອເປັນລູກໜີ້ໂດຍທີ່ເປັນໜີ້ບຸນຄຸນທ່ານແລ້ວ ຈິ່ງສົມຄວນທີ່ຈະຕອບແທນຄຸນທ່ານ ຈິ່ງຊື່ວ່າເປັນການປົດໜີ້ໄດ້ ຜູ້ທີ່ປົດໜີ້ດ້ວຍການຕອບແທນຄຸນທ່ານໄດ້ແລ້ວຈິ່ງຊື່ວ່າ ກະຕັນຍູກະຕະເວທີໂດຍທົ່ວໄປທ່ານກໍາໜົດໄວ້ 4 ປະເພດຄື (1) ບຸດທິດາ
(2) ນັກຮຽນ ລູກສິດ
(3) ປະຊາຣາດ ແລະ
(4) ພຸດທະບໍຣິສັດ
ບຸດທິດາເມື່ອຣະນຶກເຖິງຄຸນມາຣດາບິດາແລ້ວ ຈິ່ງບໍາຣຸງລ້ຽງດູແລະຖນອມນໍ້າໃຈເພິ່ນ ບໍ່ໃຫ້ເພິ່ນມີຄວາມເດືອດຮ້ອນ ທັງທາງກາຍແລະໃຈ
ນັກຮຽນ ລູກສິດເມື່ອຣະນຶກເຖິງຄຸນຂອງຄຣູອາຈາຣຍ໌ແລ້ວ ຈິ່ງຄວນຕອບແທນຄຸນຂອງເພິ່ນເຊັ່ນ ສະແດງຄວາມເຄົາຣົບ ອ່ອນນ້ອມດ້ວຍການລຸກຂຶ້ນຢືນຮັບ ຄອຍຮັບໃຊ້ເມື່ອເພິ່ນມີທຸຣະ ເຊື່ອຟັງຄໍາສອນຂອງເພິ່ນ ບໍ່ດື້ດ້ານ ເປັນຕົ້ນ
ປະຊາຣາດເມື່ອຣະນຶກເຖິງພຣະຄຸນຂອງພຣະມະຫາກະສັດແລ້ວຈິ່ງຄວນຕອບແທນພຣະອົງຄ໌ທ່ານ ດ້ວຍການຕັ້ງໃຈ
ປະພຶດຕົນ ເປັນພົລເມືອງດີ ມີຄວາມຈົງຮັກພັກດີຕໍ່ພຣະອົງຄ໌ທ່ານ ເປັນຕົ້ນ
ພຸດທະບໍຣິສັດເມື່ອຣະນຶກເຖິງພຣະຄຸນຂອງພຣະພຸທເຈົ້າແລ້ວ ຈິ່ງຄວນຕອບແທນດ້ວຍການປະຕິບັດທັມສົມຄວນແກ່ທັມ ກ່າວຄືຕັ້ງໃຈບູຊາພຣະພຸທເຈົ້າດ້ວຍການງົດເວັ້ນຈາກຂໍ້ທີ່ຊົງຫ້າມ ທໍາຕາມຂໍ້ທີ່ຊົງອະນຸຍາດທຸກປະການ
ເມື່ອບຸກຄົນມາຣະນຶກເຖິງໜີ້ບຸນຄຸນແລ້ວ ໄດ້ປົດໜີ້ດ້ວຍການປະພຶດຕົນຊອບຕອບແທນຄຸນໂດຍຄວນແກ່ຖານະແລະ ຖືກຕ້ອງຕາມປະເພດດັ່ງກ່າວມາຈິ່ງໄດ້ຊື່ວ່າ “ກະຕັນຍູກະຕະເວທີ” ໂດຍສົມບູນ ທໍາຢ່າງນີ້ຍ່ອມເປັນທີ່ນິຍົມຊົມຊອບຂອງ ຄົນທົ່ວໄປ ເພາະຮູ້ຈັກຄຸນຄວາມດີທີ່ຜູ້ອື່ນທຳໄວ້ແກ່ຕົນແລະຕອບແທນຕາມສົມຄວນ ບຸກຄົນເຊັ່ນນີ້ຍ່ອມມີຄວາມສຸຂ ຄວາມຈະເຣິນຍິ່ງໆຂຶ້ນ
ຈົ່ງເບິ່ງຕົວຢ່າງ ສຸວັນນະສາມພຣະໂພທິສັດຍອດກະຕັນຍູ ຕັ້ງໃຈເບິ່ງແຍງມາຣດາບິດາຜູ້ຕາບອດ ແມ່ນຖືກກະບິລຍັກຍິງ ດ້ວຍລູກສອນອາບຢາພິດສະຫລົບໄປແລ້ວ ແຕ່ກັບຟື້ນຄືນຊີບມາໄດ້ດ້ວຍເດດແຫ່ງຄວາມກະຕັນຍູກະຕະເວທີແທ້ໆ ແລະອີກ ເຣື່ອງອຸປຕິສະປາຣິພາຊົກໄດ້ຟັງຄໍາສອນຈາກພຣະອັສະຊິເຖຣະໜ້ອຍດຽວແລ້ວຕັ້ງໃຈປະຕິບັດຕາມກໍໄດ້ບັນລຸໂສດາປັດຕິຜົລ ໄດ້ເປັນພຣະອະຣິຍະບຸກຄົນທາງພຣະພຸທສາສນານີ້ກໍເປັນຜົລຂອງກະຕັນຍູກະຕະເວທີເໝືອນກັນແລະເມື່ອທ່ານຮູ້ວ່າພຣະອັສະຊິ
ເຖຣະຜູ້ເປັນອາຈາຣຍ໌ຢູ່ທາງທິດໃດກໍຂາບໄຫວ້ແລ້ວນອນປິ່ນຫົວໄປທາງທິດນັ້ນສເມີ ເພາະວ່າທ່ານມີຄວາມກະຕັນຍູ ກະຕະເວທີ ນັ້ນເອງ
“ນິມິດຕັງ ສາທຸຣູປານັງ ກະຕັນຍູກະຕະເວທິຕາ”
ຄວາມກະຕັນຍູກະຕະເວທີ ເປັນເຄື່ອງໝາຍແຫ່ງຄົນດີ

ຫລັກທັມໃນການຢູ່ຮ່ວມກັນຢ່າງມີຄວາມສຸກ
ຂໍຂອບໃຈນຳບົດຄວາມຂອງ: ພຣະອາຈາຣຍ໌ ສີທາດ ສິງປະທຸມໂລກະບາລທັມ 2
ມະນຸດຢູ່ໃນໂລກໜ່ວຍນີ້ບໍ່ວ່າເຊື້ອຊາດ ສາສນາໃດກໍຕາມ ລ້ວນມີຄວາມປາຖນາຄວາມສຸກກັນທັງນັ້ນ ແຕ່ກໍບໍ່ມີ ໃຜຮູ້ວ່າຈະເຮັດແນວໃດແທ້ ຈົນພຣະພຸທອົງຄ໌ໄດ້ຊົງຄົ້ນພົບວິທີການທີ່ຈະໃຫ້ມະນຸດມີຄວາມສຸກແລະໂລກມີສັນຕິສຸກ ໂດຍ ທຸກຄົນຈະຕ້ອງເຂົ້າເຖິງໂລກະບາລທັມຫລືທັມມະຄຸ້ມຄອງໂລກ 2 ປະການຄື
1. ຫິຣິ ຄວາມລະອາຍບາບ ລະອາຍໃຈຕໍ່ການເຮັດຄວາມຊົ່ວ
2. ໂອຕຕັປປະ ຄວາມຢ້ານບາບ ຢ້ານຕໍ່ຄວາມຊົ່ວແລະຜົນຂອງກັມຊົ່ວ
ໂລກບາລທັມ ໝາຍເຖິງທັມມະຄຸ້ມຄອງໂລກ ຄວບຄຸມໃຈມະນຸດໄວ້ໃຫ້ຢູ່ໃນຄວາມດີ ບໍ່ໃຫ້ລ່ວງລະເມີດສີລທັມແລະ ໃຫ້ຢູ່ ນໍາກັນດ້ວຍຄວາມເປັນລະບຽບຮຽບຮ້ອຍ ມີຄວາມສງົບສຸກ ຊຶ່ງຖ້າຫາກຂາດໂລກະບາລທັມນີ້ ສັງຄົມໂລກກໍຈະເກີດຄວາມ ສັບສົນວຸ້ນວາຍ ບໍ່ສາມາດທີ່ຈະຄວບຄຸມກັນໃຫ້ເປັນໝວດໝູ່ຢູ່ເປັນສຸກໄດ້ ເພາະວ່າຕ່າງຄົນຕ່າງຊອກສແວງຫາເຄື່ອງລ້ຽງ ຊີວິຕ ຜູ້ທີ່ມີກໍາລັງຫລາຍແລະໝູ່ພວກຫລາຍກໍຈະຂົ່ມເຫັງເອົາປຽບບຽດບຽນຜູ້ທີ່ມີກໍາລັງນ້ອຍໜ້ອຍກວ່າຕົນສັງຄົມໂລກກໍ ຈະມີແຕ່ບັນຫາອາຊຍາກັມ ພັຍເສຖກິດ ພັຍສົງຄາມ ຄວາມເຫລື່ອມລໍ້າທາງສັງຄົມແລະບັນຫາຄວາມປະພຶດຜິດທາງເພດ ຢ່າງບໍ່ຮູ້ຈັກໝົດສິ້ນ ດັ່ງພຣະພຸທພົດວ່າ “ຫິຣິໂອຕຕັປປະສັມປັນນາ ສຸກກະທັມມະສະມາຫິຕາ ສັນໂຕ ສັປປຸຣິສາ ໂລເກ ເທວະທັມມາຕິ ວຸຈຈະເຣ” ແປວ່າ ເຫລົ່າສັຕຕະບຸຣຸດຜູ້ສງົບແລ້ວໃນໂລກ ເປັນຜູ້ເຖິງພ້ອມດ້ວຍຫິຣິແລະໂອຕຕັປປະ ຕັ້ງ ໝັ້ນໃນທັມອັນຂາວ ບັນດິດກ່າວວ່າເປັນຜູ້ທີ່ມີເທວະທັມ
ໃນພຸທພາສິດຂ້າງເທິງນັ້ນຫາກຈະແບ່ງທັມອອກໄດ້ 4 ປະການຄື
(1) ຫິຣິໂອຕຕັປປະທັມ
(2) ສຸກກະທັມ
(3) ສັນຕິທັມ
(4) ສັບປຸຣິສະທັມ ຊຶ່ງທັມເຫລົ່ານີ້ກ່າວວ່າ ເທວະທັມ ຄໍາວ່າເທວະທັມ ແປວ່າທັມຂອງເທວະດາ ຊຶ່ງສາມາດແບ່ງເທວະດາເປັນ 3 ຈໍາພວກຄື (1) ສົມມຸດເທວະດາ ເທວະດາໂດຍສົມມຸດ
(2) ອຸບປະຕິເທວະດາ ເທວະດາໂດຍກໍາເນິດ
(3) ວິສຸດທິເທວະດາ ເທວະດາໂດຍຄວາມບໍຣິສຸດ ເທວະດາໂດຍສົມມຸດໄດ້ແກ່ ພຣະຣາຊາ ພຣະຣາຊເທວີ ພຣະຣາຊກຸມານ ພຣະຣາຊກຸມາຣີ ເພາະ ເປັນໃຫຍ່ກວ່າ ປະຊາຊົນໃນປະເທດຫລືເຂດແຄວ້ນປົກຄອງ ຂອງພຣະອົງຄ໌ ເທວະດາໂດຍກໍາເນີດໄດ້ແກ່ ເທວະດາທີ່ຖື ກໍາເນີດໃນເທວະໂລກ ໂດຍໄດ້ເຄີຍ ສ້າງບຸນ ກຸສົລມາກ່ອນ ແລະເທວະດາໂດຍຄວາມບໍຣິສຸດໄດ້ແກ່ ພຣະອໍຣະຫັນຕ໌ຂີນາສົບ
ທັມຂອງເທວະດາເຫລົ່ານີ້ ຊື່ວ່າເທວະທັມຄື 1. ຫິຣິ ແປວ່າຄວາມລະອາຍ ໝາຍເຖິງ ເຈຕະນາທີ່ລະອາຍຕໍ່ຄວາມປະພຶດ ຊົ່ວທຸຈຣິດຕ່າງໆ ຄືລະອາຍໃຈຕໍ່ກາຍທຸຈຣິດ ວາຈີທຸຈຣິດ ມະໂນທຸຈຣິດ ລະອາຍໃຈຕໍ່ການເຮັດບາບອະກຸສົລທັງຫລາຍ ໂດຍ ບໍ່ກ້າທີ່ຈະເຮັດຄວາມຊົ່ວເພາະ ອາຍຄົນ ອາຍຜີສາງເທວະດາ ບໍ່ອາດເຮັດຄວາມຊົ່ວໄດ້ແມ່ນບໍ່ມີໃຜຮູ້ໃຜເຫັນກໍຕາມ ເໝືອນ ມີອາການຄັນຄາຍບໍ່ກ້າຈັບບາຍສິ່ງສົກກະປົກ ເປິະເປື້ອນ ແມ່ນຈະໄດ້ລາບຍົດໃດໆ ກໍຕາມ ເພາະມີຈິດສໍານຶກວ່າຄວາມຊົ່ວ ເປັນສິ່ງທີ່ທໍາລາຍຄວາມດີງາມຂອງຕົນຈົນເຮັດໃຫ້ຕົນເປັນ ຄົນຊົ່ວນັ້ນເປັນສິ່ງອັບອາຍຂາຍໜ້າ
ເຫດທີ່ເກິດຂອງຫິຣິມີ 4 ປະການຄື (1) ເພາະພິຈາຣະນາເຖິງຊາດ ສະກຸລ ຍົດແລະບໍຣິວານ (2) ເພາະພິຈາຣະນາ ເຖິງວັຍ ແລະການສຶກສາຂອງຕົນ (3) ເພາະພິຈາຣະນາໄດ້ວ່າຕົນເປັນຄົນອົງອາດກ້າຫານ (4) ເພາະພິຈາຣະນາ ໄດ້ວ່າ ອັນໃດຜິດ ອັນໃດຖືກ ຄວນເຮັດແລະບໍ່ຄວນເຮັດ ເປັນຕົ້ນ ຄົນເຮົາເມື່ອມາພິຈາຣະນາເຖິງເຫດ 4 ປະການນີ້ ຂໍ້ໃດຂໍ້ຫນຶ່ງ ແລ້ວມີ ຄວາມສົນໃຈປະພຶດໃນສິ່ງທີ່ຖຶກທີ່ຄວນ ເປັນໄປຕາມທໍານອງຄອງທັມ ໂດຍຫວັງປໂຍດສຸກ ທັງສອງຄື ປໂຍດຕົນເອງ ແລະຜູ້ອື່ນເປັນຫລັກປະຈໍາຈິດໃຈແລ້ວ ຫິຣິຄືຄວາມລະອາຍຍ່ອມເກິດຂຶ້ນ
