Monday, September 29, 2014

ພຸທທະຊະຍະມັງຄະລະຄາຖາ

ພຸທທະຊະຍະມັງຄະລະຄາຖາ
໑. ພາຫຸງ ສະຫັສສະມະພິນິມມິຕະສາວຸທັນຕັງ ຄິຣິເມຂະລັງ ອຸທິຕະໂຄຣະສະເສນະມາຣັງ ທານາທິທັມມະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,

ພຣະຈອມມຸນີ ໄດ້ເອົາຊນະພຣະຍາມາຣຜູ້ເນຣະມິດແຂນເປັນພັນແຂນຖືອາວຸດຄົບມື ຂີ່ຊ້າງຄຣີເມຂະລະ ມາພ້ອມກັບເຫລົ່າ ເສນາມາຣ ຊຶ່ງໂຫ່ຮ້ອງຢ່າງກຶກກ້ອງ . ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍທັມມະວີທີ ມີທານບາຣະມີເປັນຕົ້ນ. ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

ມາຣາຕິເຣກະມະພິຍຸຊຊິຕະສັພພະຣັຕຕິງ ໂຄຣັມປະນາລະວະກະມັກຂະມະຖັທທະຍັກຂັງ ຂັນຕີສຸທັນຕະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະຍັກຊື່ ອາລະວະກະ ຜູ້ມີຈິດຫຍາບກະດ້າງ ປາສຈາກຄວາມອົດທົນ ດຸຮ້າຍ ມາສູ້ຮົບກັບພຣະພຸທເຈົ້າ ຢ່າງທໍລະຫົດຍິ່ງກວ່າມາຣ ຕລອດຄືນຈົນເຖິງເຊົ້າ. ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍຂັນຕິວີທີ ທີ່ຊົງຝຶກຝົນມາດີ . ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

ນາລາຄິຣິງ ຄະຊະວະຣັງ ອະຕິມັຕຕະພູຕັງ ທາວັຄຄິຈັກກະມະສະນີວະ ສຸທາຣຸນັນຕັງ ເມຕຕັມພຸເສກະ  ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລະນິ,

ພຣະຈອມມຸນີ ໄດ້ເອົາຊນະ ຊ້າງນາລາຄິຣີຕົກມັນ ແສນຈະດຸຮ້າຍ ປະດຸດໄຟປ່າ ຈັກກຣາວຸດແລະສາຍຟ້າ
ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍການຮົດນໍ້າ ຄືມີພຣະທັຍເມດຕາ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

ອຸກຂິຕຕະຂັຄຄະມະຕິຫັຕຖະສຸທາຣຸນັນຕັງ ທາວັນຕິໂຍຊະນະປະຖັງຄຸລິມາລະວັນຕັງ ອິທທີພິສັງຂະຕະມະໂນ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ຊົງບັນດານ ອິທທິລິດ ທາງໃຈອັນຍອດຍ້ຽມ ຊນະໂຈນອົງຄຸລິມາລ ຜູ້ແສນຈະດຸຮ້າຍ ຖືດາບແລ່ນໄລ່ຂ້າ  ພຣະພຸທເຈົ້າ ເປັນລະຍະທາງ 3 ໂຍຊນ໌.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

ກັຕຕະວານະ ກັຕຖະມຸທະຣັງ ອິວະ ຄັພພິນີຍາ ຈິນຈາຍະ ທຸຕຖະວະຈະນັງ ຊະນະກາຍະ ມັຊເຊ ສັນເຕນະ ໂສມະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
  ພຣະຈອມມຸນີ ໄດ້ເອົາຊນະ ຄຳກ່າວຮ້າຍຂອງນາງຈິນຈະມານະວິກາ ວ່າຕັ້ງທ້ອງ ທ່າມກາງຝູງຊົນ ດ້ວຍສະມາທິອັນງົດງາມ ແລະທຳພຣະທັຍຕັ້ງໝັ້ນ ວາງເສີຍ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

ສັຈຈັງ ວິຫາຍະ ມະຕິສັຈຈະກະວາຫະເກຕຸງ ວາທາພິໂຣປິຕະມະນັງ ອະຕິອັນທະພູຕັງ ປັນຍາປະທິປະຊະລິໂຕ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ຜູ້ຮຸ່ງເຮືອງດ້ວຍແສງສວ່າງຄືປັນຍາໄດ້ເອົາຊນະ ສັຈຈະກະນິຄຣົນ ຜູ້ຖືວ່າຕົວເປັນນັກໂຕ້ວາທີຊັ້ນຍອດ ເປັນຄົນໃຈມືດບອດຍິ່ງນັກ  ຊົງຊະນະດ້ວຍການສະແດງເທສນາຍານວິທີ ຄືຮູ້ ເທສນາໃຫ້ເບິ່ງເຫັນຕາມຄວາມເປັນຈິງ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

ນັນໂທປະນັນທະພຸຊະຄັງ ວິພຸຫັງ ມະຫິທທິງ ປຸຕເຕນະ ເຖຣະພູຊະເຄຫະ ທະມາປະຍັນໂຕ ອິທທູປະເທສະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະ ພຍານາກຊື່ ນັນໂທປະນັນທະ ຜູ້ຫລົງຜິດແລະມີລິດຫລາຍ  ພຣະຈອມມຸນີ ໄດ້ມີພຸທບັນຊາໃຫ້ ພຣະໂມຄຄັລລາ ໄປປາບດ້ວຍວິທີສະແດງລິດທີ່ເໜືອກວ່າ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

ທຸຄຄາຫະທິຕຖິພຸຊະເຄນະ ສຸທັຕຖະຫັຕຖັງ ພຣົຫມັງ ວິສຸທທິ ຊຸຕິມິທທິພະກາພິທານັງ ຍານາຄະເທນະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ໄຊຍະມັງຄະລານິ,
ພຣະຈອມມຸນີ ໄດ້ເອົາຊນະ ພຣະພຣົມຜູ້ມີນາມວ່າ ທ້າວຜະກາພຣົມ ຜູ້ມີລິດ ຄຶດວ່າຕົນເປັນຜູ້ຮຸ່ງເຮືອງດ້ວຍ ຄຸນນະ ອັນບໍຣິສຸດ ມີຄວາມເຫັນຜິດປະດຸດດັ່ງຖືກງູຮັດມືໄວ້ຢ່າງແໜ້ນໜາ.ພຣະຈອມມຸນີຊົງເອົາຊນະໄດ້ດ້ວຍ ວິທີວາງຢາອັນພິເສດຄືເທສນາຍານ.
ຂໍຊັຍຍະມຸງຄຸນທັ້ງຫລາຍຈົ່ງມີແດ່ທ່ານ ດ້ວຍເດຊແຫ່ງພຣະພຸທທະຊັຍຍະມຸງຄຸນນັ້ນເຖີດ