2. ໂອຕຕັປປະ ແປວ່າຄວາມຢ້ານ ຄວາມສະດຸ້ງກົວ ໝາຍເຖິງ ຄວາມສະດຸ້ງກົວຕໍ່ຜົນຂອງການເຮັດຄວາມຊົ່ວ ທຸຈຣິດ ຕ່າງໆ ກ່າວຄືອາການທີ່ບໍ່ກ້າເຮັດຜິດຂນົບທັມນຽມປະເພນີແລະສີລທັມອັນດີຂອງສັງຄົມມະນຸດ ເພາະຢ້ານຕໍ່ຜົນ ຂອງບາບ ຫລື ຜົນແຫ່ງການ ເຮັດຊົ່ວທີ່ຈະມາເຖິງຕົນ ເໝືອນການທີ່ບໍ່ກ້າຈັບໄຟ ເພາະຢ້ານໄຟຈະໄໝ້ມື
ຄວາມຢ້ານຕໍ່ຜົນຂອງການທໍາຊົ່ວຄື ການປະພຶດສຸຈຣິດທັງຫລາຍທັງທາງກາຍ ວາຈາ ແລະທາງໃຈ ມີປັນຍາ ພິຈາຣະນາ ເຫັນແຈ້ງວ່າ ສັດໂລກຍ່ອມມີກັມເປັນຂອງຕົນ ເກິດມາແລ້ວຕ້ອງເປັນຜູ້ຮັບຜົນຂອງກັມນັ້ນໆ ເມື່ອພິຈາຣະນາໄດ້ດັ່ງນີ້ ຍ່ອມມີຄວາມຢ້ານ ສະດຸ້ງກົວຕໍ່ຜົນຂອງກັມຊົ່ວ ແມ່ນຈະພຽງເລັກນ້ອຍກໍ່ບໍ່ກ້າເຮັດ ຈຶ່ງຊື່ວ່າໂອຕຕັປປະ ສ່ວນຄົນທີ່ບໍ່ກ້າ ເຮັດຜິດ ເພາະຢ້ານຜູ້ໃຫຍ່ຫລືຜູ້ບັງຄັບບັນຊາຈະທໍາໂທດຕົນ ຢ່າງນີ້ບໍ່ຈັດວ່າເປັນຜູ້ທີ່ມີໂອຕຕັປປະ
ເຫດທີ່ເກິດຂອງໂອຕຕັປປະມີ 3 ປະການຄື (1) ເພາະຢ້ານຕົນເອງຈະຕ້ອງຕິຕຽນຕົນເອງ (2) ເພາະຢ້ານຜູ້ອື່ນຕິຕຽນ ຕົນເອງ (3) ເພາະຢ້ານຕໍ່ໂທດຫລືຄວາມທຸກອັນຈະເກິດຈາກການເຮັດຊົ່ວນັ້ນ ຄົນເຮົາເມື່ອມາພິຈາຣະນາເຖິງເຫດ 3 ປະການເຫລົ່ານີ້ຂໍ້ໃດຂໍ້ໜຶ່ງແລ້ວ ໂອຕຕັປປະຍ່ອມເກິດຂຶ້ນ
ຄົນທີ່ມີຫິຣິຍ່ອມມີຄວາມລະອາຍຕໍ່ການເຮັດບາບທຸຈຣິດ ປຽບສະເໝືອນຊາຍໜຸ່ມຍິງສາວຜູ້ທີ່ກໍາລັງຮັກຄວາມສວຍ ຮັກຄວາມງາມ ອາບນໍ້າທໍາຄວາມສະອາດຮ່າງກາຍ ທາຂອງຫອມ ປະດັບຕົກແຕ່ງຮ່າງກາຍດ້ວຍເຄື່ອງນຸ່ງຫົ່ມອັນງາມຕາ ແລ້ວ ຍ່ອມຢ້ານຕົນເອງຖືກສິ່ງສົກກະປົກເປິເປື້ອນ ຄົນທີ່ມີໂອຕຕັປປະຍ່ອມຢ້ານຕໍ່ຜົນແຫ່ງບາບທຸຈຣິດ ປຽບສະເໝືອນ ຄົນຂີ້ຢ້ານມີປົກກະຕິຢ້ານ ຕົກໃຈຢູ່ເລື້ອຍໆ ເຫັນອະສໍຣະພິດເຊັ່ນ ງູ ຂີ້ເຂັບ ແມງງອດ ເປັນຕົ້ນ ກໍສະດຸ້ງກົວ ບໍ່ຢາກເຂົ້າໃກ້ ມີແຕ່ພຍາຍາມຈະຢູ່ຫ່າງໄກເທົ່ານັ້ນ
ຫາກເຮົາຊ່າງສັງເກດຈະພົບວ່າ ຫິຣິ-ໂອຕຕັປປະ ເປັນທັມທີ່ເກິດຂຶ້ນພາຍໃນໃຈຂອງຄົນທຸກຄົນ ຊຶ່ງຄ່ອຍເກິດຂຶ້ນມາຕາມ ລໍາດັບ ຈຶ່ງກ່າວທັມສອງປະການນີ້ວ່າ ມະໂນທັມ ຄືທັມທີ່ເກິດຢູ່ພາຍໃນຈິຕ ເພາະຫິຣິ-ໂອຕຕັປປະ ເປັນມະໂນທັມ ນັ້ນເອງ ພຶດຕິກັມຂອງມະນຸດ ຈຶ່ງແຕກຕ່າງຈາກສັດໂລກໂດຍທົ່ວໄປ ພຶດຕິກັມຕ່າງໆ ຂອງບຸກຄົນໃນສັງຄົມ ຈະຖືຫລັກການ ບໍ່ບຽດບຽນ ຕົນເອງແລະຄົນອື່ນໃຫ້ເດືອດຮ້ອນ ເພາະພຶດຕິກັມຕ່າງໆ ຈະຢູ່ພາຍໃຕ້ການຄວບຄຸມຂອງຫິຣິ-ໂອຕຕັປປະ ໂດຍມີຄວາມສໍານຶກ ທີ່ເກິດຂຶ້ນຈາກການຍອມຮັບຄວາມສໍາຄັນ ຂອງຕົນເອງ ສັງຄົມ ເງື່ອນໄຂທາງສັງຄົມ ແລະສາສນາ ເປັນຕົ້ນ ເຊັ່ນ ການພິຈາ ຣະນາ ເຖິງຊາດຕະກູລ ອາຍຸ ການສຶກສາ ຄໍາຕິຊົມຈາກ ຄົນອື່ນ ຄວາມຮູ້ສຶກຕໍານິຕົນເອງ ໂທດທາງ ບ້ານເມືອງ ການຕົກ ນະຣົກຫລັງຈາກຕາຍ ເປັນຕົ້ນ ຄວາມຮູ້ສຶກສໍານຶກເຫລົ່ານີ້ຈະຄ່ອຍໆ ເກິດຂຶ້ນ ເມື່ອຄົນສໍານຶກເຖິງ ຄຸນຄ່າ ຄວາມດີງາມອັນ ເກິດຂຶ້ນຈາກການມີຄວາມລະອາຍໃຈແລະຄວາມຢ້ານຕໍ່ບາບ ແລະຜົນຂອງບາບ
ສ່ວນຝ່າຍກົດໝາຍບ້ານເມືອງນັ້ນ ບັນຍັດຂຶ້ນເພື່ອຄວບຄຸມຄວາມປະພຶດຜິດທາງກາຍ ແລະວາຈາເທົ່ານັ້ນ ບໍ່ໄດ້ໄປ ຄວບຄຸມເຖິງໃຈ ທີ່ເປັນຕົວຄວບຄຸມກາຍກັບວາຈາອີກຊັ້ນໜຶ່ງ ດັ່ງນັ້ນ ຄວາມຜິດທາງກົດໝາຍຈະເກິດຂຶ້ນ ຕາມເງື່ອນໄຂ ກົດໝາຍໄດ້ ກໍຕໍ່ເມື່ອການກະທໍາຜິດນັ້ນຈະຕ້ອງຟັງໄດ້ວ່າເປັນຄວາມຜິດຕາມກົດໝາຍ ມີປະຈັກພະຍານ ຫລັກຖານພຽງພໍ ທີ່ຈະເອົາເປັນຄວາມຜິດໄດ້ ຈຶ່ງຕັດສິນໄດ້ວ່າເປັນຄວາມຜິດ
ຫາກມີຄວາມສໍານຶກຜິດວ່າ ອັນໃດຜິດອັນໃດຖຶກ ເກິດຈາກຫິຣິ-ໂອຕຕັປປະແລ້ວ ບໍ່ຈໍາເປັນຕ້ອງມີຄົນເຫັນຫລືບໍ່ເຫັນ ໃຜຈະວ່າກ່າວຫລືບໍ່ກໍຕາມ ຄົນທີ່ມີຫິຣິ-ໂອຕຕັປປະ ຈະສໍານຶກໄດ້ດ້ວຍຕົນເອງວ່າ ອັນໃດຄວນຫລີກເວັ້ນອັນໃດຄວນເຮັດ ກົງກັນຂ້າມໃນດ້ານສ້າງຄວາມດີ ຄົນທີ່ມີຫິຣິ-ໂອຕຕັປປະ ພ້ອມທີ່ຈະເຮັດຄວາມດີໂດຍບໍ່ຈໍາເປັນວ່າ ໃຜຈະເຫັນຫລືບໍ່ກໍຕາມ ເມື່ອເຫັນຄວາມດີກໍພ້ອມທີ່ຈະເຮັດທັນທີ ໂດຍບໍ່ຄອຍຖ້າໂອກາດແລະເວລາ
ຄວາມປັ່ນປ່ວນ ສັບສົນວຸ້ນວາຍໃນປັດຈຸບັນຈາກຄອບຄົວເຖິງສັງຄົມໂລກ ຈະພົບວ່າການກະທໍາໃນລັກສນະທີ່ຂາດ ຄວາມຮັບຜິດຊອບຕໍ່ຕົນເອງແລະສັງຄົມ ມີຈໍານວນເພິ່ມຂຶ້ນ ຊຶ່ງໄດ້ເກິດຂຶ້ນແກ່ຄົນທົ່ວໄປທັງສະຖານະການຂອງສັງຄົມ ປະເທດແລະໂລກ ໂລກບາລທັມທັງສອງປະການຍິ່ງມີຄວາມຈໍາເປັນຫລາຍຂຶ້ນ ທີ່ຄົນຈະຕ້ອງສ້າງໃຫ້ເກີດຂຶ້ນໃນຈິດໃຈ ໂດຍສະເພາະຢ່າງຍິ່ງຄົນທີ່ເຮັດວຽກກ່ຽວຂ້ອງກັບອໍານາດ ເງິນ ສັງຄົມ ຣາຊການ ຊຶ່ງຂາດຫິຣິ-ໂອຕຕັປປະບໍ່ໄດ້ເລີຍ ຫາກຕ້ອງການຄວາມຈະເຣິນກ້າວໜ້າແລະຄວາມສຸກໃນຊີວິຕຂອງຕົນເອງ
ຖ້າມະນຸດໃນໂລກມີຄວາມລະອາຍຕໍ່ການບຽດບຽນທໍາຮ້າຍຜູ້ອື່ນ ຢ້ານຕໍ່ຄວາມຊົ່ວແລະບາບກັມທີ່ເຮັດ ໃຫ້ຜູ້ອື່ນສູນເສັຽ ແລະພັດພາກ ສົງຄາມກໍຈະບໍ່ເກິດຂຶ້ນ ໂລກໜ່ວຍນີ້ຈະມີແຕ່ຄວາມຮົ່ມເຢັນ ຂໍພຽງມີ ຫິຣິ-ໂອຕຕັປປະ ໂລກກໍຈະມີຄວາມສງົບ ສຸກຢ່າງແທ້ຈິງ
ຄວາມຮູ້ເບື້ອງຕົ້ນກ່ຽວກັບພັດທະສີມາ
ຂໍຂອບໃຈນຳບົດຄວາມຂອງ:..ສິງປະທຸມ ພິກຂຸ
ພັດທະສີມາຫຼືສີມາຫຼືສີມເປັນອາຄານສະຖານທີ່ສຳຄັນພາຍໃນວັດ ເນື່ອງຈາກເປັນສະຖານທີ່ທີ່ພຣະສົງຄ໌ໃຊ້ທຳ ສັງຄະກັມ ຊຶ່ງໃນສມັຍພຸທກາລນັ້ນການທຳສັງຄະກັມຂອງພຣະສົງຄ໌ຈະໃຊ້ໃນພື້ນທີ່ໂລ່ງແຈ້ງ ທີ່ໄດ້ກຳນົດຂອບເຂດພື້ນທີ່ ສັງຄະກັມ ໂດຍການກຳນົດຕຳແໜ່ງ “ສີມາ” ເທົ່ານັ້ນ ແຕ່ໃນປັດຈຸບັນໄດ້ມີຜູ້ມາບວດຫຼາຍຂື້ນ ແລະພາຍໃນສີມນັ້ນ ໄດ້ປະດິສຖານ ພຣະພຸທຮູບອົງສຳຄັນໆ ຈຶ່ງມີຜູ້ມາສັກກາຣະບູຊາ ແລະຮ່ວມທຳບຸນເປັນຈຳນວນມາກ ຈຶ່ງໄດ້ສ້າງສີມ ໃຫ້ເປັນອາຄານຖາວອນ ແລະມີການປະດັບຕົກແຕ່ງຢ່າງສວຍງາມ
1. ຄວາມໝາຍແລະຄວາມເປັນມາຂອງພັດທະສີມາ
ພັດທະສີມາຫຼືສິມ ມາຈາກຄຳວ່າ ສີມາ ຊຶ່ງເປັນພາສາບາລີໝາຍເຖິງ ເຂດແດນທີ່ສົງຄ໌ກຳນົດໄວ້ເປັນບ່ອນປະຊຸມ ຂອງສົງຄ໌ , ພຣະທັມປິດົກ (ປ.ອ.ປຍຸຕໂຕ) ກ່າວວ່າ ສີມາ ໝາຍເຖິງເຂດກຳນົດຄວາມພ້ອມພຽງຂອງສົງຄ໌ ເຂດທີ່ສົງຄ໌ຕົກລົງໄວ້ ສຳຫຼັບພິກຂຸທັງຫຼາຍທີ່ຢູ່ພາຍໃນເຂດນັ້ນຈະຕ້ອງທຳສັງຄະກັມຮ່ວມກັນ ແລະວັຈນານຸກົມພຸທສາດ ສະບັບປະມວນທັມໃຫ້ຄຳ ຈຳກັດຄວາມສີມາວ່າ ກຳແພງ ເຂດ ແດນເຊັ່ນ ເຂດບ້ານ ແດນນາ ຊຶ່ງກົງກັບພາສາອັງກິດວ່າ “boundary, limit, precinct, consecrated area”.
ສະຫຼຸບແລ້ວ “ພັດທະສີມາຫຼືສີມ” ໝາຍເຖິງ ເຂດແດນຫຼືອານາເຂດທີ່ໄດ້ກຳນົດຂື້ນເພື່ອໃຊ້ໃນກິດຈະກັມຂອງສົງຄ໌ ຊຶ່ງຕ້ອງທຳໃນພັດທະສີມາຫຼືສີມເທົ່ານັ້ນ
ໃນສມັຍພຸທກາລ ເມື່ອພຣະພຸທເຈົ້າຊົງປະກາດພຣະສາສນາແລະມີຜູ້ມາຂໍອຸປະສົມບົດບັນພະຊາເປັນພຣະສາວົກ ພຣະພຸທອົງຊົງກ່າວ ເອຫິພິກຂຸອຸປະສຳປະທາ (ພຣະພຸທເຈົ້າບວດໃຫ້ໂດຍພຣະອົງເອງ) ເມື່ອມີພຣະສົງຄ໌ສາວົກມາກຂື້ນ ພຣະພຸທອົງຊົງໃຫ້ພຣະສົງສາວົກເຫຼົ່ານັ້ນ ຈາຣິກໄປຍັງທິດຕ່າງໆ ເພື່ອເຜີຍແຜ່ພຣະພຸທສາສນາ ແລະພຣະທັມຄຳສອນ ຂອງພຣະອົງ ຜູ້ທີ່ໄດ້ຟັງພຣະທັມນັ້ນມີຄວາມເຫຼື້ອມໃສສັດທາຂໍບວດເປັນພຣະສາວົກມາກຂື້ນ ພຣະສົງຄ໌ສາວົກ ເຫຼົ່ານັ້ນກໍນຳຜູ້ທີ່ຈະບວດໃນພຣະພຸທສາສນາເຂົ້າເຝົ້າພຣະພຸທເຈົ້າ ເພື່ອຊົງເມດຕາບວດໃຫ້ແກ່ຜູ້ມີຈິດສັດທາເຫຼົ່ານັ້ນ ຊຶ່ງພຣະສົງຄ໌ທີ່ຈາຣິກໄປເຜີຍແຜ່ພຣະພຸທສາສນາແລະພຣະທັມຄຳສອນໃນທີ່ຕ່າງໆ ນັ້ນ ຕ່າງກໍຢູ່ຫ່າງໄກ ຈາກທີ່ ພຣະພຸທອົງຊົງປະທັບຢູ່ ຈຶ່ງມີຄວາມລຳບາກໃນການເດີນທາງມາເຂົ້າເຝົ້າ ພຣະພຸທເຈົ້າ
ດັ່ງນັ້ນ ພຣະພຸທເຈົ້າຈຶ່ງມີພຣະບໍຣົມພຸດທານຸຍາດໃຫ້ພຣະສົງຄ໌ສາວົກເຫຼົ່ານັ້ນບວດໃຫ້ແກ່ຜູ້ມີຄວາມເຫຼື້ອມໃສສັດທາ ຊຶ່ງເປັນການລົດຂັ້ນຕອນຄວາມລຳບາກແກ່ເຫຼົ່າພຣະສົງຄ໌ສາວົກ ໃນສມັຍພຸທກາລນັ້ນ ພຣະທັມ ພຣະວິນັຍທີ່ພຣະ ພຸທເຈົ້າ ຊົງບັນຍັດໄວ້ໃຫ້ພຣະສົງຄ໌ສາວົກປະຕິບັດຕາມນັ້ນຍັງບໍ່ໄດ້ຈົດບັນທຶກຮວບຮວມເປັນຄຳພີ ພຣະໄຕຼປິດົກ ໄຈ້ແຍກເປັນໝວດ ໝູ່ເຊັ່ນປັດຈຸບັນ ຈຶ່ງຕ້ອງອາໄສການຈົດຈຳ ທ່ອງຈຳໂດຍການສູດສືບຕໍ່ໆ ກັນເອີ້ນວ່າ “ການສູດພຣະປາຕິໂມກ”ເມື່ອມີເຫດການຕ່າງໆ ທີ່ພຣະສົງຄ໌ສາວົກຈະຕ້ອງຕັດສິນໃຈຮ່ວມກັນ ປຶກສາຫາລືເພື່ອແກ້ ບັນຫາ ຫຼືທຳກິດບາງຢ່າງຮ່ວມກັນ ດ້ວຍເຫດນີ້ ພຣະອົງຈຶ່ງກຳນົດໃຫ້ພຣະສົງຄ໌ຕ້ອງປະຊຸມຮ່ວມກັນເອີ້ນວ່າ ທຳສັງຄະກັມ ຄື ທຳກິດຂອງສົງຄ໌ໃຫ້ແລ້ວເຊັ່ນ ການສູດພຣະປາຕິໂມກ ການອຸປສົມບົດບັນພະຊາ ການກຣານກະຖິນແລະ ການປະວາຣະນາກັມ ເປັນຕົ້ນ ໂດຍໃຫ້ທຳ ສັງຄະກັມໃນບໍຣິເວນທີ່ກຳນົດໄວ້ເທົ່ານັ້ນ ເພື່ອບໍ່ໃຫ້ຄາຣະວາດມາຫຍຸ້ງກ່ຽວກັບ ກິດຂອງສົງຄ໌ ຜູ້ຊົງສີລ ແຕ່ໃນສມັຍຕົ້ນ ພຸທກາລນັ້ນພຣະສົງຄ໌ຍັງບໍ່ມີທີ່ຢູ່ເປັນທີ່ຖາວອນເທື່ອ
ກາລຕໍ່ມາພຣະເຈົ້າພິມພິສາລມະຫາຣາຊແຫ່ງແຄວ້ນມະຄົດ ມີສັດທາໄດ້ຖວາຍສວນໄມ້ໄຜ່ຂອງຣາຊວົງສ໌ໃຫ້ເປັນ ວັດທຳອິດໃນພຣະພຸທສາສນາຊື່ວ່າ “ວັດເວລຸວັນ” ໃຫ້ພຣະສົງຄ໌ໂດຍມີພຣະພຸທເຈົ້າເປັນປະທານໄດ້ອາໄສຢູ່ ແຕ່ພຣະສົງຄ໌ ສ່ວນຫຼາຍອາໄສຢູ່ຕາມປ່າທຳມະຊາດ ດັ່ງນັ້ນ ເມື່ອພຣະສົງຄ໌ຈາຣິກໄປຍັງທີ່ຕ່າງໆ ຈຶ່ງຊົງໃຫ້ເອົາວັດຖຸບາງຢ່າງ ເປັນເຄື່ອງ ກຳນົດເຂດແດນເອີ້ນວ່າ “ການຜູກສີມາ” ຊຶ່ງວິທີຜູກສີມານັ້ນມີ 7 ຂັ້ນຕອນ ຈະຕ້ອງເຮັດໄປຕາມລຳດັບ ດັ່ງນີ້
(1) ສະຖານທີ່ໆຈະສົມມຸດເປັນສີມາຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ຣາຊການບ້ານເມືອງກ່ອນ
(2) ຕ້ອງປະຊຸມພຣະສົງຄ໌ທີ່ຢູ່ໃນເຂດສີມາຫຼືນໍາສັນທະຂອງທ່ານມາ
(3) ຕ້ອງສູດຖອນເປັນພາສາບາລີ
(4) ຈັດຕຽມລູກນິມິດໄວ້ຕາມທິດ (4 ທິດ ຫຼື 8 ທິດ)
(5) ເມື່ອສົມມຸດສີມາ ຕ້ອງປະຊຸມພຣະສົງຄ໌ຜູ້ຢູ່ພາຍໃນນິມິດ
(6) ສູດທັກນິມິດເປັນພາສາບາລີ
(7) ສູດສົມມຸດສີມາເປັນພາສາບາລີ
2. ປະເພດຂອງພັດທະສີມາ
ພຸທສາສະນິກະຊົນຄວນມີຄວາມຮູ້ໃນເຣື່ອງສີມາແລະນິມິດ ຊຶ່ງສີມາແປວ່າເຂດຫຼືແດນ ເໝືອນກັບເສົາຫິນ ເປັນເຄື່ອງບອກ ເຂດແດນຂອງຊາວບ້ານທົ່ວໄປນັ້ນເອງ ຕາມພຣະວິນັຍສີມາຫຼືພັດທະສີມາ ມີຢູ່ 2 ປະເພດໃຫຽ່ໆ ຄື
1. ພັດທະສີມາຄື ເຂດ ຫຼືແດນທີ່ພຣະສົງຄ໌ກໍານົດເອົາເອງ ໂດຍຈັດຕັ້ງລູກນິມິດ ແປວ່າ ເຄື່ອງໝາຍຊຶ່ງ ມີຫິນ ເປັນຕົ້ນ ວາງໄວ້ເປັນຈຸດໆ 4 ທິດຫຼື 8 ທິດກໍໄດ້ ສ່ວນຫຼາຍນິຍົມໃຊ້ລູກນິມິດນອກສີມາ 8 ໝ່ວຍ ກາລຕໍ່ມາໄດ້ເພິ່ມ ລູກນິມິດ ເຄິ່ງກາງ ສີມາອີກ 1 ໜ່ວຍ ຊຶ່ງມີພຣະພຸດທານຸຍາດໃຫ້ສົງຄ໌ກໍານົດຂນາດສີມາຕາມຄວາມຈຳເປັນ ບໍ່ນ້ອຍຫຼືບໍ່ໃຫຽ່ ເກີນໄປ ຂນາດນ້ອຍ ສຸດໃຫ້ພຣະສົງຄ໌ເຂົ້ານັ່ງຫັດຖະບາດ (ຄືນັ່ງຕົວຊື່ເດ່ແຂນອອກໄປຈັບຕົວຄົນອື່ນໄດ້) ໄດ້ບໍ່ໜ້ອຍກວ່າ 21 ອົງ ເພາະການທຳ ສັງຄະກັມບາງຢ່າງຕ້ອງມີຈຳນວນພຣະສົງຄ໌ 21 ອົງ ເຊັ່ນ ສູດອັພພານ (ສູດປະກາດໃຫ້ພຣະສົງຄ໌ຜູ້ຕ້ອງອາບັຕສັງຄາທິເສສ ເມື່ອຮັບໂທດດ້ວຍການຢູ່ກັມຕາມເວລາ ທີ່ປົກປິດໄວ້ບວກກັບ ການຢູ່ມານັດ ເພື່ອກຽມຕົວເປັນພຣະສົງຄ໌ຜູ້ມີສີລບໍຣິສຸດອີກ ຫົກຄືນ) ແຕ່ຫາກຈະທຳສີມາໃຫຽ່ມີພຣະພຸດທານຸຍາດ ຂນາດກວ້າງບໍ່ເກີນ 3 ໂຍດ (ມາດຕາແທກທາງຍາວຕາມແບບພາສາ ບາລີ ໂຍດນຶ່ງເທົ່າກັບ 16 ກ.ມ.ຫຼື 200 ເສັ້ນ) ຖ້າເກີນຂນາດກໍານົດນີ້ຖືວ່າໃຊ້ບໍ່ໄດ້ (ສີມາວິບັດ) ພັດທະສີມານີ້ແບ່ງອອກເປັນ 4 ປະເພດ ໄດ້ແກ່
(ກ) ຂັນທະສີມາຄື ສີມາຂນາດນ້ອຍທີ່ສົງຄ໌ກໍານົດຜູກສະເພາະໂຮງອຸໂບສົດທີ່ຢູ່ໃນມະຫາສີມາ ໂດຍມີວັດຖຸປະສົງເປັນ ເຄື່ອງຂັ້ນແດນ (ສີມັນຕຣິກ) ລະຫວ່າງມະຫາສີມາກັບຂັນທະສີມາ ເພື່ອບໍ່ໃຫ້ສີມາທັງ 2 ຄາບກ່ຽວກັນ
(ຂ) ມະຫາສີມາຄື ສີມາທີ່ທ່ານກໍານົດຜູກທົ່ວບໍຣິເວນວັດ
(ຄ) ສີມາ 2 ຊັ້ນ ໝາຍເຖິງ ມະຫາສີມາກັບຂັນທະສີມາໃນວັດດຽວກັນ
(ງ) ນະທີປາຣສີມາຄື ສີມາທີ່ສົມມຸດກວມຝັ່ງນໍ້າທັງ 2 ໂດຍເປີດແມ່ນໍ້າໄວ້ກາງສີມາຊະນິດນີ້ ຊົງພຣະພຸດທານຸຍາດ ໃຫ້ສົມມຸດ ໄດ້ສະເພາະໃນເຂດທີ່ມີເຮືອໄປມາຢູ່ສເມີ
2. ອະພັດທະສີມາຄື ເຂດຫຼືແດນທີ່ພຣະສົງຄ໌ບໍ່ໄດ້ກໍານົດເອົາເອງ ຊຶ່ງທາງຣາຊການ ເຈົ້າໜ້າທີ່ບ້ານເມືອງກໍານົດໄວ້ໃນ ສມັຍກ່ອນພຣະສົງຄ໌ໃຊ້ເປັນເຂດປະຊຸມສົງຄ໌ ເພື່ອທຳສັງຄະກັມຊົ່ວຄາວ ແຕ່ສົງຄ໌ບໍ່ມີກຳມະສິດເອົາເປັນຂອງສົງຄ໌ຢ່າງຖາວອນ ເນື່ອງຈາກບໍ່ຮູ້ວ່າ ທາງຣາຊການຈະຍຶດຄືນເມື່ອໃດ ສມັຍນີ້ຈຶ່ງບໍ່ນິຍົມໃຊ້ອະພັດທະສີມາ
ໃນການສ້າງພັດທະສີມານັ້ນນິຍົມໃຫ້ດ້ານໜ້າຂອງສີມາປິ່ນໄປທາງທິດຕະເວັນອອກ ຊຶ່ງມີຄວາມເຊື່ອວ່າ ເປັນ ທິດມຸງຄຸນ ຕາມທີ່ພຣະພຸທເຈົ້າຊົງປະທັບຕຣັສຮູ້ ໂດຍປິ່ນພຣະພັກໄປທາງທິດຕະເວັນອອກແລະເປັນທິດທີ່ ດວງຕະເວັນ ເຣິ່ມຂື້ນສູ່ທ້ອງຟ້າ ສ່ອງແສງສວ່າງລົງສູ່ຜືນແຜ່ນດິນ ຈະເຮັດໃຫ້ອາວາສຫຼືອາຮາມເຂດແຫ່ງນັ້ນເປັນມຸງຄຸນສະຖານ ຢ່າງໃດກໍ່ຕາມ ຫາກຕ້ອງການ ສ້າງພັດທະສີມາຈຳເປັນຕ້ອງເບິ່ງສະຖານທີ່ແລະຄວາມເໝາະສົມ ດ້ວຍເຫດຜົນດັ່ງກ່າວ ຈຶ່ງມີຫຼາຍວັດບໍ່ວ່າໃນເມືອງລາວຫລື ໃນປະເທດອື່ນທີ່ນັບຖືພຣະພຸທສາສນາໄດ້ສ້າງພັດທະສີມາ ໂດຍໃຫ້ດ້ານໜ້າ ຂອງສີມປິ່ນໄປໃນທິດທີ່ແຕກຕ່າງກັນ
3. ຂັ້ນຕອນການປຸກສ້າງພັດທະສີມາ
ກ່າວກັນວ່າການສ້າງພັດທະສີມານັ້ນຈະຕ້ອງເລືອກພື້ນທີ່ເປັນພິເສດ ພື້ນທີ່ນັ້ນຈະຕ້ອງບໍຣິສຸດສະອາດ ບໍມີມົລທິນ ທັງປວງ ຄວາມຈິງແລ້ວສ້າງອັນໃດກໍ່ຕາມໃນພຣະພຸທສາສນາ ມັກຈະມີການເລືອກພື້ນທີ່ສະອາດບໍຣິສຸດກັນທັງນັ້ນ ເພື່ອຄວາມເປັນ ສິຣິມຸງຄຸນໃຫ້ກັບພື້ນທີ່ນັ້ນໆ
ການສ້າງພັດທະສີມາຕ້ອງພິຈາຣະນາເຖິງສະຖານທີ່ທີ່ຈະສ້າງ ຈະຕ້ອງມີຄວາມບໍຣິສຸດໃນການນຳໃຊ້ກ່ອນ ການສ້າງ ພັດທະສີມາດ້ວຍເຊັ່ນ ບໍ່ເຄີຍເປັນສຸສານຫຼືສະຖານທີ່ເຜົາຄົນຕາຍມາກ່ອນ ບໍ່ເຄີຍເປັນສະຖານທີ່ປະຫານ ຫຼືບໍ່ເຄີຍເປັນ ສະຖານທີ່ທີ່ມີການທຳອັບປະມຸງຄຸນມາກ່ອນ
ການສ້າງພັດທະສີມານັ້ນ ເຣິ່ມຕົ້ນດ້ວຍການຂຽນແຜນຜັງປຸກສ້າງເພື່ອນຳສເນີເຈົ້າໜ້າທີ່ທີ່ມີສ່ວນກ່ຽວຂ້ອງ ເມື່ອໄດ້ຮັບອະນຸຍາດແລ້ວ ພຣະສົງຄ໌ຮ່ວມປະຊຸມກັນໃນເຂດພັດທະສີມາເພື່ອທຳພິທີກັມສູດຖອນ ເພື່ອໃຫ້ແນ່ໃຈວ່າ ບໍຣິເວນທີ່ກຳນົດເປັນເຂດແດນພັດທະສີມານີ້ບໍ່ໄປຊ້ອນກັບສີມາເກົ່າຫຼືເປັນພື້ນທີ່ທີ່ມີເຈົ້າຂອງຄອບຄອງຢູ່ກ່ອນ ເມື່ອທຳພິທີສູດແລ້ວກໍ່ສາມາດທຳການກໍ່ສ້າງຈົນແລ້ວຈິ່ງທຳພິທີກັມຜູກພັດທະສີມາຫຼືຝັງລູກນິມິດ ຈາກນັ້ນຈິ່ງ ຕັ້ງໃບສີມາໄວ້ເທິງຈຸດທີ່ຝັງລູກນິມິດເພື່ອເປັນເຄື່ອງ ໝາຍສະແດງໃຫ້ຮູ້ວ່າ ພື້ນດິນບ່ອນນັ້ນມີລູກນິມິດຝັງຢູ່ ໃບສີມາ ນັ້ນກໍ່ຖືກສ້າງຂື້ນຕາມແຕ່ຊ່າງຈະອອກແບບໃຫ້ສວຍງາມ ໂດຍນໍາເອົາເຄື່ອງໝາຍທາງພຣະພຸທສາສນາມາສ້າງເປັນ ລວດລາຍຂອງໃບສີມາເຊັ່ນ ເຄື່ອງໝາຍທັມມະຈັກ ຮູບເທວະດາ ເປັນຕົ້ນ ເມື່ອທຳພິທີຝັງລູກນິມິດສຳເຣັດແລ້ວຈິ່ງຖືວ່ານຳໃຊ້ພັດທະສີມານັ້ນທຳສັງຄະກັມໄດ້ຕາມພຸດທານຸຍາດ