***  ເອຕາປິ ພຸທທະຊະຍະມັງຄະລະ ອັຕຖະຄາຖາ ໂຍ ວາຈາໂນ ທິນະທິເນ ສະຣະເຕ ມະຕັນທີ ຫິຕ໌ວານະເນ ກະວິວັທານິ ຈຸປັທທະວານິ ໂມກຂັງ ສຸຂັງ ອະທິຄະເມຍຍະ ນະໂຣ ສະປັນໂຍ  
ບຸກຄົນໃດມີປັນຍາ ສວດພຸທທະຊັຍຍະມຸງຄຸນຄາຖາທັ້ງແປດນີ້ເປັນປະຈຳ ຈະພົ້ນຈາກອຸປັທວະ ອັນຕະລາຍທັ້ງຫລາຍໄດ້ ແລະເຂົ້າເຖິງຄວາມລຸດພົ້ນ ຄື ພຣະນິພພານອັນບໍຣົມມະສຸກນັ້ນແລ ຯ

Tuesday, September 16, 2014

ອາຕານາຕິຍະປະຣິຕຣ

ອາຕານາຕິຍະປະຣິຕຣ (ວ່າດ້ວຍພຣະພຸທະມົນທີ່ສາມາດປ້ອງກັນອຸປັທະວັນອັນຕຣາຍທັ້ງປວງໄດ້)
      ປະຫວັດອາຕານາຕິຍະປະຣິຕຣ ເກີດເມື່ອທ້າວມະຫາຣາຊທັ້ງ ໔ ຄື ທ້າວທະຕະຣົຖ ທ້າວວິຣຸລຫົກ
ທ້າວວິຣູປັກຂ໌ ແລະທ້າວເວສສຸວັນ ຕັ້ງໃຈຈະໄປເຝົ້າພຣະພຸທະເຈົ້າ ແຕ່ເກງວ່າຫາກພວກອະສູນຮູ້ວ່າບົນດາວະດືງບໍ່ມີໃຜຢູ່ກໍ່ອາດຖືໂອກາດມາກວນ ເຊີ່ງພວກຕົນກໍ່ອາດກັບມາບໍ່ທັນ ຈີ່ງໄດ້ຈັດຕັ້ງກອງທະຫານໄວ້ ໔ ກອງ ປະກອບດ້ວຍຄົນທັນພ໌ ຍັກຍ໌ ນາກ ຮັກສາແຕ່ລະທິດໄວ້ ແລ້ວພາກັນໄປປະຊຸມທີ່ອາຕານາຕິຍະນະຄອນ
ແລ້ວຜູກມົນເປັນອາຕານາຕິຍະປະຣິຕຣຂື້ນຈາກນັ້ນກໍ່ພາກັນໄປເຝົ້າພຣະພຸທະເຈົ້າພ້ອມບໍຣິວານຈຳນວນຫລວງຫລາຍແຕ່ປາກົດວ່າບໍຣິວານຂອງທ້າວມະຫາຣາຊເຫຼົ່ານີ້ ຕ່າງກໍ່ມີປະຕິກິຣິຍາຕໍ່ພຣະພຸທະອົງຄ໌ຕ່າງໆກັນ ເພາະລາງເທື່ອກໍ່ນັບຖືລາງເທື່ອກໍ່ບໍ່ເຊື່ອຖື ຈົນເປັນເຫດໃຫ້ບັນດາສາວົກຂອງພຣະພຸດທະເຈົ້າທີ່ໄປບຳເພັນທັມຕາມທີ່ຕ່າງໆ ຕ້ອງຖືກຜີ ປີສາຈ ຍັກ ທີ່ບໍ່ເຫລື້ອມໃສເຫຼົ່ານີ້ລົບກວນຈົນເຈັບໄຂ້ໄດ້ປ່ວຍ ຫຼື ເປັນອັນຕຣາຍຕ່າງໆນານາ ທ້າວເວສສຸວັນຈີ່ງໄດ້ກາບທູນຂໍໃຫ້ພຣະພຣະພຸທະອົງຄ໌ຮັບອາຕານາຕິຍະປະຣິຕຣໄວ້ປະທານແກ່ສາວົກຂອງພຣະອົງຄ໌ ເພື່ອປ້ອງກັນບໍ່ໃຫ້ຍັກ ແລະພູຕຜີປີສາດລົບກວນ ເຊີ່ງເນື້ອຄວາມເປັນການສັນລະເສີນພຣະພຸທະຄຸນຂອງພຣະພຸທະເຈົ້າ 7 ພຣະອົງຄ໌ ແລະຂໍນອບນ້ອມພຣະພຸດທະເຈົ້າເຫຼົ່ານັ້ນດ້ວຍກາຍ ວາຈາ ແລະໃຈບໍ່ວ່າເວລານອນ ເດີນ ນັ່ງ ຫຼືຢືນ ຂໍໃຫ້ພຣະພຸທະເຈົ້າເຫຼົ່ານັ້ນໄດ້ຄຸ້ມຄອງຮັກສາໃຫ້ພົ້ນໄພ ພົ້ນໂຣກແລະຄວາມເດືອດຮ້ອນຕ່າງໆ ພຣະປະຣິຕຣບົດນີ້ ຜູ້ໃດຈົ່ມຢູ່ເປັນປະຈຳ ເຊື່ອວ່າຍັກ ຜີ ປີສາຈ ກໍ່ຈະຊ່ວຍຄຸ້ມຄອງໃຫ້ມີຄວາມສຸກ ຄວາມຈະເລີນ

ບົດສູດ ອາຕານາຕິຍະປະຣິຕຣວ່າ
ວິປັສສິສສະ ນະມັຕຖຸ            ຈັກຂຸມັນຕັສສະ ສິຣີມະໂຕ
ສິຂິສສະປິ ນະມັຕຖຸ              ສັພພະພູຕານຸກັມປິໂນ
ເວສສະພຸສສະ ນະມັຕຖຸ           ນະຫາຕະກັສສະ ຕະປັສສິໂນ
ນະມັຕຖຸ ກະກຸສັນທັສສະ         ມາຣະເສນັປປະມັທທິໂນ
ໂກນາຄະມະນັສສະ ນະມັຕຖຸ       ພຣາຫມະນັສສະ ວຸສິມະໂຕ
ກັສສະປັສສະ ນະມັຕຖຸ          ວິປປະມຸຕຕັສສະ ສັພພະທິ
ອັງຄີຣະສັສສະ ນະມັຕຖຸ              ສັກກະຍະປຸຕຕັສສະ ສິຣີມະໂຕ
ໂຍ ອິມັງ ທັມມະເທເສສິ         ສັພພະທຸກຂາປະນູທະນັງ
ເຍ ຈາປິ ນິພພຸຕາ ໂລເກ          ຍະຖາພູຕັງ ວິປັສສິສຸງ
ເຕ ຊະນາ ອະປິສຸນາ           ມະຫັນຕາ ວີຕະສາຣະທາ
ຫິຕັງ ເທວະມະນຸສສານັງ    ຍັງນະມັສສັນຕິໂຄຕະມັງວິຊຊາຈາຣະນະສັມປັນນັງ      
ມະຫັນຕັງ ວີຕະສາຣະທັງ    ວິຊຊາຈາຣະນະສັມປັນນັງ ພຸທທັງ ວັນທາມະໂຄຕະມັນຕິຯ