4. ນິມິດແລະວິທີຜູກພັດທະສີມາ
ນິມິດ ແປວ່າ ເຄື່ອງໝາຍຫຼືວັດຖຸທີ່ໃຊ້ເປັນເຄື່ອງໝາຍເຂດແຫ່ງສີມາ ພຣະພຸດທະເຈົ້າກຳນົດໄວ້ມີ 8 ປະການຄື (1) ພູເຂົາ (2) ສິລາ (ຫິນ) (3) ປ່າໄມ້ (4) ຕົ້ນໄມ້ (5) ໂພນປວກ (6) ຫົນທາງ (7) ແມ່ນໍ້າ (8) ສະນໍ້າ ຊຶ່ງນິມິດເຫຼົ່ານີ້ມີຢູ່ຕາມທໍາມະຊາດ ເຮັດໃຫ້ການກໍານົດເຂດແດນທໍາສັງຄະກັມ ປະຊຸມສົງຄ໌ເຮັດໄດ້ຍາກແລະມັກຄາດເຄື້ອນເຊັ່ນ ຫາກໃຊ້ຕົ້ນໄມ້ເປັນເຄື່ອງໝາຍ ບອກເຂດແດນ ເມື່ອຕົ້ນໄມ້ນັ້ນຫັກຂົ່ນລົງຫຼືຕາຍໄປ ກໍ່ຈະເຮັດໃຫ້ເຂດແດນທີ່ອາໃສຕົ້ນໄມ້ນັ້ນເປັນເຄື່ອງໝາຍຈະຄາດເຄື້ອນໄປ
ກາລຕໍ່ມາ ຈຶ່ງໄດ້ກໍານົດນິມິດປະເພດນຶ່ງຂື້ນແທນ ຊຶ່ງເປັນການສ້າງຫຼືເຮັດຂື້ນເຊັ່ນ ຂຸດບໍ່ນໍ້າ ຄັນຄູນໍ້າ ສະນໍ້າ ແລະ ກ້ອນຫິນ ໂດຍສະເພາະກ້ອນຫິນເປັນທີ່ນິຍົມກັນຫຼາຍເພາະໝັ້ນຄົງ ທົນທານແລະເຄື້ອນຍ້າຍໄດ້ຍາກ ຕໍ່ມາເມື່ອເທກໂນໂລຍີມີຄວາມ ກ້າວໜ້າມາກຂື້ນ ຈຶ່ງມີການເຮັດ (ປະດິດ) ກ້ອນຫິນໃຫ້ເປັນໜ່ວຍມົນໆ ປະມານເທົ່າ ບາຕຂອງພຣະສົງຄ໌ເປັນ ເຄື່ອງໝາຍ ຂື້ນແທນ ເອີ້ນວ່າ “ລູກນິມິດ” ດັ່ງທີ່ເຫັນຢູ່ໃນປັດຈຸບັນ ເມື່ອມີລູກນິມິດ ເປັນເຄື່ອງໝາຍບອກເຂດແດນ ຕໍ່ມາຈຶ່ງມີພິທີກັມ ເອີ້ນວ່າການ “ຝັງລູກນິມິດ” ຂື້ນ
ການຝັງລູກນິມິດນີ້ ເອີ້ນອີກຢ່າງນຶ່ງວ່າການ “ຜູກພັດທະສີມາ” ແປວ່າ ເຂດທໍາສັງຄະກັມທີ່ກໍານົດຕາມພຸດທານຸຍາດ ໃນພິທີຜູກພັດທະສີມານັ້ນຈະຕ້ອງມີພຣະສົງຄ໌ຄົບຈຳນວນອົງສົງຄ໌ຄື ມີພຣະສົງຄ໌ຈຳນວນ 5 ອົງຂື້ນໄປ ໂດຍປັດຈຸບັນເລີ້ມຕົ້ນ ຈາກພຣະສົງຄ໌ປະຊຸມພ້ອມກັນໃນສີມາເພື່ອທໍາພິທີສູດຖອນ ເມື່ອພຣະສົງຄ໌ສູດຖອນສະຖານທີ່ທີ່ກໍານົດເປັນເຂດແດນ ທໍາ ສັງຄະກັມແລ້ວວ່າມີເຂດແດນເທົ່າໃດ ໂດຍທົ່ວໄປລູກນິມິດທີ່ໃຊ້ຜູກສີມາຈະມີຈໍານວນ 9 ລູກ ໂດຍຝັງຕາມທິດຕ່າງໆ ຮອບສີມາ ທັງ 8 ທິດໆ ລະ 1 ລູກ ແລະຝັງໄວ້ກາງສີມາອີກນຶ່ງລູກ ເປັນລູກເອກ ເມື່ອຈະຜູກພັດທະສີມາພຣະສົງຄ໌ຈໍານວນ 4 ອົງ ກໍ່ຈະຍ່າງ ຈາກທິດຕະເວັນອອກໄປຕາມຈຸດວາງລູກນິມິດເພື່ອສູດທັກສີມາ ໂດຍວຽນຂວາໄປຈົນຄົບທັງ 8 ທິດ ແລະອ້ອມມາຈົນ ເຖິງທິດ ຕະເວັນອອກອີກເທື່ອນຶ່ງ ເພື່ອໃຫ້ແນວນິມິດຄົບກັນເປັນສີ່ຫຼ່ຽມຫຼືວົງມົນ ເມື່ອສູດທັກນິມິດຈົບແລ້ວກໍ່ ຈະກັບເຂົ້າໄປ ປະຊຸມສົງຄ໌ ໃນສີມາ ແລະສູດປະກາດສີມາອີກເທື່ອນຶ່ງ ຫຼັງຈາກນັ້ນກໍ່ຈະທໍາການຕັດລູກນິມິດລົງຂຸມເພື່ອຖົມ ແລ້ວສ້າງເປັນ ຖານຕັ້ງ ໃບສີມາຕໍ່ໄປ
5. ຄວາມໝາຍຂອງລູກນິມິດ
ລູກນິມິດທັງ 9 ລູກນັ້ນ ຈຳນວນ 1 ລູກເປັນນິມິດເອກຕັ້ງຢູ່ກາງສີມາ ເພື່ອເປັນການຖວາຍບູຊາພຣະພຸທເຈົ້າ ສ່ວນຈຳນວນ 8 ລູກ ຈະຖືກຈັດໃຫ້ຢູ່ຕາມທິດຕ່າງໆ ໂດຍຮອບສີມາເອີ້ນວ່າ ທິດທັງ 8 ມີຄວາມໝາຍເປັນມຸງຄຸນຄື ເປັນອົງແທນພຣະອໍຣະຫັນ ສາວົກ ຊຶ່ງການຝັງລູກນິມິຕຈຳນວນ 8 ລູກນັ້ນນິຍົມຝັງຫ່າງຈາກຕົວສີມາປະມານ 2-4 ແມັດ ສ່ວນຂຸມຝັງລູກນິມິຕນິຍົມຂຸດລວງກວ້າງນຶ່ງແມັດ ຍາວນຶ່ງແມັດແລະເລິກປະມານນຶ່ງແມັດ ໂດຍແຕ່ລະ ລູກນິມິດມີ ຄວາມໝາຍດັ່ງນີ້
(1) ນິມິດລູກເອກ ເປັນລູກທີ່ມີຄວາມສໍາຄັນຫຼາຍ ຖືເປັນປະທານຂອງລູກນິມິດທັງໝົດຈະຝັງໄວ້ບໍຣິເວນໃຈກາງສີມາ (ສະບືສິມ) ໂດຍອ້ອມດ້ວຍລູກນິມິດອີກ 8 ລູກ ຊຶ່ງເປັນການຖວາຍບູຊາພຣະພຸທເຈົ້າ ຜູ້ເປັນສາສດາຂອງພຣະພຸທສາສນາ ເປັນພຣະປະມຸກແຫ່ງສົງຄ໌ ເປັນການອັນເຊີນ ແລະບູຊາພຣະເກດ ເທພຜູ້ຮັກສາສະຖານທີ່ສ່ວນກາງຂອງສີມາ
(2) ທິດຕະເວັນອອກ (ບູຣະພາ) ລູກທີ່ຢູ່ດ້ານໜ້າຂອງສີມາ ຖືເປັນລູກນິມິດບໍຣິວານທີ່ມີຄວາມໂດດເດັ່ນເປັນພິເສດ ເປັນລູກທຳອິດທີ່ເລີ້ມນັບ ດັ່ງນັ້ນ ຈຶ່ງປຽບນິມິດລູກນີ້ເໝືອນປະຖົມສາວົກຂອງພຣະພຸດທະເຈົ້າຄື ພຣະອັນຍາໂກນທັນຍະ ພຣະອັຄຣະສາວົກຜູ້ໄດ້ຮັບຍົກຍ້ອງວ່າ ເປັນເອຕທັຄຄະຜູ້ຮູ້ຣາຕີກາລນານຄື ມີຄວາມຮູ້ຫຼາຍ ຜ່ານໂລກມາຫຼາຍ ການຝັງລູກນິມິດໄວ້ດ້ານນີ້ ເພື່ອເປັນການບູຊາພຣະອັນຍາໂກນທັນຍະ ເປັນການອັນເຊີນແລະບູຊາພຣະຈັນ ເທພຜູ້ຮັກສາສະຖານທີ່ສ່ວນດ້ານໜ້າຂອງສີມາ
(3) ທິດຕະເວັນອອກສ່ຽງໃຕ້ (ອາຄະເນ) ຢູ່ດ້ານໜ້າຝັ່ງຂວາຂອງສີມາ ການຝັງລູກນິມິດໄວ້ທາງທິດນີ້ເພື່ອບູຊາ ພຣະມະຫາກັສປະເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູຊົງທຸດົງ ກາລຕໍ່ມາໄດ້ເປັນປະທານສົງຄ໌ ທຳສັງຄາຍະນາ ເປັນການອັນເຊີນແລະບູຊາພຣະອັງຄານ ເທພຜູ້ຮັກສາສະຖານທີ່ທາງດ້ານທິດ ຕະເວັນອອກສ່ຽງໃຕ້ ຂອງສີມາ ອີກອົງນຶ່ງ
(4) ທິດໃຕ້ (ທັກສິນ) ເປັນລູກນິມິດທີ່ຢູ່ທາງດ້ານຂວາຂອງສີມາ ເປັນການບູຊາພຣະສາຣີບຸຕ ພຣະອັຄຣະສາວົກຝ່າຍຂວາ ຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງປັນຍາ ເປັນການອັນເຊີນແລະບູຊາພຣະພຸດ ເທພຜູ້ຮັກສາ ສະຖານທີ່ ດ້ານທິດໃຕ້ຂອງສີມາ
(5) ທິດຕະເວັນຕົກສ່ຽງໃຕ້ (ຫໍຣະດີ) ທິດດ້ານຫຼັງຝັ່ງຂວາຂອງສີມາ ການຝັງລູກນິມິດທາງດ້ານນີ້ ເພື່ອບູຊາພຣະອຸບາລີ ເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງວິນັຍ ເປັນການອັນເຊີນແລະບູຊາພຣະເສົາ ຊຶ່ງເປັນເທພນຶ່ງໃນນົພເຄາະທັງ 9 ຄື ເທພຜູ້ດູແລຮັກສາສະຖານທີ່ດ້ານຕະເວັນຕົກສ່ຽງໃຕ້ຂອງສີມາ
(6) ທິດຕະເວັນຕົກ (ປະຈິມ) ເປັນລູກນິມິດທີ່ຝັງຢູ່ດ້ານຫຼັງຂອງສີມາ ເປັນເຄື່ອງໝາຍຂອງເງົາ ຊຶ່ງປຽບໄດ້ກັບພຣະເຖຣະ ທີ່ເປັນພຸດທະອຸປຖາກ ຄອຍເຝົ້າຕິດຕາມຮັບໃຊ້ພຣະພຸດທະອົງເໝືອນເງົາຕາມຕົວ ດັ່ງນັ້ນ ການຝັງລູກນິມິດທາງທິດນີ້ເພື່ອ ເປັນການບູຊາ ພຣະອານົນເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງພະຫຸສູດແລະ ເປັນມະຫາພຸດທະອຸປຖາກແດ່ພຣະພຸດທະເຈົ້າ ແລະອັນເຊີນບູຊາພຣະພະຫັດ ເທພຜູ້ຮັກສາທິດຕະເວັນຕົກ
(7) ທິດຕະເວັນຕົກສ່ຽງເໜືອ (ພາຍັບ) ການຝັງລູກນິມິດທີ່ຢູ່ດ້ານຫຼັງຝັ່ງຊ້າຍຂອງສີມານີ້ ເປັນການບູຊາ ພຣະຄວັມປະຕິເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງລາບສັກຣະແລະຮູບງາມ ແລະອັນເຊີນບູຊາພຣະຣາຫູ ຊຶ່ງເປັນເທພປະຈຳທິດນີ້
(8) ທິດເໜືອ (ອຸດອນ) ລູກນິມິດທີ່ຝັງທາງດ້ານນີ້ ຖືວ່າເປັນລູກທີ່ສໍາຄັນອີກລູກນຶ່ງ ຊຶ່ງຢູ່ດ້ານຊ້າຍຂອງສີມາ ເພື່ອເປັນ ການບູຊາ ພຣະໂມຄຄັລລານະ ພຣະອັຄຣະສາວົກຝ່າຍຊ້າຍຂອງພຣະພຸດທະເຈົ້າຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະ ຜູ້ເລີດໃນທາງສະແດງລິດ ແລະອັນເຊີນບູຊາພຣະສຸກ ເທພຜູ້ຮັກສາປະຈຳທິດນີ້
(9) ທິດຕະເວັນອອກສ່ຽງເໜືອ (ອີສານ) ລູກນິມິດທີ່ຝັງຢູ່ດ້ານໜ້າຝັ່ງຊ້າຍຂອງສີມາທາງທິດ ເໜືອນີ້ ເປັນເຄື່ອງໝາຍ ແຫ່ງຄວາມຜູກພັນ ມີຜົນທາງດ້ານຈິຕໃຈ ຖືເປັນທິດສຸດທ້າຍເພື່ອເປັນການບູຊາ ພຣະຣາຫຸນເຖຣະ ຊຶ່ງເປັນພຣະໂອຣົສ ຂອງເຈົ້າຊາຍສິດທັດຖະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດ ໃນທາງການສຶກສາ ແລະອັນເຊີນ ບູຊາພຣະອາທິດ ເທພຜູ້ຮັກສາປະຈຳທິດນີ້
ໃນງານບຸນຕິດທອງຝັງລູກນິມິຕ ນິຍົມໃສ່ປື້ມຂຽນຫຼືແຜ່ນທອງ ສໍຂຽນ ເຂັມ ດ້າຍ ລົງໃນຂຸມດ້ວຍ ເພາະມີຄວາມ ເຊື່ອວ່າ ຫາກຜູ້ທຳບຸນຂຽນຂໍ້ຄວາມທີ່ອະທິຖານລົງປື້ມຂຽນຫຼືແຜ່ນທອງ ຈະມີຄວາມຈຳດີ ບໍ່ຫຼົງລືມງ່າຍ ສ່ວນເຂັມມີຄວາມໝາຍວ່າ ຈະມີປັນຍາແຫຼມຄົມ ດ້າຍໝາຍເຖິງ ຄວາມຕໍ່ເນື່ອງມີຊີວິຕຍືນຍາວແລະ ການຕິດທອງ ລູກນິມິຕ ເພື່ອໃຫ້ກາຍຜ່ອງໃສຜິວພັນ ສວຍງາມ ນອກຈາກນີ້ຜູ້ມີຈິຕສັດທາຈະນຳຂອງມີຄ່າໃສ່ລົງໄປໃນຂຸມດ້ວຍເຊັ່ນ ແກ້ວແຫວນເງິນທອງ ເພາະຖືວ່າເປັນການຝາກ ວັດຖຸເຫຼົ່ານີ້ໄວ້ໃນພຣະພຸທສາສນາ ເມື່ອສິ້ນຊີວິຕແລ້ວຈະໄດ້ໄປເກີດໃນ ພົບພູມທີ່ດີ ມີຊັບສົມບັດແກ້ວແຫວນ ເງິນທອງ ໂດຍສ່ວນຫຼາຍນິຍົມນຳຂອງມີຄ່າໃສ່ລົງໄປໃນຂຸມນິມິຕລູກເອກ ຊຶ່ງເປັນຈຸດສູນກາງຂອງສີມາຈະມີຄວາມປອດໄພ ຈາກ ຄົນລັກຂະໂມຍຂຸດຂື້ນມາ ເນື່ອງຈາກ ເມື່ອຝັງລູກນິມິຕແລ້ວຈະ ຖົມດິນໃຫ້ແໜ້ນໜາ ເທປູນຊີມັງບໍຣິເວນດ້ານໃນຂອງສີມາຫຼືສີມໃນບາງວັດຈະປູກະເບື້ອງ(tiles)ອີກຊັ້ນຫນຶ່ງ
6. ອານິສົງສ໌ຂອງການຝັງລູກນິມິດ
ເນື່ອງຈາກໃນສມັຍກ່ອນ ການທີ່ຈະສ້າງພັດທະສີມາໄດ້ຫຼັງນຶ່ງໆ ຫຼືແມ່ນແຕ່ຈະສ້ອມແປງພັດທະສີມາເກົ່າໃຫ້ ມີຄວາມສວຍງາມນັ້ນບໍ່ແມ່ນເຣື່ອງງ່າຍໆ ຈະຕ້ອງໃຊ້ເວລາຍາວນານ ດັ່ງນັ້ນ ຈຶ່ງເຊື່ອກັນວ່າ ຫາກຜູ້ໃດມີໂອກາດເຮັດບຸນ“ຝັງລູກນິມິດ” ຈະມີອານິສົງສ໌ເຖີງ 6 ປະການ ດັ່ງນີ້