ຈົບອາຕານາຕິຍະປະຣິຕຣເທົ່ານີ້ແລ

ຄຳອາຣາທນາພຣະປຣິຕຣ

ຄຳອາຣາທນາພຣະປຣິຕຣ(ພຣະປະຣິຕະ)

 (ວິປັຕຕິປະຕິພາຫາຢະ ສັມພະສັມປັຕຕິສິທທິຢາ ສັພພະທຸກຂະວິນາສາຢະ ປະຣິຕຕັງ ພຣູຖະມັງຄະລັງ)

 (ວິປັຕຕິປະຕິພາຫາຢະ ສັມພະສັມປັຕຕິສິທທິຢາ ສັພພະພະຢະວິນາສາຢະ ປະຣິຕຕັງ ພຣູຖະມັງຄະລັງ)

(ວິປັຕຕິປະຕິພາຫາຢະ ສັມພະສັມປັຕຕິສິທທິຢາ ສັພພະໂຣຄະວິນາສາຢະ ປຣິຕຕັງ ພຣູຖະມັງຄະລັງ)


ຄຳອາຣາທນາທັມມ໌

ພຣົມມາ ຈະ ໂລກາທິປະຕີ ສະຫັມປະຕິ

 ກັຕອັນຊະລີ ອັນທິວະຣັງ ອະຢາຈະຖະ

 ສັນຕີທະ ສັຕຕາປັປຣະຊັກຂະຊາຕິກາ

 ເທເສຕຸ ທັມມັງ ອະນຸກັມປິມັງ ປະຊັງ

ຄຳອາຣາທະນາສີລຫ້າ

ຄຳອາຣາທະນາສີລອຸໂບສົຖ

            (ຖ້າຄົນດຽວປ່ຽນຈາກຄຳວ່າ ມະຍັງ ເປັນ ອະຫັງ ແລະ ຍາຈາມະ ເປັນ ຍາຈາມິ)

ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ   ອຸໂປສະຖັງ ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ ຕິສະຣະເນນະ ສະຫະ ອັຕຖັງຄະສະມັນນາຄະຕັງ  ອຸໂປສະຖັງ ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ ຕິສະຣະເນນະ  ສະຫະ ອັຕຖັງຄະສະມັນນາຄະຕັງ  ອຸໂປສະຖັງ ຍາຈາມະ
        ຂ້ານ້ອຍຂໍສະມາທານຊຶ່ງສີລອຸໂບສົຖທີ່ພຣະພຸທເຈົ້າໄດ້ຊົງບັດຍັດໄວ້ ພ້ອມໄປດ້ວຍອົງ ແປດປະການ ດັ່ງໄດ້ສະມາທານມາແລ້ວນີ້ ຈະຮັກສາໄວ້ໃຫ້ດີ ບໍ່ໃຫ້ຂາດ ບໍ່ໃຫ້ທຳລາຍ ຕລອດມື້ນຶ່ງ ກັບ ຄືນນຶ່ງ ໃນເວລາວັນນີ້


                            ຄຳອາຣາທະນາສີລຫ້າ

ມະຍັງ ພັນເຕ  ວິສຸງ ວິສຸງ ຣັກຂະນັຕຖາຍະ  ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ  ວິສຸງ ວິສຸງ ຣັກຂະນັຕຖາຍະ  ຕິສະຣະເນນະ ສະຫະ  ປັນຈະ ສີລານິ ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ  ວິສຸງ ວິສຸງ ຣັກຂະນັຕຖາຍະ  ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ


                            ຄຳອາຣາທະນາສີລແປດ

ມະຍັງ ພັນເຕ  ວິສຸງ ວິສຸງ ຣັກຂະນັຕຖາຍະ  ຕິສະຣະເນນະ ສະຫະ ອັຕຖະ ສີລານິ ຍາຈາມະ
ທຸຕິຍັມປິ ມະຍັງ ພັນເຕ  ວິສຸງ ວິສຸງ ຣັກຂະນັຕຖາຍະ  ຕິສະຣະເນນະ ສະຫະ  
ອັຕຖະ ສີລານິ ຍາຈາມະ
ຕະຕິຍັມປິ ມະຍັງ ພັນເຕ  ວິສຸງ ວິສຸງ ຣັກຂະນັຕຖາຍະ  ຕິສະຣະເນນະ ສະຫະ  ອັຕຖະ ສີລານິ ຍາຈາມະ

ຊຸມນຸມເທວະດາ ( ສັກເຄ )



ສັຄເຄ ກາເມ ຈະ ຣູເປ ຄິຣິສີຂະຣະຕະເຕ ຈັນຕະລິກເຂ ວິມາເນ   ທີເປ ຣັຕເຖ ຈະ ຄາເມ ຕະຣຸວະນະຄະຫະເນ ເຄຫະ ວັຕຖຸມຫິ ເຂຕເຕ   ພຸມມາ ຈາຍັນຕຸ ເທວາ ຊະລະຖະລະວິສະເມ ຍັກຂະຄັນທັພພະນາຄາ   ຕິຕຖັນຕາ ສັນຕິເກ ຍັງ ມຸນິວະຣະວະຈະນັງ ສາທະ ໂວ ເມ ສຸນັນຕຸ   ທັມມັສສະວະນະກາໂລ ອະຍັມພະທັນຕາ   ທັມມັສສະວະນະກາໂລ ອະຍັມພະທັນຕາ
ທັມມັສສະວະນະກາໂລ ອະຍັມພະທັນຕາ


ຄຳແປ ແບບ 1.
ເທວາ ອັນວ່າເທພຍຸດາເຈົ້າທັ້ງຫລາຍ ຝູງທີ່ຢັງຢາຍຢູ່ ທຸກໝູ່ພ້ອມພາຍສວັນ ອັນເປັນຊັ້ນກາມາແລະຮູປພົມ ກັບທັ້ງເທພະເຈົ້າ ເຫລົ່າພູມມາເຊິ່ງສະຖິດຢູ່ໃນທິພພາ ພິມານມາດ ອັນຕັ້ງຢູ່ຕາມອາກາດຈອມດອຍ ພູຜາຍອຍສູງຕໍ່າ ແລະ ອັນເລື່ອນລອຍ ຢູ່ຖໍ້າ ເວຫາ ກັບທັ້ງເນື້ອທີ່ປ່າ ເກາະດອນດ່ານດ້າວ ປະເທດທ້າວແດນເມືອງ
 ຢາຍນອງເນືອງແຄ່ບ້ານ ກັບທັ້ງຢາຍຢູ່ຖ້ານພຶກສາ ແດນດົງໜາປ່າເຫລົ່າເຮື້ອ ເຄຫະເນື້ອໄຮ່ນາສວນ ທັງໝູ່ມວນອາຮັກ ອັນເປັນເຊື້ອຍັກຄັນທັພພະນາຄາ ຕິດຖັນຕາ ອັນສະຖິດຢູ່ໃນເຖືອນຖໍ້າ ທາງນໍ້າແລະທາງບົກ ທີ່ຕີນຕົກສູງຕໍ່າ ອັນບໍ່ພໍ່າສເມີກັນ ສັນຕິເກ ອັນມີຢູ່ໃນທີ່ໃກ້ແລະທີ່ໄກ ອະຍັນເຕ ຂໍຈົ່ງໃຫ້ຍາຕຣາ ເຊີນເຂົ້າມາ ນະສະຖານທີ່ນີ້ ອັນວ່າຄຳໃດຊີ້ຊ່ອງ ຄຳສອນແຫ່ງພຣະຊິນນະວອນມຸນິນາດ ດູຣາທ່ານເຊື້ອຊາດ ສັບປຸຣິສາ ສຸນັນຕຸ ຂໍຈົ່ງໄດ້ໂສຕາ ປົງເຈຕະນາລົງໃນ ຕັງຂະນິກະສະມາທິ ຕັ້ງສະຕິປະຄອງ ເຊິ່ງມະນະສີການຟັງອຸທານ ຄຳຝູງຂ້າຈັກກ່າວໃນບັດນີ້ເທີ້ນ:  
ທັມມັສສະວະນະກາໂລ ອະຍັມພະທັນຕາ    ຂນະນີ້ເປັນຍາມດີ ຄວນແກ່ການຟັງທັມ ແຫ່ງພຣະມຸນີໂດຍເຄົາຣົບກໍຂ້າເທີ້ນ..

ຄຳແປ ແບບ 2.
ສາທຸ ສາທຸ ຝູງຂ້າຂໍອັນເຊີນ ເທພະບຸຕ ເທພະຍຸດາເຈົ້າທັງຫລາຍ ທີ່ສະຖິຕຢູ່ ບົນສວັນຊັ້ນຟ້າ ກັບທັງພຣົມມະ ເທວະດາ ອາກາສະ ເທວະດາ ມະເຫສັກຂາ ເທວະດາ ແລະ ອາກາຂາ ເທວະດາເຈົ້າທັງຫລາຍ ທີ່ຢັ່ງຢາຍກັນຢູ່ໂດຍຮອບໃນຂອບເຂຕອະນັນຕະ ຈັກະວານ ແລະສະຖິຕຢູ່ໃນວິມານເທິງພູຜາປ່າໄມ້ ໃນອາກາສ ແລະ ດົງດອນ ໃນເຄຫາສະຖານບ້ານຊ່ອງ (ວັດວາອາຣາມ) ທີ່ນີ້ກໍດີ ແລະ ຂໍອັນເຊີນຍັກຂະ ຄັນທັບ ພຣະນາຄາເຈົ້າທັງຫລາຍ ທີ່ສະຖິຕຢູ່ໃນນ້ຳ ແລະບົນບົກ ທີ່ຮົກບໍ່ຮາບພຽງ ອ້ອມແອ້ມບໍຣິເວຣນີ້ ກໍດີ ຂໍຈົ່ງພ້ອມພຽງກັນມາປັຕະອະນຸໂມທະນາ ຣັກສາສິລ ກິນທານ ແລະຟັງຣົສະພຣະທັມມະເທສະນາດອມຝູງຂ້າທັງຫລາຍ ໃນກາລະບັຕນີ້ທຸກຕົນທຸກອົງແດ່ກໍຂ້າເຖີ້ນ.

ຄຳໄຫ້ວຕ່າງໆ

ຄຳໄຫວ້ຕ່າງໆ

ຄຳໄຫວ້ພຣະບາງ ພຸທທະລາວັນ
ຄຳໄຫວ້ພຣະແກ້ວມໍຣະກົດ

ຄຳໄຫວ້ພຣະທາຕຫລວງ ວຽງຈັນ
ຄຳໄຫວ້ ພຣະເຈົ້າໃຫຍ່ອົງຕື້
ຄຳໄຫວ້ຮອຍພຣະພຸທທະບາທ
ຄຳໄຫວ້ພຣະພຸທທະເຈດີ
ຄຳໄຫວ້ພຣະທາຕພູສີ
ຄຳໄຫວ້ພຣະທາຕຸເກດແກ້ວຈຸລາມະນີ













ຄຳໄຫວ້ພຣະບາງພຸທທະລາວັນ

ນະມາມິ ສິຣະສາ ມັຍຫັງ ພຸທທະຣູປັງ ນະໂມຣະມັງ ລັງກາທິປາ ຄະຕັນເຍຕັງ ນະຣະເທວາພິປູຊິຕັງ ໂຍໂສ ສັງຄະຫະມາຣັມພິ ຍາຕະເກສຸ ປະຊາສຸຈະ ອິທທິມັນຕັງ ມະຫາເຊຕັງ ອະຫັງ ວັນທາມິ ສັພພະທາ

ຄຳໄຫວ້ພຣະແກ້ວມໍຣະກົດ

ພຸທທະມະຫາມະນີ ຣະຕະນະປະຕິມາກະຣັງ ປູເຊມິ
ທຸຕິຍັມປິ ພຸທທະມະຫາມະນີ ຣະຕະນະປະຕິມາກະຣັງ ປູເຊມິ
ຕະຕິຍັມປິ ພຸທທະມະຫາມະນີ ຣະຕະນະປະຕິມາກະຣັງ ປູເຊມິ
ເອເຕນະ ສັຈຈະວັຊເຊນະ ມະຫາເຕໂຊ ເຈວະ ມະຫາປັນໂຍ
ຈະ ມະຫາໂພໂຄ ຈະ ມະຫາຍະໂສ ຈະ ພະວັນຕຸເມ ນິພພານັສສະ ປັຈຈະໂຍ ໂຫຕຸ


ຄຳໄຫວ້ພຣະທາຕຸຫລວງ

ແບບທີ່ນຶ່ງ:
ປຸຣິມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ  ອະຫັງ ວັນທາມິ ສັພພະທາ
ທັກຂິມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ   ອະຫັງ ວັນທາມິ ສັພພະທາ
ປັສສິມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ   ອະຫັງ ວັນທາມິ ສັພພະທາ
ອຸຕຕະມັສມິງ ທິສາພາເຄ ຊິນະຄຸຍຫັສສະ ຖາປະນັງ ໂລກະຈຸລາມະນິງ ນາມະ   ອະຫັງ ວັນທາມິ ສັພພະທາ