(1) ເປັນຄົນບໍ່ມີໂຣຄ ພັຍໄຂ້ເຈັບທຸກຊາດ ປາສະຈາກອຸປັດທະວະທັງຫຼາຍ
(2) ເປັນຄົນບໍ່ເກີດໃນຕະກູລຕໍ່າ
(3) ຫາກເກີດໃນມະນຸດໂລກ ກໍ່ຈະເກີດເປັນທ້າວພຣະຍາມະຫາກະສັດ
(4) ຫາກເກີດໃນເທວະໂລກ ກໍ່ຈະເກີດເປັນທ້າວສັກກະເທວະຣາຊ
(5) ຈະສົມບູນດ້ວຍຊັບສິນເງິນທອງ ມີຜິວພັນຜ່ອງໃສ
(6) ມີອາຍຸຍືນຍາວ
7. ຄວາມໝາຍແລະຄວາມເປັນມາຂອງຍອດຊໍ່ຟ້າ
ນອກຈາກຜູກພັດທະສີມາຫຼືຝັງລູກນິມິດແລ້ວ ພັດທະສີມານັ້ນຈຳເປັນຕ້ອງມີຍອດຊໍ່ຟ້າ ຊຶ່ງຢູ່ຈຸດສູງສຸດຂອງສີມ ເປັນເຄື່ອງໝາຍແຫ່ງການຄົບອົງປະກອບທາງອາຄານສຳຄັນຂອງສາສນາ
ຍອດຊໍ່ຟ້າໝາຍເຖິງ ຊໍ່ທີ່ຍືດຂື້ນໄປເທິງທ້ອງຟ້າເປັນສັນຍາລັກແຫ່ງການບູຊາພຣະຣັຕນະຕຣັຍ ແລະຈຳພວກ ເທພ ເທິງສວັນຊັ້ນຟ້າ ຍອດຊໍ່ຟ້າຈະນຳໃຊ້ປະດັບສະເພາະ ພຣະຣາຊວັງ ສີມາ ວິຫານແລະສິ່ງກໍ່ສ້າງອື່ນໆ ບາງປະເພດ ໃນວັດ ເທົ່ານັ້ນ
ຄວາມຈິງແລ້ວ ຍັງບໍ່ມີຜູ້ໃດສາມາດອະທິບາຍທີ່ມາຂອງຍອດຊໍ່ຟ້າໄດ້ຢ່າງຄົບຖ້ວນແລະຮູບຮ່າງ ໜ້າຕາຍອດຊໍ່ຟ້າກໍມີຕ່າງໆ ກັນແລ້ວແຕ່ວ່າເປັນຂອງພູມິພາກໃດເຊັ່ນ ບາງແຫ່ງປັ້ນເປັນຮູບສັດທຳມະດາຫຼືເປັນສັດຫິມະພານກໍໄດ້ ຢ່າງໃດກໍຕາມມີຄົນພຍາຍາມອະທິບາຍຮູບລັກສະນະແລະຄວາມໝາຍຍອດຊໍ່ຟ້າໄວ້ຕ່າງກັນ ດັ່ງນີ້
- ຮູບເໝືອນຫົງຫຼືນົກໃນເທພນິຍາຍໝາຍເຖິງ ແດນສວັນທັງຫົກຊັ້ນ ຊຶ່ງເປັນການປະສົມຄໍາລະຫວ່າງຄຳວ່າ ຍອດ ຊໍ່ແລະຟ້າ ຍອດໝາຍເຖິງ ສູງສຸດ ຊໍ່ໝາຍເຖິງ ພວງ ສ່ວນຟ້າໝາຍເຖິງ ສ່ວນທາງເທິງຫຼືແດນສວັນ
- ສິ່ງທີ່ຍືດອອກໄປ ໝາຍເຖິງການຍືດອອກໄປສູ່ແດນສວັນ
- ຮູບຫົວນາກຢູ່ເຄິ່ງກາງສັນຫຼັງຄາ ມັກຈະມີປາສາດອົງນ້ອຍໆ ຫຼືເສດຕະສັດຕັ້ງຢູ່ ໝາຍເຖິງ ເຂົາພຣະສຸເມຣຸ ແລະນ້ຳຈະຕ້ອງໄຫຼຈາກຈຸດນີ້ ຊຶ່ງນຳໃຊ້ຮູບນາກຫຼືມັງກອນເປັນສັນຍາລັກ
ສະລຸບແລ້ວ ຄວາມໝາຍທີ່ແທ້ຈິງຂອງຍອດຊໍ່ຟ້າ ໜ້າຈະເປັນນາກເພາະມີຄວາມກ່ຽວຂ້ອງເຖິງ ເຫດການທີ່ໄດ້ ເກີດ ຂື້ນໃນຣະບົບພູມຈັກວານກລ່າວຄື ການຕໍ່ສູ້ລະຫວ່າງພຣະຍາອິນກັບນາກເທິງເຂົາພຣະສຸເມຣຸ ຊຶ່ງທຳໃຫ້ນາກຕ້ອງ ຜ່າຍແພ້ ແລະປ່ອຍໃຫ້ນ້ຳໄຫຼລົງມາຫຼໍ່ລ້ຽງຊີວິຕບົນໂລກ
ໃນສມັຍນຶ່ງ ພຣະຍາອິນໃນອະດີດຊາດເປັນມະນຸດໃນໝູ່ບ້ານອະຈະລະຄາມ ແຄວ້ນມະຄົດ ນາມວ່າ ມັກຄະມານົບ ມັກບຳເພັນປະໂຫຽດແກ່ສາທາຣະນະຊົນເປັນປະຈຳ ໂດຍຕັ້ງຄະນະຜູ້ບຳເພັນສາທາຣະນະປໂຍດຈຳນວນ 33 ຄົນ ເຊັ່ນ ສ້າງຫົນທາງໃຫ້ຄົນສັນຈອນໄປມາ ຖາງສະຖານທີ່ຮົກຮ້າງຫວ່າງເປົ່າໃຫ້ເປັນສວນອຸທຍານສະຖານທີ່ພັກຜ່ອນ ສ້າງສາລາ ແຄມທາງ ຫ້ອງນ້ຳ ປູກຕົ້ນໄມ້ໃຫ້ມີຮົ່ມ ຂຸດນ້ຳສ້າງໃຫ້ປະຊາຊົນໄດ້ໃຊ້ໃນລະດູແລ້ງ
ກາລຜ່ານມາ ມັກຄະມານົບພ້ອມດ້ວຍບໍຣິວານໄດ້ສ້າງສາລາຫຼັງໃຫຽ່ໄວ້ໃຫ້ຜູ້ຄົນໄດ້ພັກຜ່ອນ ມີຫ້ອງປະຊຸມ ສວນດອກໄມ້ ຫ້ອງນ້ຳ ສະນ້ຳ ເປັນຕົ້ນ ພວກເຂົາໄດ້ເຊິນຊວນຄົນທັງຫຼາຍມາສ້າງຮ່ວມກັນດ້ວຍ ຊຶ່ງມັກຄະມານົບ ຜູ້ເປັນຫົາໜ້າມີພັລຍາ 4 ຄົນ ນາມວ່າ ສຸນັນທາ ສຸຈິດຕາ ສຸທັມມາ ສຸຊາດາ ໜຶ່ງໃນ 4 ຄົນນີ້ ຜູ້ມີປັນຍາດີນາມວ່າ ສຸທັມມາ ໄດ້ຫານາຍຊ່າງເຮັດ ຍອດຊໍ່ຟ້າ ສາລາໃຫຽ່ນີ້ ຈັດກຽມໄມ້ແກະສລັກຍອດຊໍ່ຟ້າເກັບເຊື່ອງໄວ້ຮຽບຮ້ອຍແລ້ວ ເມື່ອເວລາຕິດຍອດຊໍ່ຟ້າປາກົດວ່ານາຍຊ່າງໄດ້ລືມໄປ ເພາະໄມ້ທີ່ກຽມເຮັດຍອດຊໍ່ຟ້າຍັງບໍ່ທັນແຫ້ງພໍ ຈິ່ງຕົກລົງກັນວ່າ ຕ້ອງໄປຫາຊື້ຍອດຊໍ່ຟ້າໃຫ້ໄດ້ແລະເມື່ອທຸກຄົນໄປ ເຫັນຍອດ ຊໍ່ຟ້າທີ່ນາງສຸທັມມາກຽມໄວ້ແລ້ວ ນາງກໍ່ມອບຍອດຊໍ່ຟ້ານັ້ນ ໃຫ້ໂດຍຍໍ່ຄິດມູລຄ່າແຕ່ປະການໃດ ທຸກຄົນຈິ່ງຮັບເອົາ ຍອດຊໍ່ຟ້າ ນັ້ນມາຕິດສຳເຣັດຮຽບຮ້ອຍດີແລ້ວ ສາລາຫຼັງນີ້ຈຶ່ງມີຊື່ວ່າ ສາລາສຸທັມມາ ປາກົດສູ້ສາຍຕາຂອງຜູ້ຄົນທີ່ມາໃຊ້ບໍຣິການ
ດ້ວຍຄຸນງາມຄວາມດີທີ່ທຸກຄົນຮ່ວມກັນບຳເພັນມາ ສິ້ນຊີວິຕແລ້ວກໍ່ໄດ້ໄປເກີດເປັນເທພໃນ ສວັນ ໂດຍຫົວໜ້າ ນາມວ່າ ມັກຄະມານົບກໍ່ໄດ້ເກີດເປັນພຣະຍາອິນຫຼືທ້າວສັກກະເທວະຣາຊໃນສວັນຊັ້ນດາວະດິງ
ສ່ວນນາງສຸທັມມາ ເມື່ອສິ້ນຊີວິຕແລ້ວໄດ້ໄປເກີດເປັນເມັຽຂອງພຣະຍາອິນແລະສາລາຫຼັງນັ້ນກໍ່ນຳຂື້ນມາມີຊື່ວ່າ ສາລາ ສຸທັມມາ ເປັນສາລາປະດັບປະດາໄປດ້ວຍແກ້ວ 7 ປະການ ມີແທ່ນປະທັບຂອງພຣະຍາອິນຢ່າງສວຍງາມ ສາລາຫຼັງນີ້ເປັນ ສະຖານທີ່ປະຊຸມຂອງເທວະດາເອີ້ນວ່າ ເທວະສະພາຫຼືທັມມະສະພາຫຼືສຸທັມມາສະພາ
ດັ່ງນັ້ນ ທ່ານພຸທສາສະນິກະຊົນທັງຫຼາຍໄດ້ຮ່ວມສ້າງແລ້ວບໍ່ມີຊື່ທີ່ພັດທະສີມາ ທີ່ສາລາ ທີ່ກຸດຕິວິຫານກໍ່ດີ ກໍ່ຢ່າໄປສົນໃຈ ເຣື່ອງຊື່ ໃຫ້ສົນໃຈເຣຶ່ອງສັດທາເປັນສິ່ງສຳຄັນ ສັດທາເຮົາມີແລ້ວ ເຮົາບໍຣິຈາກແລ້ວ ເຮົາເຮັດແລ້ວ ຊື່ໃນເມືອງມະນຸດຈະເປັນຊື່ ຜູ້ໃດກໍ່ຕາມ ແຕ່ໃນສ່ວນອານິສົງສ໌ທຸກຄົນຍ່ອມໄດ້ເຊັ່ນດຽວກັນ
8. ອານິສົງສ໌ຂອງການສ້າງຍອດຊໍ່ຟ້າ
(1) ຊື່ວ່າທ່ານໄດ້ຝັງຂຸມຊັບໄວ້ໃນພຣະພຸທສາສນາ ເພາະຊັບຄືບຸນນີ້ໂຈຣລັກເອົາໄປບໍ່ໄດ້ ແລະຜູ້ຝັງຂຸມຊັບໄວ້ໃນ ພຣະພຸທສາສນານີ້ ຍ່ອມໄດ້ຮັບອານິສົງສ໌ໃນເບື້ອງຕົ້ນ 6 ປະການຄື ເປັນຜູ້ມີຜິວພັນງົດງາມ (ສຸວັນນະຕາ) ມິສຽງມ່ວນ (ສຸສະຣະຕາ) ມີຊວດຊົງງາມ (ສຸສັນຖານັງ) ເປັນຜູ້ມີຮູບງາມ (ສຸຣູປະຕາ) ມີຄວາມເປັນໃຫຽ່ (ອາທິປັຈຈັງ) ແລະມີບໍຣິວານ (ປະຣິວາໂຣ)
(2) ຊື່ວ່າທ່ານເປັນຜູ້ມີສ່ວນໃນການສ້າງພັດທະສີມາ ກຸຕິ ວິຫານໃຫ້ແລ້ວສົມບູນ ມິຄວາມສວຍງາມ ໜ້າເບິ່ງໜ້າຊົມ ຊື່ນຕາຊື່ນໃຈແກ່ຜູ້ໄດ້ເຫັນ
(3) ຊື່ວ່າທ່ານໄດ້ບຸນກຸສົນອັນຍິ່ງໃຫຽ່ ອັນເປັນສຸພະນິມິດໃຫ້ທ່ານໄປເກີດໃນສວັນ ຫຼັງຈາກມໍຣະນາກາລແລ້ວ
(4) ຊື່ວ່າທ່ານເປັນຜູ້ມີສັດທາ ບໍຣິຈາກຊັບເພື່ອບໍາຣຸງພຣະພຸທສາສນາ
9. ຄວາມສຳຄັນແລະອານິສົງສ໌ການສ້າງພັດທະສີມາ
ການສ້າງວັດຕ້ອງອາໄສກໍາລັງຊັບ ແລະກໍາລັງຄົນເປັນຈຳນວນມາກ ເພາະຕ້ອງສ້າງກຸດຕິ ວິຫານ ແລະສາລາ ໂຮງທັມ ເພື່ອທຳພິທີກັມທາງສາສນາ ໂດຍສະເພາະພັດທະສີມາ ສະຖານທີ່ທີ່ຈະຕ້ອງໃຊ້ເພື່ອການທຳສັງຄະກັມສຳຄັນໆ ຫຼາຍຢ່າງເຊັ່ນ ການອຸປະສົມບົດແກ່ກຸລບຸດ ການສູດອັບພານກັມ ການສູດຍັດຕິທຸຕິຍະກັມວາຈາ ການສູດຍັດຕິຈະຕຸດຖະກັມວາຈາ ການສູດພຣະປາຕິໂມກ ການກຣານກະຖິນແລະການປະວາຣນາກັມ ເປັນຕົ້ນ ເນື່ອງຈາກພັດທະສີມາທີ່ສ້າງຂື້ນທຸກວັນນີ້ ຄະນະສົງຄ໌ສາມາດໃຊ້ໃຫ້ເປັນປະໂຫຽດຫຼາຍຢ່າງເຊັ່ນ ໃຊ້ເປັນທີ່ປະຊຸມສົງຄ໌ ທີ່ສະແດງທັມ ທີ່ສູດມົນ ທຳວັດເຊົ້າຄໍ່າແລະໃຊ້ເປັນ ທີ່ພັກຊົ່ວຄາວຂອງພຣະອາຄັນຕຸກະ ເປັນຕົ້ນ ດັ່ງນັ້ນ ຜູ້ທີ່ມີຈິດສັດທາຮ່ວມສ້າງພັດທະສີມາໄວ້ໃນພຣະພຸທສາສນາ ເພື່ອຖວາຍ ເປັນພຸທບູຊາຄື ການບູຊາຄຸນຂອງພຣະພຸທເຈົ້າ ແລະເປັນການສືບຕໍ່ອາຍຸພຣະພຸທສາສນາໃຫ້ພຣະສົງຄ໌ໄດ້ທໍາສັງຄະກັມນັ້ນ ຈຶ່ງນັບວ່າໄດ້ບຸນກຸສົລຫຼາຍ ທັງໃນຊາດນີ້ ແລະຊາດໜ້າ ກ່າວຄື ໃນຊາດນີ້ຍ່ອມໄດ້ຄວາມປື້ມປິຕິຢ່າງສູງ
ເມື່ອຊາບວ່າພຣະສົງຄ໌ ໄດ້ໃຊ້ພັດທະສີມາທີ່ຕົນສ້າງຖວາຍ ກຽດຕິຄຸນຂອງຜູ້ຖວາຍຍ່ອມໄປກວ້າງໄກ ຜູ້ຖວາຍຍ່ອມໄດ້ສະດັບ ຮັບຟັງພຣະທັມເທສນາ ເພິ່ມພູນສີລ ສະມາທິ ປັນຍາທຳໃຫ້ຈິດໃຈສະອາດ ສວ່າງ ສງົບສຸຂຫຼາຍຂື້ນ ແມ່ນທຳກາລກິຣິຍາ (ຕາຍ) ຍ່ອມມີອາຣົມຍຶດໝັ້ນໃນກຸສົລກັມ ແລະໃນຊາດໜ້າ ຖ້າຜູ້ໃດຖວາຍພັດທະສີມາ ຫາກເຂົາຍັງມີກິເລສຢູ່ເມື່ອເຖິງແກ່ກັມລົງ ເຂົາຍ່ອມໄປເກີດໃນສຸຂຕິໂລກສວັນ ພຽບພ້ອມດ້ວຍສິ່ງຂອງອັນປະເສີດ ຊຶ່ງເປັນຝ່າຍໂລກີຍະສົມບັດ ແລະຈະໄດ້ບັນລຸຄຸນທັມ ຕ່າງໆ ເຊັ່ນ ຊານ ອະພິນຍາ ອະຣິຍະມັກຂ໌ ອະຣິຍະຜົລ ແລະຈະທຳໃຫ້ແຈ້ງຊຶ່ງພຣະນິພພານ
10. ພັດທະສີມາໃນປັດຈຸບັນ
ໃນປັດຈຸບັນນີ້ ພຸທສາສະນິກຊົນຊາວລາວເຮົານິຍົມສ້າງພັດທະສີມາ ໂດຍທາງຄະນະສົງຄ໌ແລະຄະນະກັມການວັດ ຮ່ວມກັນ ປະຊຸມກຳນົດຈຸດໃດນຶ່ງທີ່ເໝາະສົມໃນບໍຣິເວນວັດ ເພື່ອສ້າງພັດທະສີມາ ແລະທໍາຕາມຂັ້ນຕອນຕ່າງໆ ເມື່ອການກໍ່ສ້າງເສັດສິ້ນແລະຈັດພິທີຜູກສີມາຮຽບຮ້ອຍແລ້ວຈຶ່ງເອີ້ນວ່າ ພັດທະສີມາ ຫຼືຄາມະສີມາ (ສີມທີ່ທຳໃນບ້ານ) ຫຼືຊາວລາວເຮົາມັກເອີ້ນວ່າ ສີມບົກ ຊຶ່ງສີມປະເພດນີ້ ນັກສະຖາປນິກ (Architect) ໄດ້ອອກແບບຢ່າງສວຍງາມ ຕາມຮູບແບບ ສິລປະສີມຂອງລາວເຮົາຢ່າງແທ້ຈິງ
ໜັງສືແລະ Website ອ້າງອິງ
- ພຣະທັມປິດົກ (ປ.ອ.ປະຍຸຕໂຕ). (2546). ວັຈນານຸກົມພຸດທະສາດສະບັບປະມວນສັບ.