ແບບທີ່ສອງ:
ນະໂມ ຕັສສະ ພະຄະວະໂຕ, ອະຣະຫະໂຕ, ສັມມາສັມພຸທທັສສະ (ສາມຈົບ)
ປັດສາເຈຕິຍັງ ອຸຣັງຄັງ ມະໂນຣັມມັງ ປາທະວະຣັງ ອຸນັດຕິງສະຊິນະຄຸຍຫັງ
ມະຫາກັສສະເປນະຖາປິດຕັງ ປັນຈະຫິ ອະຣະຫັນເຕຫິ ອາຫັງວັນທາມິ ສິຣະສາ
ອະຫັມປິເຕ ຈະທຸຣະໂຕ ອະຫັງ ວັນທາມິ ທາຕຸໂຍ
ອະຫັມປິເຕ ຈະທຸຣະໂຕ ອະຫັງ ວັນທາມິ ທາຕຸໂຍ ອະຫັງ ວັນທາມິ ສັພພະທາ .
ຄຳໄຫວ້ ພຣະເຈົ້າໃຫຍ່ອົງຕື້ 

ນະໂມ ຕັສສະ ພະຄະວະໂຕ, ອະຣະຫະໂຕ, ສັມມາສັມພຸທທັສສະ (ສາມຈົບ)
ສາທຸ ສາທຸ ພຸດທະພິມພິເກ ເສວັດໂຕ ວັດຕິ ວັດຕະໂສພິໂຕ ຄຸນນະສັມປັນໂນ ໂຄຕະມັງ ພຸດທະເຊດຖັງ ເທວະມະນຸດສາໂລກັງ ປູຊິງຕັງ ໄຊຍະເຊດຖັງ ຖາປິດຕັງ ເຂລັງ ສີລະສານະມາມິ ອະທັງວັນທາມິ ທູຮະໂຕ ອະຫັງວັນທາມິ ທາຕຸໂຍ ອະຫັງວັນທາມິ ສັບພະໂສ ອະຫັງວັນທາມິ ສັບພະທາ ສາທຸ ສາທຸ ສາທຸ ອະນຸໂມທາມິ . (ວ່າສາມເທື່ອ )
ວັດຕິ ວັດຕະໂສພິໂຕ ຄຸນນະສັມປັນໂນ ໂຄຕະມັງ ພຸດທະເຊດຖັງ ເທວະມະນຸດສາໂລກັງ ປູຊິງຕັງ ໄຊຍະເຊດຖັງ ຖາປິດຕັງ ເຂລັງ ສີລະສານະມາມິ ອະທັງວັນທາມິ ທູຮະໂຕ ອະຫັງວັນທາມິ ທາຕຸໂຍ ອະຫັງວັນທາມິ ສັບພະໂສ ອະຫັງວັນທາມິ ສັບພະທາ ສາທຸ ສາທຸ ສາທຸ ອະນຸໂມທາມິ . (ວ່າສາມເທື່ອ )
ໄຫວ້ຮອຍພຣະພຸທທະບາທ

ວັນທາມິ ພຸທທັງ ພະວະປາຣະຕິນນັງ,
ຂ້າພະເຈົ້າ ຂໍໄຫວ້ພຣະພຸທເຈົ້າ ຜູ້ຂ້າມຝັ່ງແຫ່ງພົບ

ຕິໂລກະເກຕຸງ ຕິພະເວກະນາຖັງ,
ຜູ້ເປັນທຸງໄຊຂອງໄຕຣໂລກ ຜູ້ເປັນທີ່ເພິ່ງອັນເອກຂອງໄຕຣພົບ

ໂຍ ໂລກະເຊຕໂຖ ສະກະລັງ ກິເລສັງ ເສຕ໌ວານະ ໂພເທສິ ຊະນັງ ອະນັນຕັງ,
ຜູ້ປະເສີດຂອງໂລກ ຕັດກິເລສໄດ້ໝົດກ້ຽງ ຊ່ອຍບຸກຄົນຫາທີ່ສຸດບໍ່ໄດ້ ໃຫ້ຕັສຮູ້ ມັຄ ຜົລ ແລະ ນິພພານ ,

ຍັງ ນັມມະທາຍະ ນະທິຍາ ປຸລິເນ ຈະ ຕີເຣ,
ຮອຍພຣະບາທອັນໃດ ອັນ ພຣະພຸທທະອົງ ໄດ້ຊົງສະແດງໄວ້ໃນຫາດຊາຍ ແທບຝັ່ງແມ່ນ້ຳນັມມະທາ

ຍັງ ສັຈຈະພັນທະຄິຣິເກ ສຸມະນາ ຈະ ລັກເຄ,
ຮອຍພຣະບາທອັນໃດ ອັນ ພຣະພຸທທະອົງ ໄດ້ຊົງສະແດງໄວ້ ທີ່ພູສັຈຈະພັນ ແລະ ເໜືອຍອດພູເຂົາສຸມະນາ


ຍັງ ຕັຕຖະ ໂຍນະກະປຸເຣ ມຸນິໂນ ຈະ ປາທັງ,
ຕັງ ປາທະວະລັນຊະນະມະຫັງ ສິຣະສາ ນະມາມິ,
ຮອຍພຣະບາທອັນໃດ ອັນ ພຣະພຸທທະອົງ ໄດ້ຊົງສະແດງໄວ້ໃນເມືອງໂຍນົກ , ຂ້ານ້ອຍ ຂໍໄຫວ້ພຣະພຸທທະບາທ ແລະ ຮອຍພຣະພຸທທະບາທນັ້ນໆ ຂອງພຣະມຸນີເຈົ້າ ດ້ວຍຫົວແຫ່ງຂ້າ ,

ສຸວັນນະມາລິເກ ສຸວັນນະປັພພະເຕ ສຸມະນະກູເຕ ໂຍນະກະປຸເຣ ນັມມະທາຍະ ນະທິຍາ ປັນຈະປາທະວະຣັງ ຖານັງ ອະຫັງ ວັນທາມິ ທຸຣະໂຕ,
ຂ້ານ້ອຍ ຂໍໄຫວ້ສະຖານທີ່ມີ ຮອຍພຣະພຸທທະບາທ ອັນປະເສີດ ໕ ແຫ່ງ ແຕ່ທີ່ໄກຄື : ທີ່ພູເຂົາສຸວັນນະມາລິກະ ໑ ,ທີ່ ພູເຂົາສຸວັນນະພັນພົຕ ໑ , ທີ່ຍອດພູເຂົາສຸມະນະກູຕ ໑ , ທີ່ໂຍນະກະປຸຣິ ໑ , ທີ່ແມ່ນ້ຳນັມມະະທາ ໑