- ພິມເທື່ອທີ 11. ກຸງເທບຯ: ມະຫາຈຸລາລົງກອນຣາຊວິທຍາໄລ.
- ພຣະພຣົມຄຸນາພອນ (ປ.ອ.ປະຍຸຕໂຕ). (2553). ວັຈນານຸກົມພຸດທະສາດສະບັບປະມວນທັມ.
- ພິມເທື່ອທີ 18. ກຸງເທບຯ: ເພິ່ມຊັບການພິມ.
- ມະຫາສິລາ ວີຣະວົງສ໌. (2549). ວັຈນານຸກົມພາສາລາວ (ສະບັບປັບປຸງໃໝ່).
- ພິມເທື່ອທີ 3. ນະຄອນຫຼວງວຽງຈັນ. ຈຳປາການພິມ.
- http://www.phutta.com/คลังความรู้/ความรู้ทั่วไป/ลูกนิมิต-พัทธสีมา
- www.baanmaha.com/community/thread27802.html
- http://202.12.97.23/main/esanart/architecture.html
- http://www.watkhaodin.org/tam_ma_tam_boon.php
ຄວາມຮູ້ເບື້ອງຕົ້ນກ່ຽວກັບ ການບວດ (ບວຊ) ໃນພຸທສາສນາ
ຂໍຂອບໃຈນຳບົດຄວາມຂອງ :..ສິງປະທຸມ ພິກຂຸ
ການບວດເປັນປະເພນີລາວທີ່ສືບເນື່ອງມາແຕ່ບູຮານກາລ ຜູ້ຊາຍລາວເມື່ອອາຍຸຄົບບວດ ຈະຕ້ອງບວດໃຫ້ໄດ້ຈັກ ຄັ້ງໜຶ່ງ ໃນຊີວິດ ເພື່ອການສຶກສາພຣະທັມຄຳສອນຂອງພຣະສັມມາສັມພຸທເຈົ້າແລະສືບທອດອາຍຸພຣະພຸທສາສນາ ສ້າງກຸສົລອັນ ຍິ່ງ ໃຫຍ່ ໃຫ້ແກ່ຕົວເອງ ແລະບິດາມານດາລວມທັງຍາຕິພີ່ນ້ອງ ຜູ້ທີ່ໄດ້ບວດ ຖືວ່າເປັນຜູ້ທີ່ມີບຸນຫລາຍ ເພາະຜູ້ທີ່ມາຢູ່ໃນ ເພດ ສະມະນະຕ້ອງໄດ້ສັ່ງສົມບຸນມາຂ້າມພົບ ຂ້າມຊາດ ເມື່ອບາຣະມີມາກຂຶ້ນກໍໂອກາດໄດ້ມາບວດໃນ ພຣະພຸທສາສນາເຊັ່ນ ໃນຄັ້ງ ພຸທກາລຜູ້ທີ່ຈະມາບວດບໍ່ແມ່ນສະເພາະຜູ້ດ້ອຍໂອກາດ ແຕ່ເປັນຜູ້ທີ່ມາຈາກຫລາຍຕະກູລທີ່ ປະສົບຄວາມສຳເລັດໃນຊີວິດ ຊຶ່ງໄດ້ເຫັນໂທດພັຍໃນການຄອງເຮືອນ ໃນວັຕຕະສົງສານ ຈຶ່ງອອກບວດ ຫລາຍທ່ານມາ ຈາກຕະກູລຂັຕຕິຍະກໍມີ ແພດຍ໌ກໍມີ ສູທຣກໍມີ ການທີ່ຕະກູລກະສັດ ພຣາມ ແລະມະຫາເສດຖີເຂົ້າມາບວດນັ້ນ ສະແດງ ວ່າການບວດບໍ່ແມ່ນເລື່ອງທຳມະດາ ແຕ່ເປັນເລື່ອງທີ່ສຳຄັນຢ່າງຍິ່ງ
ການບວດຈະເປັນການຊ່ວຍທະນຸບຳຣຸງພຣະພຸທສາສນາ ແລະມີສ່ວນສຳຄັນທີ່ຈະທຳໃຫ້ປະເທດທີ່ເຮົາ ຢູ່ອາໃສເປັນ ດິນແດນ ແຫ່ງສັນຕິສຸຂ ອັນເກິດຈາກພຸທທັມແລະຍັງເປັນໂອກາດອັນດີທີ່ຜູ້ບວດຈະໄດ້ເຝິກຝົນອົບຮົມຕົນເອງ ເພື່ອ ໃຫ້ເປັນພຣະແທ້ ຕາມພຣະທັມວິນັຍ ມີສີລ ສະມາທິ ແລະປັນຍາ ຊຶ່ງຖືເປັນການໃຊ້ວັນເວລາຢ່າງມີຄ່າແລະມີ ຄວາມໝາຍ ຕໍ່ການເກິດມາເປັນ ມະນຸດຢ່າງຍິ່ງ ດັ່ງທີ່ພຣະສັມມາສັມພຸທເຈົ້າຕຣັສໄວ້ວ່າ “ຊີວິດພຽງວັນດຽວຂອງຜູ້ມີສີລມີສະມາທິ ຍັງປະເສິດກວ່າຊີວິດຕັ້ງ ຮ້ອຍປີ ຂອງຜູ້ທຸສີລ ບໍ່ມີສະມາທິ”.
1. ຄວາມຫມາຍແລະຄວາມເປັນມາຂອງການບວຊ
ຄຳວ່າ “ບວດ ຫລື ບວຊ” ເປັນພາສາລາວ ຊຶ່ງໄດ້ມາຈາກພາສາບາລີວ່າ “ປັພພັຊຊາ” ຊຶ່ງມີຮາກສັບຄື “ປະ + ວະຊະ” ປະ ແປວ່າ ທົ່ວ ຫລືສິ້ນເຊິງ ວະຊະ ແປວ່າ ໄປຫລືເວັ້ນ ຄໍາວ່າ “ປັບພະຊາ ຫລື ບວດ ຫລື ບວຊ” ຈຶ່ງແປວ່າ ໄປໂດຍສິ້ນເຊິງ ຫລືການ ເວັ້ນໂດຍສິ້ນເຊິງ ນັ້ນໝາຍເຖິງ ໄປຈາກຄວາມເປັນຄະຣາວາສ ຄືອອກຈາກການຄອງເຮືອນໄປສູ່ຄວາມເປັນ ບັນພະສິດຫລື ບຸກຄົນຜູ້ທີ່ບໍ່ໄດ້ຄອງເຮືອນ ນັ້ນເອງ
ຄະນະປັດຊະຍາສູນກາງພຸທສາສນາສໍາພັນລາວກ່າວ ວ່າ ປັບພະຊາ ໝາຍເອົາການບວດທົ່ວໄປ ລວມທັງອຸປະສົມບົທ ດ້ວຍກໍມີ ບວດເປັນສາມະເນນກໍມີ ໃນປັດຈຸບັນນີ້ ປັບພະຊາ ໝາຍເອົາການບວດເປັນສາມະເນນ ອຸປະສົມບົທ ໝາຍເອົາ ການບວດເປັນພຣະພິກຂຸ ແຕ່ກ່ອນຈະອຸປະສົມບົທກໍຕ້ອງປັບພະຊາເປັນສາມະເນນມາກ່ອນ ຈະອຸປະສົມບົທ ໄປເລີຍ ບໍ່ໄດ້[1]
ມະຫາສິລາ ວີຣະວົງສ໌ ກ່າວວ່າ ບວດ ຄືການຖືເພດເປັນພິກຂຸສາມະເນນຫລືຣັດສີ ເປັນຕົ້ນ, ໝາຍເຖິງ ບຸກຄົນຜູ້ທີ່ ເວັ້ນຈາກຄອງ ຄະຣາວາສ[2] ສ່ວນ ບຸນຖັນ ສີນະວົງສ໌ ກ່າວອີກວ່າ ບວດ ມາຈາກຄໍາສັບ ບັພພັຊຊາ ໂດຍຂຽນ ປ ແທນ ບ ແປວ່າ ອອກໄປໜ້າ ໝາຍເຖິງ ໜີຈາກເຮືອນອອກໄປບວຊ, ບວຊເປັນສາມະເນນກ່ອນແລ້ວຈຶ່ງບວຊເປັນພຣະ ເອິ້ນວ່າ ອຸປະສົມບົທ ເມື່ອບວຊແລ້ວຈະລາສິກຂາ ກໍໄດ້ແລະກັບຄືນບວຊໃໝ່ກໍໄດ້ ຊຶ່ງກົງກັບພາສາອັງກິດວ່າ to leave one’s home, ordination, renunciation of the world[3]
ກ່າວໂດຍສະຫລຸບ “ບວດ ຫລື ບວຊ” ໝາຍເຖິງ ການປະຕິບັດຕົນເພື່ອອອກຈາກຄວາມທຸກຂ໌ ແລະທໍາໃຫ້ແຈ້ງ ຊຶ່ງ ພຣະນິບພານ ຄືຄວາມດັບທຸກຂ໌ນັ້ນເອງ ຢ່າງໃດກໍຕາມ ການບວຊໄດ້ພຽງເວລາອັນສັ້ນກໍຍັງດີ ເພາະນອກຈາກການສືບຕໍ່ ອາຍຸ ພຣະ ພຸທສາສນາແລ້ວ ຍັງເປັນເຫດໃຫ້ຜູ້ບວຊຮູ້ຈັກເຝິກຫັດຄວາມອົດທົນແລະຄວາມເສັຍສລະອີກດ້ວຍ ອາດທຳ ໃຫ້ໄດ້ ຢູ່ໃກ້ພຣະທັມຄຳສອນ ຂອງອົງຄ໌ ສົມເດັດພຣະສັມມາສັມພຸທເຈົ້າ
ໃນສມັຍບູຮານ ຄົນທີ່ອອກບວຊຍ່ອມບວຊເພາະຄວາມຊະຣາ ຄວາມເຈັບປ່ວຍ ບໍ່ມີຊັບສົມບັດ ບໍ່ມີຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ສໍາຫລັບພຣະພຸທເຈົ້ານັ້ນພຣະອົງຄ໌ໄດ້ພິຈາຣະນາເຖິງຄວາມເກີດ ແກ່ ເຈັບ ຕາຍ ຈຶ່ງອອກບວຊ ສ່ວນຄົນທຸກວັນນີ້ບວຊຕາມປະເພນີ ເມື່ອອາຍຸຄົບຕາມກໍາໜົດກໍບວຊ ບວຊແກ້ບະດ້ວຍຄວາມເຈັບໄຂ້ໄດ້ປ່ວຍ ບວຊຕອບແທນບຸນຄຸນພໍ່ແມ່ ເປັນຕົ້ນ
2. ປະເພດຂອງການບວຊ
2.1 ການປັບພະຊາ (ບວດເປັນຈົວຫລືສາມະເນນ)
ກຸລບຸດຜູ້ທີ່ຈະປັບພະຊາເປັນສາມະເນນຕ້ອງເປັນຜູ້ຊາຍ ມີອະໄວຍະວະຮ່າງກາຍສົມບູນແລະມີອາຍຸຄົບ 12 ປີຂື້ນໄປ ໂດຍໄດ້ຮັບ ອະນຸຍາດຈາກພໍ່ແມ່ຜູ້ປົກຄອງແລະສາຍໃຍການຈັດຕັ້ງ ຖ້າກຸລບຸດອາຍຸ 18 ປີຂຶ້ນໄປ ຕ້ອງໄດ້ຮັບ ໃບອະນຸຍາດຈາກ ອໍານາດການປົກຄອງ ທ້ອງຖີ່ນ ແລ້ວພໍ່ແມ່ຫລືຍາດພີ່ນ້ອງນໍາໄປມອບໃຫ້ຄະນະສົງຄ໌ທີ່ປົກຄອງຢູ່ໃນ ວັດນັ້ນໆ ເພື່ອຮໍ່າຮຽນ ຂັ້ນຕອນຂອງການ ປັບພະຊາແລະ ທັມວິນັຍຕາມຫລັກພຣະພຸທສາສນາ
ການປັບພະຊານີ້ ຕ້ອງໃຫ້ເຮັດເປັນກິຈລັກສນະຄື ໃຫ້ພິກຂຸຜູ້ຢູ່ດ້ວຍກັນຮູ້ເຫັນ ຈະບວດຢູ່ໃນສິມຫລືສະຖານທີ່ ບ່ອນອື່ນ ກໍໄດ້ບໍ່ຈໍາກັດ ພິກຂຸຜູ້ໃຫ້ປັບພະຊາຕ້ອງເປັນຜູ້ມີພັນສາຄົບ 10 ແລ້ວ ສາມະເນນຜູ້ປັບພະຊາມາແຕ່ອາຍຸ ຍັງບໍ່ທັນຄົບກໍານົດ ອຸປະສົມບົທ ເມື່ອອາຍຸຄົບ ແລ້ວເພິ່ງໃຫ້ອຸປະສົມບົທ ບໍ່ຕ້ອງສິກອອກເຮັດພິທີອຸປະສົມບົທຕໍ່ໄປໄດ້ເລີຍ ແຕ່ຖ້າລະແວງສົງໄສຢູ່ ວ່າການຮັກສາສິກຂາບົທ 10 ຂໍ້ນັ້ນ (ສີລ 10) ອາດຈະບໍ່ບໍຣິສຸດ ແລ້ວເພິ່ງໃຫ້ຮັບສະຣະນະຄົມ ແລະສິກຂາບົທຊ້ໍາເຂົ້າອີກທໍ່ນັ້ນ[4]
2.2 ການອຸປະສົມບົທ (ບວດເປັນພຣະພິກຂຸ)
ການອຸປະສົມບົທເປັນພຣະພິກຂຸນັ້ນ ກລ່າວໂດຍປະເພດຕາມທີ່ມີຜາກົດໃນຕໍານານໂດຍຫຍໍ້ 3 ປະການ ໄດ້ແກ່
2.2.1 ເອຫິພິກຂຸອຸປະສັມປະທາ ຄືການບວຊທີ່ພຣະພຸທເຈົ້າຊົງປະທານແກ່ກຸລບຸດຜູ້ຂໍບວຊດ້ວຍພຣະອົງຄ໌ເອງ ເປັນການອະນຸຍາດ ໃຫ້ມາເປັນພິກຂຸໂດຍການຕຣັສດ້ວຍພຣະວາຈາ ຊຶ່ງມີ 2 ແບບ ຄື
ບຸກຄົນຜູ້ທີ່ຍັງເປັນປຸຖຸຊົນຂໍບວຊ ພຣະອົງຄ໌ກໍຈະຕຣັສຮຽກໃຫ້ເຂົ້າມາເປັນພິກຂຸວ່າ “ທ່ານຈົ່ງເປັນພິກຂຸມາເຖິດ ທັມເຮົາກ່າວດີແລ້ວ ທ່ານຈົ່ງປະພຶດພຣົມມະຈັນເພື່ອທຳທີ່ສຸດທຸກຂ໌ໂດຍຊອບເຖິດ”ການຕຣັສພຣະວາຈາພຽງເທົ່ານີ້ກໍສຳເລັດເປັນພິກຂຸໃນພຣະພຸທສາສນາແລ້ວ
ບຸກຄົນຜູ້ທີ່ໄດ້ບັນລຸທັມວິເສດ ສາມາດກຳຈັດກິເລສໄດ້ແລ້ວພຣະອົງຄ໌ຈະຕຣັສພຣະວາຈາວ່າ“ ທ່ານຈົ່ງເປັນພິກຂຸມາເຖິດ ທັມເຮົາກລ່າວດີແລ້ວ ທ່ານຈົ່ງປະພຶດພຣົມມະຈັນເຖິດ” ເພາະຜູ້ທີ່ກໍາຈັດກິເລສຕັນຫາໄດ້ແລ້ວ ຈະບໍ່ມີຄວາມທຸກຂ໌ໂດຍສິ້ນເຊິງ