ອິຈເຈວະມັຈຈັນຕະ ນະມັສສະເນຍຍັງ ນະມັສສະມາໂນ ຣະຕະນັຕຕະຍັງ ຍັງ,
ຂ້ານ້ອຍ ນະມັສການຢູ່ເຊິ່ງພຣະຣັຕຕະນະໄຕຣ ອັນບຸກຄົນຄວນໄຫວ້ ໂດຍຢ່າງຍິ່ງດັ່ງນີ້ ດ້ວຍອາການຢ່າງນີ້ ,

ປຸນຍາ ພິສັນທັງ ວິປຸລັງ ອະລັຕຖັງ,        ໄດ້ເຊິ່ງກອງບຸນ ອັນໄພບຸນ ,

ຕັສສານຸພາເວນະ ຫະຕັນຕະຣາໂຍ,        ຂໍອຳນາດພຣະຣັຕນະໄຕຣນັ້ນ ຈົ່ງກຳຈັດອັນຕະລາຍໄປຫມົດເຖີດ,

ອານັນຕະຍາມິ ໂວ ພິກຂະເວ,                ດູຣາ ພິກຂຸທັງຫລາຍ ເຮົາຂໍເຕືອນທັງຫລາຍ

ປະຕິເວທະຍາມິ ໂວ ພິກຂະເວ,               ດູຣາ ພິກຂຸທັງຫລາຍ ເຮົາຂໍໃຫ້ທ່ານຊາບໄວ້ວ່າ 

ຂະຍະວະຍະ ທັມມາ ສັງຂາຣາ
                 ສັງຂານທັງຫລາຍ ມີຄວາມເສື່ອມສ້ຽງໄປເປັນທັມມະດາ

ອັປປະມາເທນະ ສັມປາເທຖາຕິ,
            ຂໍໃຫ້ທ່ານທັງຫລາຍ ຈົ່ງຍັງປໂຍດທ່ານໃຫ້ເຖິງພ້ອມດ້ວຍຄວາມບໍ່ປະໝາດເຖີດ,

ຄຳໄຫວ້ພຣະພຸທທະເຈດີ
ອຸກາສະ ວັນທາມິ ພັນເຕ ເຈຕິຍັງ ສັພພັງ
ຂໍໄຫວ້ທ່ານຜູ້ຈະເຣີນ ພວກຂ້ານ້ອຍ ຂໍໂອກາດໄຫວ້

ສັພພັຕຖະຖາເນ ສຸປະຕິຕຖິຕັງ ສາຣີຮິກະທາຕຸງມະຫາໂພທິງ ພຸທທະຣູປັງ ສະກະຣັງ ສະທາ,

ພຣະເຈດີ ພຣະສາຣີຣິກກະທາດ ພຣະສີມະຫາໂພທິ ແລະ ພຣະພຸທຮູບ ທັງໝົດສ້ຽງ ອັນປະດິສຖານຢູ່ດີແລ້ວ ໃນສະຖານທີ່ທັງໝົດ ໃນກາລທຸກເມື່ອ​,

ກາຍະສາ ວະຈະສາ ມະນະສາ ເຈວະ ວັນທາເມ ເຕ ຕະຖາຄະເຕ ສະຍະເນ ອາສະເນ ຖາເນ ຄະມະເນ ຈາປິ ສັພພະທາ,
ຂ້າພະເຈົ້າ ຂໍໄຫວ້ພຣະຕະຖາຄົດເຈົ້າເຫລົ່ານັ້ນ ດ້ວຍກາຍ ດ້ວຍວາຈາແລະ ໃຈນັ້ນແລ ທັງໃນທີ່ປະທັບນອນ ທີ່ປະທັບນັ່ງ ປະທັບຢືນ ແລະ ທີ່ສະເດັດໄປໃນກາລທຸກເມື່ອ .
ຄຳໄຫວ້ພຣະທາຕພູສີ

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ  (ສາມຈົບ)

ອິມິນາ ສັກກາເຣນະ ທູປະ ທີປະ ປຸປຜະວະເຣຫິ ປັພພະເຕ ເຈຕິເຍ ພຸທທະຕິເຣ ຖາພິຕັງ ສິຣະສາ ນະມາມິ ຯ
ອະຫັງ ວັນທາ ມິ ສັພພະທາ ຯ

ສາທຸ..., ສາທຸ..., ສາທຸ... ຯ          ຂາບສາມຄັ້ງ
ຄຳໄຫວ້ພຣະທາຕຸເກດແກ້ວຈຸລາມະນີ  

ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ
ນະໂມ ຜູ້ຂ້າຂໍໄຫວ້ພຣະພຸທທະເຈົ້າທຸກພຣະອົງຄ໌ ເມື່ອຜູ້ຂ້າດັບຈິດລົງ ຢ່າໃຫ້ໃຫລຫລົງ ຂໍໃຫ້ຈິດຈຳນົງ ຕຣົງທາງພຣະນິພພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ທັນພຣະສີອານ ຜູ້ຂ້າຈະໄປນະມັສການ ພຣະເກດແກ້ວ ພຣະຈຸລາມະນີ ເຈດີສະຖານ ເປັນທີ່ໄຫວ້ ເປັນທີ່ສັກກາຣ ກຸສະລະສັມປັນໂນ

ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ
ນະໂມ ຜູ້ຂ້າຂໍໄຫວ້ພຣະທັມມະເຈົ້າ ຂອງພຣະພຸທທະອົງຄ໌ ເມື່ອຜູ້ຂ້າດັບຈິດລົງ ຢ່າໃຫ້ໃຫລຫລົງ ຂໍໃຫ້ຈິດຈຳນົງ ຕຣົງທາງພຣະນິພພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ທັນພຣະສີອານ ຜູ້ຂ້າຈະໄປນະມັສການ ພຣະເກດແກ້ວ ພຣະຈຸລາມະນີ ເຈດີສະຖານ ເປັນທີ່ໄຫວ້ ເປັນທີ່ສັກກາຣ ກຸສະລະສັມປັນໂນ

ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ
ນະໂມ ຜູ້ຂ້າຂໍໄຫວ້ພຣະສັງຄະເຈົ້າ ຂອງພຣະພຸທທະອົງຄ໌ ເມື່ອຜູ້ຂ້າດັບຈິດລົງ ຢ່າໃຫ້ໃຫລຫລົງ ຂໍໃຫ້ຈິດຈຳນົງ ຕຣົງທາງພຣະນິພພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ທັນພຣະສີອານ 
ຜູ້ຂ້າຈະໄປນະມັສການ ພຣະເກດແກ້ວ ພຣະຈຸລາມະນີ ເຈດີສະຖານ ເປັນທີ່ໄຫວ້ ເປັນທີ່ສັກກາຣ ກຸສະລະສັມປັນໂນຕິ.