2.2.2 ຕິສະຣະນະຄະມະນູປະສັມປະທາຄືການບວຊດ້ວຍວິທີໃຫ້ຜູ້ຂໍບວຊກາວຄໍາຮັບເອົາແລະເຂົ້າເຖິງພຣະຣັຕນະຕຣັຍວ່າເປັນທີ່ເພິ່ງ ເປັນທີ່ຣະນຶກ ຊຶ່ງ ພຣະພຸທເຈົ້າຊົງອະນຸຍາດໃຫ້ພຣະສາວົກເປັນອຸປັດຊາຍ໌ ບວຊໃຫ້ກຸລບຸດຜູ້ມີສັດທາໄດ້
2.2.3 ຍັຕຕິຈະຕຸຕຖະກັມມະອຸປະສັມປະທາ ໝາຍເຖິງການບວຊດ້ວຍການສູດຍັດຕິຊ້ໍາ 3 ເທື່ອ ລວມທັ້ງ ຄຳປະກາດ ນໍາເປັນເທື່ອທີ 4 ຊຶ່ງເປັນວິທີອຸປະສົມບົທທີ່ພຣະພຸທເຈົ້າຊົງອະນຸຍາດໃຫ້ສົງຄ໌ບວຊໃຫ້ແກ່ກຸລບຸດ ໂດຍໃຫ້ ຜູ້ບວຊນັ້ນເປັນ ສາມະເນນກ່ອນແລ້ວ ຈຶ່ງໃຫ້ຂໍ ອຸປະສົມບົທ ຈາກນັ້ນພຣະກັມມະວາຈາຈາຣຍ໌ສູດປະກາດນໍາເທື່ອທີ 1 ວ່າສົງຄ໌ຈະຮັບຜູ້ນັ້ນ ເປັນພິກຂຸຫລືບໍ່ ເມື່ອສົງຄ໌ຍັງນິ້ງຢູ່ກໍສູດ ປະກາດຊໍ້າອີກ 3 ເທື່ອ ຖ້າບໍ່ມີໃຜຄັດຄ້ານກໍ ຖືວ່າສໍາເລັດ ເປັນພຣະພິກຂຸ ວິທີອຸປະສົມບົທແບບນີ້ພຣະພຸທເຈົ້າຊົງໄດ້ກໍານົດຈຳນວນສົງຄ໌ໄວ້ 2 ປະການຄື (1) ໃນທ້ອງຖິ່ນກັນດານ ແລະຫ່າງໄກ ໃຫ້ມີສົງຄ໌ຈໍານວນ 5 ອົງຄ໌ໃນການທຳພິທີບວຊ (2) ໃນເມືອງອັນເປັນຖິ່ນທີ່ຫາ ພິກຂຸ ໄດ້ງ່າຍ ກໍານົດໃຫ້ ມີສົງຄ໌ຈໍານວນ 10 ອົງຄ໌
ພິກຂຸຈຳນວນ 5 ຫລື 10 ອົງຄ໌ນັ້ນ ໃຫ້ລວມກັນເປັນຄະນະແລ້ວໃຫ້ມີພຣະອຸປັດຊາຍ໌ 1 ອົງຄ໌ແລະພຣະຄູ່ສູດ 2 ອົງຄ໌ ສ່ວນພິກຂຸທີ່ເຫລືອ ໃຫ້ເປັນພຣະອັນດັບ ຫລັງຈາກການກໍານົດໃຊ້ການບວຊແບບນີ້ແລ້ວ ກໍຊົງຍົກເລິກການບວຊແບບ ເອຫິພິກຂຸອຸປະສັມປະທາແລະ ຕິສະຣະນະຄະມະນູປະສັມປະທາ
3. ບຸກຄົນທີ່ຊົງອະນຸຍາດແລະຫ້າມບວຊ
ກຸລບຸດຜູ້ທີ່ຈະຂໍບວຊໃນພຸທສາສນາ ຈະຕ້ອງເປັນບຸກຄົນທີ່ມີຄວາມພ້ອມທາງດ້ານຮ່າງກາຍ ວຸດທິພາວະ ແລະມີອັດຖະ ບໍຣິຂານຄົບຕາມວິນັຍບັນຍັດ ໃນພຣະວິນັຍໄດ້ກຳໜົດຄຸນສົມບັດຂອງຜູ້ທີ່ຈະເຂົ້າບວຊໄວ້ຫລາຍປະການ ເພື່ອໃຫ້ໄດ້ບຸກຄົນ ທີ່ເໝາະສົມ ຊຶ່ງມີທັງຂໍ້ຫ້າມແລະຊົງອະນຸຍາດ ດັ່ງນີ້
3.1 ບຸກຄົນທີ່ຊົງຫ້າມບວຊ
(1) ຄົນທີ່ມີອາຍຸບໍ່ຄົບ 20 ປີບໍຣິບູນ
(2) ບັນເດາະຫລືຄົນເທືອຍຫລືກະເທີຍຄື ຄົນທີ່ບໍ່ຜາກົດວ່າເປັນຍິງ ຫລືເປັນຊາຍຄັກແນ່ ຫລືເປັນກະເທີຍໂດຍກໍາເນີດ ແລະຄົນຕອນ
(3) ຄົນທີ່ມີສອງເພດຄື ເພດຊາຍແລະຍິງ (ອຸພະໂຕພະຍັນຊະນະກະ)
(4) ຄົນທີ່ໄດ້ທຳອະນັນຕະຣິຍະກັມ 5 ຢ່າງ
(5) ພິກຂຸທີ່ຕ້ອງປາຣາຊຶກ ຊຶ່ງຂາດຈາກຄວາມເປັນພິກຂຸແລ້ວ ບໍ່ອາດບວຊໃໝ່ໃນພຸທສາສນາໄດ້ອີກ
(6) ຄົນທີ່ມີໂຣກຮ້າຍແຮງເຊັ່ນ ໂຣກຂີ້ຫິດ ຂີ້ກາກ ໂຣກບ້າໝູ ເປັນຕົ້ນ
(7) ຄົນທີ່ມີອະໄວຍະວະບົກຜ່ອງເຊັ່ນ ມີຕີນກຸດຂາດຫລືມີນິ້ວມື ນິ້ວຕີນຕິດກັນເປັນແຜ່ນ
(8) ມີອະໄວຍະວະພິການຈົນບໍ່ສາມາດປະຕິບັດສາສນະກິດໄດ້ສະດວກເຊັ່ນ ຫລັງກ່ອມ ຕາບອດ ມືຕີນຄົດງໍ ເປັນຕົ້ນ
(9) ຄົນທຸພົລພາບເຊັ່ນ ຄົນມີແຮງນ້ອຍ ຄົນແກ່ຊະຣາ ຊຶ່ງບໍ່ສາມາດປະຕິບັດສາສນະກິດໄດ້
(10) ຄົນທີ່ມີພັນທະຜູກພັນເຊັ່ນ ຄົນທີ່ມີໜີ້ເຕັມຕົວ ຄົນທີ່ບິດາມານດາບໍ່ອະນຸຍາດໃຫ້ບວຊ
(11) ໂຈຣຜູ້ຮ້າຍທີ່ຄົນທົ່ວໄປຮູ້ຈັກຊື່ສຽງເຖິງຄວາມໂຫດຮ້າຍ ປ່າເຖື່ອນ
3.2 ບຸກຄົນທີ່ຊົງອະນຸຍາດບວຊ
(1) ຜູ້ຊາຍທີ່ມີອາຍຸຄົບ 20 ປີຂຶ້ນໄປ (2) ຄົນທີ່ບໍ່ມີໂຣກຮ້າຍແຮງເຊັ່ນ ໂຣກຂີ້ຫິດ ຂີ້ກາກ ໂຣກບ້າໝູ ເປັນຕົ້ນ (3) ມີຄວາມ ປະພຶດດີ ບໍ່ຕິດຝິ່ນ ກັນຊາແລະສຸຣາ ເປັນຕົ້ນ (4) ຄົນທີ່ບໍ່ມີໜີ້ເຕັມຕົວແລະໄດ້ຮັບອະນຸຍາດຈາກບິດາມານດາໃຫ້ບວຊ (5) ບໍ່ມີປັບພະຊາໂທດ ແລະມີຮູບຮ່າງສົມບູນ ບໍ່ແກ່ຊະຣາ ທຸພົລພາບຫລືພິກົລພິການ (6) ມີອັດຖະບໍຣິຂານຄົບ (ບໍຣິຂານ 8) ໄດ້ແກ່ ບາຕ (ປັຕໂຕ), ຜ້ານຸ່ງຫລືຜ້າສະບົງ (ອັນຕະຣະວະສະໂກ), ຜ້າຄຸມຫລືຈີວອນ (ອຸຕຕະຣາສັງໂຄ), ຜ້າພາດບ່າຫລືສັງຄາ (ສັງຄາຕິ), ສາຍຮັດແອວຫລືຜ້າມັດແອວ, ຜ້າຕອງນ້ໍາ (ທະມະກະຣົກ), ມີດແຖ (ສໍາຫລັບໃຊ້ແຖຜົມ ແຖໜວດ) ແລະກັບຫລື ກ່ອງເຂັມພ້ອມດ້ວຍດ້າຍ (ສຳຫລັບຫຍິບ ດົ້ນຜ້າ)
4. ຂັ້ນຕອນຂອງການບວຊ
ຫລັງຈາກຜູ້ທີ່ຈະຂໍບວຊບໍ່ມີຄຸນສົມບັດຕ້ອງຫ້າມ ແລະມີຄຸນສົມບັດຂອງຜູ້ຈະບວຊຄົບຖ້ວນ ມີສັດທາອັນແຮງກ້າ ໃນການບວຊ ແຈ້ງຈຸດປະສົງຕໍ່ວັດທີ່ຈະບວຊ ກໍາໜົດວັນ ເວລາແລະສະຖານທີ່ ກຽມຕົວໃຫ້ພ້ອມແລະທ່ອງຄໍາ ປັບພະຊາອຸປະສົມບົທ ໃຫ້ຖຶກຕ້ອງຕາມຂັ້ນຕອນແລ້ວກໍພານາຄໄປວັດ ຕາມທຳນຽມມີການວຽນປະທັກສິນ (ວຽນຂວາ) ອ້ອມໂບສຖ໌ 3 ຮອບ ແລ້ວເຂົ້າໂບສຖ໌ເພື່ອທໍາພິທີປັບພະຊາອຸປະສົມບົທ ຊຶ່ງມີຂັ້ນຕອນ ດັ່ງນີ້
(1) ໃຫ້ນາຄປັບພະຊາເປັນສາມະເນນ
(2) ຂໍນິສັຍ (ຂໍໃຫ້ພຣະອຸປັດຊາຍ໌ເປັນທີ່ເພິ່ງຫລືເປັນແບບຢ່າງແຫ່ງຄວາມປະພຶດ)
(3) ຖືອຸປັດຊາຍ໌
(4) ຕັ້ງຊື່ພາສາບາລີໃຫ້ແກ່ຜູ້ອຸປະສົມບົທ ແລະບອກຊື່ພຣະອຸປັດຊາຍ໌ (ໃນລາວເຮົານິຍົມຕັ້ງຊື່ນາຄະ ແທນນາຄ ແລະບອກຊື່ຕິສສະເຖໂຣ ແທນຊື່ພຣະອຸປັດຊາຍ໌)
(5) ຂໍບາຕແລະຈີວອນໃຫ້ແກ່ຜູ້ຂໍອຸປະສົມບົທ
(6) ບອກໃຫ້ຜູ້ອຸປະສົມບົທອອກໄປຢືນນອກຫັຕຖະບາທສົງຄ໌ເພື່ອຕອບຄໍາຖາມ (ອັນຕະຣາຍິກະທັມ)
(7) ສົມມຸດໃຫ້ພິກຂຸອົງຄ໌ 1 ຫລື 2 ອົງຄ໌ ສອບຖາມອັນຕະຣາຍິກະທັມກັບຜູ້ຂໍອຸປະສົມບົທ
(8) ຜູ້ຂໍອຸປະສົມບົທມີຄຸນສົມບັດຄົບຖ້ວນ ກໍ່ຈະຖຶກຮຽກເຂົ້າມາໃນທ່າມກາງສົງຄ໌
(9) ຜູ້ອຸປະສົມບົທເປັ່ງວາຈາຂໍອຸປະສົມບົທ (ຂໍບວຊ)
(10) ສົມມຸດພິກຂຸອົງຄ໌ໃດອົງຄ໌ໜຶ່ງຫລືສອງອົງຄ໌ສອບຖາມອັນຕະຣາຍິກະທັມ
(11) ຂໍມະຕິຈາກສົງຄ໌ ເມື່ອໄດ້ຮັບມະຕິເປັນເອກະສັນ ການບວຊຈຶ່ງສາມາດດໍາເນິນຕໍ່ໄປ
(12) ເມື່ອພິທີບວຊສໍາເລັດແລ້ວ ພຣະອຸປັດຊາຍ໌ບອກອະນຸສາສນ໌ (ຄໍາສອນຫລືຄໍາຊີ້ແຈ່ງທີ່ພຣະອຸປັດຊາຍ໌ຫລືພຣະກັມມະວາຈາຈາຣຍ໌ບອກແກ່ພິກຂຸຜູ້ບວຊໃໝ່ຫລັງຈາກບວຊແລ້ວ ເພື່ອບໍ່ໃຫ້ທໍາຜິດພາດໃນສິ່ງທີ່ບໍ່ຮູ້ມາກ່ອນ) ເປັນອັນຈົບພິທີບວຊ
ເມື່ອບວດແລ້ວ ພຣະພິກຂຸບວດໃໝ່ຈະຕ້ອງຖືນິສັຍຈາກອຸປັດຊາຍ໌ (ອາສັຍອຸປັດຊາຍ໌ເພື່ອຮຽນຮູ້ຈັກຣະບຽບການດໍາເນີນຊີວິດໃນເພດສະມະນະ) ເລີ່ມຕັ້ງແຕ່ການນຸ່ງຜ້າ ການຍ່າງ ຢືນ ນັ່ງ ນອນ ການບິນທະບາດ ການສັນ ການດື່ມ ການຄ້ຽວ ການໂອ້ລົມສົນທະນາ ການສໍາຣວມຣະມັດຣະວັງທາງຕາ ຫູ ດັງ ລີ້ນ ກາຍ ໃຈ ການໃຊ້ເສນາສະນະ ການຖ່າຍ ອຸດຈາຣະ ການຖ່າຍປັດສາວະ ການຖົ່ມນໍ້າລາຍ ການຮູ້ຈັກແລະຊົງຈໍາພຣະວິນັຍທັງ ທີ່ມາ ໃນພຣະປາຕິໂມກຂ໌ແລະພຣະວິນັຍທີ່ມານອກ ພຣະປາຕິໂມກຂ໌ ການຮຽນພຣະໄຕຣປິດົກທັງສ່ວນຂອງພຸທພົດຈ໌ແລະອັດຖະກະຖາ ເປັນຕົ້ນ ຖ້າພິກຂຸນັ້ນເປັນຜູ້ສລາດ ສາມາດຮໍ່າຮຽນ ແລະເຂົ້າໃຈໃນທັມວິນັຍໄດ້ດີ ເມື່ອກາຍພັນສາ 5 ແລ້ວ ກໍບໍ່ຈໍາເປັນຕ້ອງຖືນິສັຍອີກ ຮຽກວ່າຜູ້ພົ້ນຈາກການຖືນິສັຍ ເພາະສາມາດປົກຄອງ ຕົວເອງໄດ້ຕາມພຣະທັມວິນັຍແລ້ວ ແຕ່ຖ້າພຣະພິກຂຸເປັນຜູ້ບໍ່ສລາດ ບໍ່ມີຄວາມສາມາດໃນການສຶກສາ ບໍ່ເຂົ້າໃຈໃນຫລັກທັມວິນັຍ ພິກຂຸຜູ້ເຊັ່ນນີ້ກ່ໍຕ້ອງຖືນິສັຍຕໍ່ໄປ ເຖິງແມ່ນວ່າພັນສາຈະກາຍ 5 ແລ້ວກໍຕາມ
5. ການເອີ້ນຊື່ພຣະບວດໃໝ່ແລະການແຕ່ງຕັ້ງສະມະນະສັກ (ຍົດຂອງພຣະສົງຄ໌)
ສໍາຫລັບການເອີ້ນຄໍານໍາໜ້າຊື່ພຣະບວດໃໝ່ ສາມາດເອີ້ນໄດ້ຫລາຍແບບ ຊຶ່ງອິງຕາມແຕ່ລະທ້ອງຖິ່ນທີ່ນິຍົມເອີ້ນກັນ ເຊັ່ນ ເອີ້ນພຣະ ບວດໃໝ່ວ່າ ພຣະ ໝ່ອມ ເຈົ້າຫົວໝ່ອມ ຕຸ ສາທຸ ຄູບາ ຍາຄູ ອາຈາຣຍ໌ ພຣະອາຈາຣຍ໌ ເປັນຕົ້ນ ນອກຈາກຄໍາສັບຕ່າງໆ ທີ່ໃຊ້ເອີ້ນພຣະບວດ ໃໝ່ແລ້ວຍັງມີຄໍາສັບອີກຈໍານວນໜຶ່ງທີ່ໃຊ້ເອີ້ນນໍາໜ້າຊື່ພຣະ ໃນພຸທສາສນາເຊັ່ນ ພຣະມະຫາ ຊຶ່ງເປັນຄໍາສັບສະມະນະສັກໃຊ້ນໍາໜ້າຊື່ ພຣະພິກຂຸທີ່ສອບເສັງພາສາບາລີໄດ້ຕັ້ງແຕ່ ປະຣຽນທັມ 3 ປະໂຫຍກຂຶ້ນໄປ ຄໍາວ່າ ມະຫາ ມາຈາກສັບໃນພາສາບາລີວ່າ ມະຫັນຕະ ຫຍ້ໍຮູບເປັນ ມະຫາໃຊ້ນໍາໜ້າພຣະເຖຣະຜູ້ມີຮ່າງກາຍສູງໃຫຍ່ໃນຄັ້ງພຸທກາລເຊັ່ນ ພຣະມະຫາກັດສະປະເຖຣະ ພຣະມະຫາໂມກຄັນລານະ ແລະຍັງໃຊ້ນໍາໜ້າ ຍົກຍ້ອງພຣະເຖຣະຜູ້ເປັນທີ່ໜ້າເຄົາລົບນັບຖືວ່າ ພຣະມະຫາເຖຣະ ແປວ່າ ພຣະເຖຣະຜຼ້ໃຫຍ່
ນອກຈາກນີ້ໃນສມັຍພຣະຣາຊະອານາຈັກລາວຍັງໄດ້ມີກົດໝາຍປົກຄອງຄະນະສົງຄ໌ຂຶ້ນຮຽກວ່າ ພຣະຣາຊະບັນຍັດ ຄະນະສົງຄ໌ ໃນພຣະຣາຊະ ບັນຍັດຄະນະສົງຄ໌ສະບັບປະກາດໃຊ້ເມື່ອວັນທີ 25 ພຶສພາ 2502 (ຄ.ສ.1959) ໝວດທີ 1 ວ່າດ້ວຍສະມະນະສັກ ແລະຕໍາແໜ່ງສົງຄ໌ ມາຕາ 2 ຊັ້ນຍົດຂອງພຣະສົງຄ໌ໃນພຣະຣາຊະອານາຈັກລາວມີ 6 ຂັ້ນ ໄດ້ແກ່ (1) ພຣະຍອດແກ້ວ ຕໍາແໜ່ງສົມເດັດພຣະສັງຄະຣາຊ (ເປັນຕໍາແໜ່ງ ສູງສຸດຂອງການປົກຄອງຄະນະສົງຄ໌ລາວ) (2) ພຣະລູກແກ້ວ ຕໍາແໜ່ງ ຮອງສົມເດັດພຣະສັງຄະຣາຊ (3) ພຣະຫລັກຄໍາ ຕໍາແໜ່ງພຣະຣາຊາ ຄະນະ (4) ພຣະຄຣູ ພຣະທີ່ມີອາຍຸພັນສາ 10 ຂຶ້ນໄປ (5) ພຣະຊາ ພຣະທີ່ມີອາຍຸພັນສາ 5 ຂຶ້ນໄປ ແລະ (6) ສົມເດັດ (ສັມເລັດ) ພຣະທີ່ມີອາຍຸ ພັນສາຕ່ໍາກວ່າ 5[5] ແຕ່ໃນທັມມະນູນ ປົກຄອງສົງຄ໌ລາວ (ສະບັບປັບປຸງ) 2547 (ຄ.ສ.2004) ບໍ່ໄດ້ກ່າວເຖີງການແຕ່ງຕັ້ງແລະມອບສະມະນະສັກ ໃຫ້ແກ່ພຣະສົງຄ໌ ແຕ່ປະການໃດ ພຽງແຕ່ກ່າວເຖີງ ການຈັດຕັ້ງຂອງ ຄະນະບໍຣິຫານສົງຄ໌ ຊຶ່ງໃນໝວດທີ່ 4 ມາຕາ 13 ກ່າວເຖີງອົງການ ພຸທສາສນາສຳພັນລາວ ເປັນອົງການບໍຣິຫານຂັ້ນສູງສຸດ ຂອງພຣະສົງຄ໌ລາວ ຈັດຕັ້ງຂື້ນຕາມລະບົບການລວມສູນປະຊາທິປະໄຕ ນໍາພາເປັນຄະນະ ຮັບຜິດຊອບເປັນບຸກຄົນ ທຸກຄົນຂຶ້ນກັບການຈັດຕັ້ງສຽງສ່ວນນ້ອຍຂຶ້ນກັບສຽງສ່ວນຫລາຍ ຂັ້ນລຸ່ມຂຶ້ນກັບ ຂັ້ນເທິງ ທັງໝົດຂຶ້ນກັບກອງ ປະຊຸມໃຫຍ່ ແລະມາຕາ14 ໄດ້ກ່າວເຖີງສາຍໃຍການຈັດຕັ້ງຂອງອົງການພຸທສາສນາສຳພັນລາວມີ 4 ຂັ້ນຄື (1) ຂັ້ນສູນກາງ (2) ຂັ້ນແຂວງ ນະຄອນຫລວງແລະເຂດພິເສດ (3) ຂັ້ນເມືອງ ແລະ (4) ຂັ້ນວັດ[6]
ນອກຈາກຄໍາສັບຕ່າງໆ ສະມະນະສັກ ຕໍາແໜ່ງຂອງພຣະສົງຄ໌ທີ່ໄດ້ກລ່າວມາຂ້າງຕົ້ນນັ້ນ ຍັງມີຄໍາສັບອີກຈໍານວນຫນຶ່ງ ທີ່ມັກ ເອີ້ນຄໍາ ນໍາຫນ້າ ພຣະເຊັ່ນ ສາທຸພໍ່ ຍາພໍ່ ຍາປູ່ ຊຶ່ງຄໍາດັ່ງກ່າວໜ້າຈະເປັນຄໍາສັບທີ່ເອີ້ນນໍາໜ້າພຣະສົງຄ໌ ທີ່ເຄີຍສ້າງຄອບຄົວ ມີລູກຫລານ ແລ້ວເຂົ້າບວດ ເປັນພຣະໃນພຸທສາສນາ ສ່ວນຄໍາວ່າ “ຍາທ່ານ” ເປັນຄໍາສັບທີ່ຄົນລາວພາກໃຕ້ແລະພາກກາງ ຕອນໃຕ້ໃຊ້ເອີ້ນ ຄໍານໍາໜ້າ ພຣະສົງຄ໌ ທີ່ມີອາຍຸ ພັນສາ 20 ຂຶ້ນໄປ ຊຶ່ງພຣະສົງຄ໌ອົງນັ້ນເປັນຜູ້ປະພຶດດີປະຕິບັດຊອບ ມີຄວາມຕັ້ງໝັ້ນຢູ່ໃນສະມະນະເພດ ທໍາໃຫ້ຊາວບ້ານເກີດຄວາມເຄົາລົບ ສັດທາໃນຕົວທ່ານຢ່າງແທ້ຈິງ
6. ອານິສົງສ໌ຂອງການບວຊ
(1) ເປັນຜູ້ຮູ້ຈັກບໍຣິຫານເວລາ ຄືເປັນຜູ້ຮູ້ກາລ ເຖິງວ່າຊ່ວງເວລາໃນການບວຊຈະສັ້ນ ແຕ່ຖ້າຕັ້ງໃຈປະຕິບັດຢ່າງແທ້ຈິງ ກໍ່ຈະໄດ້ຮັບ ຄວາມສຸຂສງົບຈາກການບໍາເພັນສະມະນະທັມ
(2) ມີໂອກາດໄດ້ສຶກສາຫລັກທັມ ໄດ້ເຝິກວິນັຍ ແລະເຂົ້າໃຈວັທນະທັມໃນການຢູ່ຮ່ວມກັນເປັນໝູ່ຄະນະ ຖ້າຕັ້ງໃຈເຝິກຝົນອົບຮົມຕົນເອງ ຢ່າງແທ້ຈິງ ຕໍ່ໄປຈະເປັນຄົນມີຣະບຽບວິນັຍ
(3) ໄດ້ຝິກສະມາທິ ທໍາຈິຕໃຫ້ສງົບ ຊຶ່ງຈະເປັນຜົລດີຕໍ່ການຮຽນແລະການທໍາງານຕ່າງໆ
(4) ທໍາໃຫ້ມີຄວາມອົດທົນ ບໍ່ຫວັ່ນໄຫວຕໍ່ອຸປະສັກໃດໆ ທໍາໃຫ້ຮູ້ຈັກຕົນເອງຄື ຮູ້ວ່າຕົນເອງມີຄວາມຮູ້ ຄວາມສາມາດແລະຄຸນນະທັມເທົ່າໃດ ເພື່ອຈະໄດ້ປັບປຸງ ພັດທະນາຕົນເອງໃຫ້ດີຍິ່ງຂຶ້ນ
(5) ໄດ້ຊື່ວ່າເປັນຜູ້ເລີ້ມຖາກຖາງຫົນທາງໄປພຣະນິບພານ ເພາະຜູ້ບວຊຍ່ອມໄດ້ໂອກາດໃນການສັ່ງສົມ ເນກຂັມມະບາຣະມີ (ບາຣະມີທີ່ເກິດຈາກການອອກບວຊ) ຕາມຮອຍບາທຂອງພຣະພຸທເຈົ້າ
(6) ຜູ້ບວຊຍ່ອມໄດ້ບຸນໃຫຍ່ທີ່ຈະຊ່ວຍປິດອະບາຍ ເປິດຫົນທາງສວັນຄ໌ແລະພຣະນິບພານ ຕິດຕົວໄປຍາວນານເຖິງ 64 ກັລປ໌
(7) ຜູ້ບວຊແລະຜູ້ສນັບສນຸນການບວຊ (ເຈົ້າສັທທາບວຊ) ຍ່ອມໄດ້ອານິສົງສ໌ (ຜົລທີ່ໄດ້ຈາກການທໍາຄວາມດີ) ຄື ເປັນຜູ້ມີປັນຍາ ສັມມາທິຖິ ສົມບູນດ້ວຍໂພຄະຊັພຍ໌ ແລະອະຣິຍະຊັພຍ໌ ຈະໄດ້ເກິດໃນດິນແດນ ທີ່ມີພຣະພຸທສາສນາ ຈະເຣິນຮຸ່ງເຮືອງໄປນັບພົບນັບຊາດບໍ່ຖ້ວນ
(8) ສ້າງຜູ້ນໍາທາງສີລທັມໃຫ້ເກິດຂຶ້ນໃນປະເທດຊາດແລະສັງຄົມ ຈະໄດ້ຊ່ວຍກັນສືບທອດອາຍຸພຣະພຸທສາສນາໃຫ້ຢູ່ຄູ່ປະເທດຊາດແລະສັງຄົມຕລອດໄປ
(9) ສ້າງຄວາມຮັກ ຄວາມສາມັກຄີໃຫ້ເກິດຂຶ້ນແກ່ພຸທບໍຣິສັດ 4 ເພື່ອໃຫ້ທຸກພາກສ່ວນມີບົດບາດ ໃນການຟື້ນຟູ ສີລທັມ ແລະພັດທະນາສັງຄົມໄດ້ຢ່າງຍືນຍົງຕໍ່ໄປ
ໜັງສືແລະ website ອ້າງອິງ

- ຄະນະປັດຊະຍາສູນກາງພຸທສາສນາສໍາພັນລາວ. (2010). ວິນັຍພາກ 3. ນະຄອນຫລວງວຽງຈັນ: ສຶກສາສົງຄ໌ສູນກາງ.
- ຈໍານົງ ທອງປະເສີດ. (2534). ປະຫວັດສາດພຣະພຸທສານາໃນເອເຊັຍອາຄະເນ. ກຸງເທບຯ: ຄຸຣຸສະພາ.
- ບຸນຖັນ ສີນະວົງສ໌. (2011). ຄໍາສັພທ໌ເຄົ້າລາວທີ່ມາຈາກບາລີ-ສັນສກຣິຕ. Paris: Mayenne Imprime sur presse.
- ມະຫາສິລາ ວີຣະວົງສ໌. (2549). ວັຈນານຸກົມພາສາລາວ (ສະບັບປັບປຸງໃໝ່). ພິມເທື່ອທີ 3. ນະຄອນຫລວງວຽງຈັນ.
- ສຸຊີພ ປຸນຍານຸພາບ. (2538). ພຣະໄຕຣປິດົກ ສະບັບສໍາຫລັບປະຊາຊົນ. ພິມເທື່ອທີ 16. ກຸງເທບຯ: ໂຮງພິມມະຫາມະກຸດຣາຊວິທຍາໄລ.
- ອົງການພຸທສາສນາສຳພັນລາວ. (2004). ທັມມະນູນປົກຄອງສົງຄ໌ລາວ. ວຽງຈັນຯ: ເອກະສານອັດສຳເນົາ (ຫຍິບເຫລັ້ມ).
- http://www.dmc.tv/pages/top_of_week/ประเพณีการบวชพระ-ขั้นตอนการบวชพระทำอย่างไร.html
- http://www.dmc.tv/pages/top_of_week/งานบวชพระ-ครั้งหนึ่งในชีวิตลูกผู้ชาย.html
- http://www.isangate.com/life/labuad.html
- http://board.palungjit.com/f4/การบวชในพุทธศาสนา-148085.html
- [1]ຄະນະປັດຊະຍາສູນກາງພຸທສາສນາສໍາພັນລາວ. ວິນັຍພາກ 3. (ນະຄອນຫລວງວຽງຈັນ: ສຶກສາສົງຄ໌ສູນກາງ, 2010), ໜ້າ, 54.
- [2]ມະຫາສິລາ ວີຣະວົງ. ວັຈນານຸກົມພາສາລາວ (ສະບັບປັບປຸງໃໝ່). ພິມເທື່ອທີ 3. (ນະຄອນຫລວງວຽງຈັນ: ຈໍາປາການພິມ, 2549), ໜ້າ, 227.
- [3]ບຸນຖັນ ສີນະວົງ. ຄໍາສັພທ໌ເຄົ້າລາວທີ່ມາຈາກບາລີ-ສັນສກຣິຕ. (Paris: Mayenne Imprime sur presse, 2011), p.170.
- [4]ຄະນະປັດຊະຍາສູນກາງພຸທສາສນາສໍາພັນລາວ. ວິນັຍພາກ 3. (ນະຄອນຫລວງວຽງຈັນ: ສຶກສາສົງຄ໌ສູນກາງ, 2010), ໜ້າ, 55.
- [5]ຈໍານົງ ທອງປະເສີດ.ປະຫວັດສາດພຣະພຸທສານາໃນເອເຊັຍອາຄະເນ. (ກຸງເທບຯ: ຄຸຣຸສະພາ, 2534)
- [6]ອົງການພຸທສາສນາສຳພັນລາວ.ທັມມະນູນປົກຄອງສົງຄ໌ລາວ. (ວຽງຈັນຯ: ເອກະສານອັດສຳເນົາ, 2004)
Subscribe to:
Posts (Atom)