ບຸນກິຣິຍາວັດຖຸ 3

                                                                                                                                                                                       ຂອບໃຈນຳບົດຄວາມຂອງ : ສິງປະທຸມ ພິກຂຸ
      ມີຄົນເປັນຈໍານວນບໍ່ໜ້ອຍມັກເຮັດບຸນ ຊອກສະແຫວງຫາບຸນກັນຫລາຍວິທີການ ແຕ່ບໍ່ຄ່ອຍຈະຮູ້ຈັກບຸນໄດ້ຢ່າງເລິກເຊິ່ງ ແລະບໍ່ຄ່ອຍມັກເຮັດກຸສົລນໍາອີກ ກໍ່ໃຫ້ເກີດເຮັດບຸນແບບຜິດໆ ຜົລບຸນທີ່ໄດ້ຮັບຈິ່ງບໍ່ຫລາຍເທົ່າທີ່ຄວນ ເຖິງວ່າຈະລົງທຶນ ທັງແຮງກາຍເງິນຕາ ແລະວັດຖຸເປັນຈໍານວນຫລາຍ ແຕ່ປະສິດທິພາບບຸນກໍ່ຍັງຕໍ່າ ບາງເທື່ອການເຮັດບຸນກໍ່ມີການແຖມບາບ ມານໍາອີກ ດັ່ງນັ້ນເຮົາຈິ່ງສົມຄວນມາບໍຣິຫານບຸນກັນ ເພື່ອກໍ່ໃຫ້ເກີດປໂຍດຕໍ່ຕົນເອງແລະສັງຄົມຢ່າງສູງສຸດ

      ກ່ອນທີ່ຈະເຂົ້າສູ່ເນື້ອຫາສາຣະ “ບຸນກິຣິຍາວັດຖຸ” ນັ້ນ ໃນເບື້ອງຕົ້ນຂໍກ່າວເຖິງຄວາມໝາຍຂອງ  “ບຸນ” ເຊິ່ງທ່ານຜູ້ຮູ້ໃນ ທາງພຣະພຸທສາສນາໄດ້ໃຫ້ຄວາມໝາຍໂດຍຫຍໍ້ໄວ້ 3 ປະການ ໄດ້ແກ່ (1) ບຸນຄື ຄວາມສະອາດ ຄວາມບໍຣິສຸດແລະຄວາມດີ (2) ບຸນຄື ການກະທໍາຄວາມດີຕ່າງໆມີສະພາບທີ່ເປັນເຫດແລ້ວສົ່ງຜົລເປັນຄວາມສຸຂ (3) ບຸນຄື ຄວາມສຸຂ ມີສະພາບທີ່ເປັນຜົລ ເພາະຄວາມສຸຂເປັນຜົລຂອງການທໍາຄວາມດີ

      ສິ່ງໃດກໍ່ຕາມທີ່ເຮັດໄປແລ້ວຕົນເອງແລະຜູ້ອື່ນບໍ່ເດືອດຮ້ອນ ສິ່ງນັ້ນຈັດເປັນບຸນ ຄວາມດີທີ່ເຮັດໄປແລ້ວກໍ່ໃຫ້ເກີດບຸນ ເອີ້ນວ່າ ບຸນກິຣິຍາວັດຖຸມີຢູ່ 3 ປະການໂດຍຫຍໍ້ ດັ່ງນີ້

      1.ບໍຣິຈາກທານ (ທານະໄມ) - meritorious action consisting in giving or generosity  ໝາຍເຖິງ ການແບ່ງປັນໃຫ້ ຜູ້ອື່ນດ້ວຍສິ່ງຂອງຂອງຕົນດ້ວຍຄວາມເຕັມໃຈ ເພື່ອກໍາຈັດຂັດເກົາຄວາມເຫັນແກ່ຕົວ (ທິດຖິ) ຄວາມຄັບແຄບ ຄວາມຕະໜີ່ ໜຽວແໜ້ນແລະຄວາມຍຶດຕິດໃນວັດຖຸ ເພື່ອໃຫ້ເປັນປະໂຫຍດຕໍ່ບຸກຄົນ ຊຸມຊົນ ສັງຄົມໂດຍສ່ວນຣວມ ໂດຍແບ່ງທານະໄມເປັນ 3 ປະເພດຄື (1) ການໃຫ້ວັດຖຸສິ່ງຂອງເປັນທານ (ອາມິດສະທານ) ເຊັ່ນໃຫ້ປັດໃຈສີ່ ເປັນຕົ້ນ (2) ການໃຫ້ຄວາມຮູ້ເປັນທານ (ທັມມະທານ) ຖ້າເປັນຄວາມຮູ້ທາງໂລກເຊັ່ນ ໃຫ້ສິລປະວິທຍາການຕ່າງໆ ເອີ້ນວ່າ ວິທຍາທານ ຫາກເປັນຄວາມຮູ້ທາງທັມເຊັ່ນ ສອນໃຫ້ລະຊົ່ວ ປະພຶດດີ ທໍາໃຈໃຫ້ຜ່ອງໃສ ເອີ້ນວ່າ ທັມມະທານ (3) ການສລະອາຣົມຮ້າຍເປັນທານ (ອະໄພທານ) ໃຫ້ອະໄພ ບໍ່ຈ່ອງເວຣ ສລະອາຣົມຮ້າຍພະຍາບາດໃຫ້ຂາດອອກຈາກໃຈ

      2.ຮັກສາສີລ (ສີລະໄມ) - meritorious action consisting in observing the precepts or moral behaviour ໝາຍເຖິງ ອາການປົກກະຕິທາງກາຍແລະວາຈາ ໂດຍມີເຈຕະນາທີ່ຈະເວັ້ນຈາກຄວາມຊົ່ວຕ່າງໆ ມີຄວາມສໍາຣວມ ຣະວັງຄວບຄຸມ ບັງຄັບກິຣິຍາອາການທາງກາຍແລະວາຈາໃຫ້ປົກກະຕິທໍາມະດາ ບໍ່ລ່ວງລະເມີດຣະບຽບກົດເກນຫລືວິນັຍທີ່ໄດ້ກໍາໜົດໄວ້ ທາງແຫ່ງຄວາມເສື່ອມເສັຽຂອງບຸກຄົນທີ່ເຮັດໃຫ້ສັງຄົມບໍ່ເປັນປົກກະຕິມີ 5 ທາງຄື (1) ຄວາມໂຫດຮ້າຍໃນສັນດານ ປະທຸດສະ ຮ້າຍຕໍ່ຊີວິດແລະຮ່າງກາຍຂອງຜູ້ອື່ນ ຂົ່ມເຫັງຜູ້ອື່ນໃຫ້ເດືອດຮ້ອນ (2) ຄວາມຢາກໄດ້ຊັບສິນຂອງຜູ້ອື່ນ ການຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາບໍ່ໃຫ້ມາເປັນຂອງຕົນ (3) ການປະພຶດຜິດທາງເພດຕໍ່ຄູ່ຄອງຫລືບຸກຄົນໃນຄອບຄົວຂອງຜູ້ອື່ນ (4) ຄວາມບໍ່ມີ ຄວາມຈິງປະຈໍາໃຈ ການເວົ້າຫລອກລວງຜູ້ອື່ນ (5) ຄວາມປະໝາດຂາດສະຕິສັມປະຊັນຍະ ມີການເສບສຸຣາແລະສິ່ງ ເສບຕິດ ທັງຫລາຍ

      ທາງແກ້ໄຂປ້ອງກັນໂດຍການຮັກສາສີລຫ້າ ຈະເປັນການເຝິກຝົນຕົນທີ່ຈະລົດລະເລີກຄວາມຊົ່ວ ບໍ່ໄປບຽດບຽນຜູ້ໃດ ຕ້ອງການເຮັດຄວາມດີເອື້ອເຟື້ອເພື່ອແຜ່ແກ່ຜູ້ອື່ນ ເປັນການຮັກສາຄວາມດີງາມໄວ້ ບໍ່ໃຫ້ຄຸນນະພາບຊີວິດຕົກຕໍ່າ

      3.ຈະເຣິນພາວະນາ (ພາວະນາໄມ) - meritorious action consisting in mental development ຄື ການອົບຣົມຈິດໃຈ ໃຫ້ມີຄວາມສະຫງົບ ສະອາດ ສະຫວ່າງດ້ວຍການປະຕິບັດທັມເຊັ່ນ ປະຕິບັດກັມມະຖານ (ການເຝິກອົບຣົມຈິດ) ເພື່ອພັດທະນາຈິດໃຈໃຫ້ສງົບ ເກີດປັນຍາ ເຮັດໃຫ້ກິເລສອັນເປັນຮາກເຫງົ້າຂອງຄວາມຊົ່ວທາງກາຍແລະວາຈາລົດລົງແລະ ສາມາດກໍາຈັດໃຫ້ໝົດໄປໃນທີ່ສຸດ

      ຫລັກການເຮັດບຸນ 3 ປະການດັ່ງກ່າວ ມີຄວາມໝາຍແລະຂອບເຂດທີ່ກວ້າງຂວາງ ເກີນຄວາມໝາຍຂອງຄໍາວ່າ “ຈະຣິຍະທັມ” ຢ່າງທີ່ເຂົ້າໃຈກັນໃນປະຈຸບັນ ເຊິ່ງຄວບຄຸມເຖິງກະບວນການພັດທະນາມະນຸດທັງໝົດ ດັ່ງພຸທພົດຄາຖາກ່າວ ເຖິງຫລັກການເຮັດບຸນໄວ້ວ່າ

“ປຸນຍະເມວະ ໂສ ສັກໄຂຍຍະ ອາຍະຕັຄຄັງ ສຸຂຸທຣະຍັງ
ທານັນຈະ ສະມະຈະຣິຍັນຈະ ເມຕຕະຈິຕຕັນຈະ ພາວະເຍ
ເອເຕ ທັມເມ ພາວະຍິຕວາ ຕະໂຍ ສຸຂະສະມຸທທະເຍ
ອັພພະຍາປັຊຊັງ ສຸຂັງ ໂລກັງ ປັນດິໂຕ ອຸປປັຊຊະຕິ

      ແປວ່າ “ຄົນຜູ້ໄຝ່ປໂຍດ ຄວນສຶກສາບຸນນີ້ແຫລະ ເຊິ່ງມີຜົລກວ້າງຂວາງຍິ່ງໃຫຍ່ ອໍານວຍສຸຂໃຫ້ຄື ຄວນຈະໃຫ້ທານ ຄວນພັດທະນາຄວາມປະພຶດທີ່ຊອບທັມແລະຄວນຈະເຣີນເມດຕາຈິດ ເມື່ອຈະເຣີນທັມ 3 ປະການນີ້ອັນເປັນແຫລ່ງກໍ່ເກີດ ຄວາມສຸຂແລ້ວ ບັນດິດຍ່ອມເຂົ້າເຖິງໂລກທີ່ເປັນສຸຂ ບໍ່ບຽດບຽນກັນ”

      ທ່ານພຸດທະສາສນິຊົນເມື່ອຮູ້ຫລັກການເຮັດຄວາມດີຫລືທີ່ຕັ້ງແຫ່ງການເຮັດບຸນດັ່ງກ່າວແລ້ວ ຄວນເຮັດບຸນໃຫ້ຄົບທັງ ສາມປະການ ເພາະຈະເຮັດໃຫ້ເຮົາຢູ່ຮ່ວມກັນຢ່າງມີຄວາມສຸຂດ້ວຍການຊ່ອຍເຫລືອເກື້ອກູນກັນໃນສັງຄົມ ເອື້ອເຟື້ອເຜືອແຜ່ ແບ່ງປັນກັນ (ທານ) ບໍ່ຍາດແຍ່ງບຽດບຽນກັນ (ສີລ) ແລະມີຄວາມຮັກຄວາມຫວັງດີ ຢາກໃຫ້ຄົນອື່ນເປັນສຸຂ ໂດຍສ້າງປໂຍດ ແກ່ກັນ ແລະກັນ (ເມດຕາ) ຫາກທຸກຄົນມີບຸນກິຣິຍາວັດຖຸແລ້ວຕົນເອງກໍມີຄວາມສຸຂ ຄົນອື່ນມີຄວາມສຸຂ ແລະ ເຮັດໃຫ້ ສັງຄົມຢູ່ເຢັນເປັນສຸຂນໍາອີກ ດັ່ງບົດປະພັນກ່າວໄວ້ວ່າ

“ ສິ່ງອັນເປັນທີ່ຕັ້ງ             ຕົກແຕ່ງບຸນສົມພານ
ທ່ານວ່າມີສາມປະການ        ໜຶ່ງນັ້ນ “ທານະໄມ” ມ້ວນ
ສ່ວນຊິທານຫຍັງນັ້ນ          ຖືເປັນບຸນອັນດີເດັ່ນ
“ສີລະໄມ” ບອກເນັ້ນ         ນັ້ນເປັນຂໍ້ທີສອງ
ຮັກສາສີລຖືກຕ້ອງ            ຜລາຕອບສົມໝາຍ
ສາມຄື “ພາວະນາໄມ”        ໃຫ້ໝັ່ນພາວະນາຕັ້ງ
ຕອນຊີບຍັງກໍສຸຂປ້ອງ       ເມື່ອຕາຍໄປກໍສຸຂປ່ຽມ
ບຸນນໍາສຸຂຍອດຢ້ຽມ           ຍາມສິ້ນຊີບຊີວາ ແທ້ແລ້ວ ”